ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ປະ​ມານ 153.000 ຄົນ​ໄປ-​ມາ ຫວຽດ​ນາມ

12:17 | 19/02/2022

ຍ​ສ​ໝ - ກົມ​ການ​ບິນ ຫວຽດ​ນາມ ໃຫ້​ຮູ້​ວ່າ ກ່ອນ​ທີ່​ຈະ​ເປີດ​ບັນ​ດາ​ຖ້​ຽວ​ບິນ​ສາ​ກົນ​ປົກ​ກະ​ຕິ​ຄືນ​ໃໝ່, ຈຳ​ນວນ​ແຂກ​ໂດຍ​ສາ​ນ​ສາ​ກົນ ໄປ​-ມາ ຫວຽດ​ນາມ ​ໄລ່​ສະ​ເລ່ຍ​ແຕ່ 40.000 – 50.000 ເທື່ອ​ຄົນ/ເດືອນ. ນັບ​ແຕ່​ເວ​ລາ​ຈຸດ​ທົດ​ລອງ​ເປີດ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ​ຄືນ​ໃໝ່​ນັບ​ແຕ່​ເດືອນ ມັງ​ກອນ 2022, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ໄປ​-ມາ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ​ເຖິງ 100.000 ເທື່ອ​ຄົນ​ໃນ​ເດືອນ​ມັງ​ກອນ​ປີ 2022.

ມີ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ແຫ່ງ​ມີ​ຄວາມ​ສົນ​ໃຈ​ມາ​ລົງທຶນ​ຢູ່ ຫາຍ​ເຢືອງ ມີ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ແຫ່ງ​ມີ​ຄວາມ​ສົນ​ໃຈ​ມາ​ລົງທຶນ​ຢູ່ ຫາຍ​ເຢືອງ
ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ
ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ປະ​ມານ 153.000 ຄົນ​ໄປ-​ມາ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ກົມ​ການ​ບິນ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ວ່າ ດ້ວຍ​ການ​ຍົກ​ເລີກ​ບັນ​ດາ​ຂໍ້​ຈຳ​ກັດ​ສຳ​ລັບ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ບັນ​ດາ​ຖ້ຽວ​ບິນ​ປົກ​ກະ​ຕິ ແລະ ບໍ່​ເປັນ​ປົກ​ກະ​ຕິ​ສາ​ກົນ, ຄາດ​ວ່າ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ ໄປ-​ມາ ຫວຽດ​ນາມ ຈະ​ເພີ່ມ​ຂຶ້ນຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ເປົ້າ​ໝາຍ​ແມ່ນຈະຄ່ອຍໆ​ຟື້ນ​ຟູ​ຄືນ​ໃໝ່​ຄື​ໄລ​ຍະ​ກ່ອນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.