ການ​​ເຄື່ອນ​ໄຫວທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ຟົດ​ຟື້ນຫຼາຍ​ຂຶ້ນ

17:44 | 04/02/2022

ວັນທີ 3 ກຸມພາ, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວໄປທ່ຽວຊົມອ່າວ ຮະລອງ. ນີ້ແມ່ນຄະນະນັກທ່ອງທ່ຽວຄະນະທຳອິດ ທີ່ເຂົ້າຮ່ວມຮູບແບບທ່ອງທ່ຽວເປັນລາຍການທ່ອງທ່ຽວ ພາຍຫຼັງຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ.

ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ
ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ​ຄົບ​ຮອບ​ 30 ປີ
ພາບປະກອບ: uteen.vn
ພາບປະກອບ: uteen.vn

ທ່ານຟ້າມງອກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງນິງ ໃຫ້ຮູ້ວ່າ ໃນຊຸມວັນຕົ້ນລະດູບານໃໝ່ນີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຊົມຢູ່ຕາມວັດວາອາຮາມ ແລະ ທິດທັດທຳມະຊາດໃນບໍລິເວນແຂວງ ກວາງນິງ ຟົດຟື້ນທີ່ສຸດ.

“ໃນຊຸມວັນຜ່ານມາ, ແຂກທ່ອງທ່ຽວມາທ່ຽວ ກວ໋າງນິງຄັບຄາໜາແໜ້ນທີ່ສຸດ ແຕ່ນີ້ແມ່ນຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວ ກວາງນິງ. ໃນໄລຍະຈະມາເຖິງ ກໍຈະມີບໍລິສັດທ່ອງທ່ຽວນຳແຂກມາທ່ຽວຢູ່ ອ່າວຮະລອງ ຕື່ມອີກ. ນີ້ແມ່ນສັນຍານທີ່ໜ້າຊື່ນຊົມ ແລະ ກວ໋າງນິງ ຫວັງວ່າ ຈະສ້າງແຜນການຕ້ອນຮັບແຂກທ່ອງທ່ຽວຈຳນວນ 9,5 ລ້ານຄົນຄືເປົ້າໝາຍໄດ້ວາງອອກສຳລັບ 6 ເດືອນຕົ້ນປີ. ແຂວງ ຈະຍູ້ແຮງການຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກບັນດາແຂວງພາກໃຕ້ ຫວຽດນາມ, ແຂກທ່ອງທ່ຽວມາທ່ຽວຊົມຢູ່ຕາມວັດວາອາຮາມ ແລະ ມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນ.”

ຢູ່ ເຫວ້, ໃນລະຫວ່າງວັນທີ 31 ມັງກອນ ຫາວັນທີ 3 ກຸມພາ, ແຂວງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 50,000 ເທື່ອຄົນທີ່ມາທ່ຽວ ແລະ ໄປຫຼີ້ນລະດູບານໃໝ່, ໃນນັ້ນ ມີແຂກທ່ອງທ່ຽວສາກົນປະມານ 330 ເທື່ອຄົນ.

ເຖິງວ່າ ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ຈຳກັດບາງການເຄື່ອນໄຫວລະຫຼີ້ນລະດູບານໃໝ່ ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂຄວິດ - 19 ແຕ່ໃນ 3 ວັນຕົ້ນລະດູບານໃໝ່ປີຂານ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ມາທ່ຽວຢູ່ຖະໜົນເກົ່ານີ້ເປັນຈຳນວນຫຼວງຫຼາຍ. ສຳລັບ 2 ວັນຕົ້ນປີໃໝ່, ມີປະມານ 5.000 ເທື່ອຄົນທີ່ມາຢ້ຽມຢາມ ໂຮ້ຍອານ.

ຈຳນວນແຂກທ່ອງທ່ຽວທີ່ມາແຂວງ ເລິມດົ່ງ, ເປັນຕົ້ນຢູ່ນະຄອນ ດ່າລາດ ແມ່ນຫຼາຍພໍສົມຄວນ, ບັນລຸກວ່າ 90% ສະມັດຕະພາບຂອງບັນດາສະຖານທີ່ພັກເຊົາທ່ອງທ່ຽວ.

ຢູ່ແຂວງ ລາວກາຍ, ມີນັກທ່ອງທ່ຽວນັບ 10.000 ຄົນ ໄດ້ມາທ່ຽວຢູ່ເທດສະບານ ຊາປາ (ລາວກາຍ) ໃນໄລຍະພັກບຸນເຕັດປະຈຳຊາດປີຂານ, ເຮັດໃຫ້ເສັ້ນທາງຫຼາຍສາຍເກີດສະພາບລົດຕິດ. ສະເພາະວັນທີ 3 ກຸມພາ, ຊາປາ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 20.000 ເທື່ອຄົນ. ຄາດວ່າ ໃນໄລຍະພັກບຸນເຕັດປິນີ້, ຊາປາ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 60.000 ເທື່ອຄົນ.

vovworld.vn

ເຫດການ
302 Found

Found

The document has moved here.