ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີກໍາປູເຈຍ Hun Sen

07:58 | 23/01/2022

ຍສໝ -ໃນຂອບເຂດການຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ, ຫວ່າງແລ້ວນີ້, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກໍາປູເຈຍ.

ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຫາງສຽງລັດເຊຍຕີລາຄາຢ່າງຕັ້ງໜ້າ ຕໍ່ການຢ້ຽມຢາມຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ
ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຫວຽດນາມໄດ້ຮັບງວດວັກຊີນ Sputnik V ພາຍຫຼັງການຢ້ຽມຢາມລັດເຊຍຂອງທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Hun Sen ສະແດງຄວາມເພິ່ງພໍໃຈ ຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນຫວຽດນາມ - ກໍາປູເຈຍ ໃນໄລຍະມໍ່ໆມານີ້ໃນທຸກຂົງເຂດ, ຈາກການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດການສຶກສາ-ກໍ່ສ້າງ, ວັດທະນະທໍາ.... ພິເສດ ໃນສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ວົງເງິນການຄ້າຍັງເພີ່ມຂຶ້ນ 80% ເມື່ອທຽບໃສ່ກັບປີ 2020 ແລະໄປຕາມທິດດຸ່ນດ່ຽງ...

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີກໍາປູເຈຍ  Hun Sen
ທ່ານນາຍົກລັດຖະມົນຕີ Hun Sen ຕ້ອນຮັບທ່ານລັດຖະມົນຕີ ບຸ່ຍແທງເຊີນ. ພາບ: baoquocte.vn

ສ່ວນທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ກໍາປູເຈຍ ໃນຖານະເປັນປະທານອາຊຽນ ປີ 2022, ພ້ອມແລ້ວທີ່ຈະ ພ້ອມກັບກໍາປູເຈຍ ແລະບັນດາປະເທດອາຊຽນ ຊຸກຍູ້ການຜັນຂະຫຍາຍ ບັນດາ ໂຄງການດໍາເນີນງານຂອງອາຊຽນ. ທ່ານ ບຸ່ຍແທງເຊີນ ສະແດງຄວາມຂອບໃຈ ແລະສະເໜີໃຫ້ລັດຖະບານກໍາປູເຈຍ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ວົງ ຄະນະຍາດເຊື້ອສາຍຫວຽດນາມອາໄສຢູ່ກໍາປູເຈຍ ແກ້ໄຂຄວາມຫຍຸ້ງຍາກ, ມີການດໍາລົງຊີວິດເປັນປົກກະຕິ, ເຊື່ອມຕົວໄດ້ເປັນຢ່າງດີ ແລະມີການປະກອບ ສ່ວນຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງກໍາປູເຈຍ ກໍ່ຄືການພົວພັນລະຫວ່າງສອງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.