ຫວຽດ​ນາມ ນອນ​ໃນ top 10 ສະ​ຖານ​ທີ່​ ແຫ່ງອຸດົມຄະຕິ​ໃນ​ໂລກ​ສຳລັບຜູ້​ນິ​ຍົມ Digital Nomads

08:07 | 17/02/2022

ຍ​ສ​ໝ - ວາ​ລະ​ສານ The Travel ທີ່​ມີ​ຊື່​ສຽງ ຂອງກາ​ນາ​ດາ ຫາ​ກໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່ 10 ສະ​ຖານ​ທີ່​ເໝາະ​ສົມ​ທີ່​ສຸດ​ສຳລັບ​ “ຊາວດີ​ຈີ​ຕອນ” ຫຼື​ຍັງ​ໄດ້​ເອີ້ນ​ວ່າ “Digital Nomads”, ໃນ​ນັ້ນ ຫວຽດ​ນາມ ໄດ້​ຈັດ​ຢູ່​ອັນ​ດັບ 8 ໃນ 10 ປະ​ເທດ​ທີ່​ໄດ້​ກ່າວ​ຊື່​ໃນ​ບັນ​ຊີ​ລາຍ​ຊື່ນີ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ໂຮ້ຍ​ອານນອນ​ໃນ​ບັນ​ດາ​ສະ​ຖານ​ທີ່ ໂຣແມນ​ຕິກ​ທີ່​ສຸດ​ໃນ​ໂລກ ໂດຍ CNN ຄັດ​ເລືອກ ໂຮ້ຍ​ອານນອນ​ໃນ​ບັນ​ດາ​ສະ​ຖານ​ທີ່ ໂຣແມນ​ຕິກ​ທີ່​ສຸດ​ໃນ​ໂລກ ໂດຍ CNN ຄັດ​ເລືອກ
ຫວຽດ​ນາມ ນອນ​ໃນ top 10 ສະ​ຖານ​ທີ່​ ແຫ່ງອຸດົມຄະຕິ​ໃນ​ໂລກ​ສຳລັບຜູ້​ນິ​ຍົມ Digital Nomads
ແຂກ​ທ່ອງ​ທ່ຽວ​ຕ​່າງ​ປະ​ເທດ (ພາບ: Vietnam+)

Top 10 ສະ​ຖານ​ທີ່​​ແຂກ​ທ່ອງ​ທ່ຽວ​ໄດ້ຄັດ​ເລືອກ​ລວມ​ມີ: ແຊກ​ບີ, ໂກ​ລົມ​ເບຍ, ເຢຍ​ລະ​ມັນ, ສ. ແອັດສະໂຕນີ, ສີ​ລັງ​ກາ, ອຽກ​ລັງ, ເມັກ​ຊີ​ໂກ, ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ ແລະ ໄທ.

“Digital Nomads” ແມ່ນ​ຄຳ​ສັບ​ເວົ້າ​ເຖິງ​ຊາວ​ໜຸ່ມ ເຊິ່ງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຂົາ​ຕິດ​ພັນ​ກັບ​ບັນ​ດາ​ການ​ເດີນ​ທາງ​ໄປ​ທ່ອງ​ທ່ຽວ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ, ຄົ້ນ​ຫາ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳທີ່​ໃໝ່​ອ່ຽມ ແລະ ຕິດ​ພັນ​ກັບ​ວັດ​ຖຸ​ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຢີ. ເຂົາ​ຂຶ້ນ​ກັ​ບ​ລຸ້ນ​ຄົນ​ທີ່​ນິ​ຍົມ​ເຮັດ​ວຽກ​ແບບ​ເສ​ລີ ດ້ວຍ​ບັນ​ດາ​ວຽກ​ງານ​ທີ່​ພົ້ນເດັ່ນ​ຄື​ສື່ມວນ​ຊົນ, ໂຄ​ສະ​ນາ, ອອກ​ແບບ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ…

ຕາມ​ການ​ຕີ​ລາ​ຄາ​ຂອງ​ຜູ້​ຕາງ​ໜ້າ The Travel ແລ້ວ, ເຖິງວ່າ ຫວຽດ​ນາມ ຍັ​ງ​ບໍ່​ແມ່ນ​ປະ​ເທດ​ພັດ​ທະ​ນາ​ທີ່​ສຸດ ແຕ່​ພັດ​ແມ່ນ​ສະ​ພາ​ບ​ແວດ​ລ້ອມ​ທີ່​ດີ ໃຫ້​ແກ່​ຊາວ​ໜຸ່ມ​ລຸ້ນ​ດີ​ຈີ​ຕອນ ເມື່ອ​ມາ​ຄົ້ນ​ຫາ​ ແລະ ລົງ​ພຶດ​ຕິ​ກຳ​ຕົ​ວ​ຈິງ.

ຍ້ອນ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​​ສະ​ຫງົບ​ສຸກ, ຊາວ​ຫວຽດ​ນາມ​ເປັນ​ມິດ, ອາ​ກາດ​ເຢັນສະ​ບາຍ, ມີ​ຄວາມ​ສະ​ດວກ​ຊ່ວຍ​ໃຫ້​ມະ​ນຸດ​ມີ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງວຽກ​ງານ ແລະ ການ​ລະຫຼິ້ນ​ບັນ​ເທິງ. ຍິ່ງ​ໄປ​ກ່​ວາ​ນັ້ນ, ນີ້​ກໍ່​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ອາ​ຊີ​ທີ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ​ມີ​ການ​ພັດ​ທະ​ນາ​ພໍ​ສົມ​ຄວນ.

ໃນ​ຊຸມ​ປີ​ມໍ່​ໆ​ມານີ້, ລັດ​ຖະ​ບານ​ໄດ້​ເລີ່ມ​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ ໄປ​ຍັງ ຫວຽດ​ນາມ. ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ລົງ​ຊີ​ວິດ​ທີ່​ສົມ​ເຫດ​ສົມ​ຜົນ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຊ່ວຍ​ຫວຽດ​ນາມ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດີ​ໃຫ້​ແກ່ “Digital Nomads”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.