ສ້າງຕ່ອງໂສ້ການສະໜອງຜະລິດຕະພັນກະສິກຳ ເຂົ້າສູ່ການປຸງແຕ່ງ

07:30 | 17/01/2022

ຍສໝ - ຫວ່າງແລ້ວນີ້, ຢູ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຕັ້ງເວທີປາໄສ ເຊື່ອມຕໍ່ຜະລິດຕະພັນກະເສດ 970 ດ້ວຍຫົວຂໍ້ “ຍູ້ແຮງການຮ່ວມສຳພັນການຜະລິດ, ປຸງແຕ່ງ ແລະ ບໍລິໂພກຜັກ ແລະ ໝາກໄມ້ ຮັບມືກັບຄວາມຫຍຸ້ງຍາກ ຈາກການລະບາດຂອງພະຍາດໂຄວິດ-19”.

ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP
USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ USAID LinkSME ໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກ
ສ້າງຕ່ອງໂສ້ການສະໜອງຜະລິດຕະພັນກະສິກຳ ເຂົ້າສູ່ການປຸງແຕ່ງ
ສ້າງຕ່ອງໂສ້ການສະໜອງຜະລິດຕະພັນກະສິກຳ ເຂົ້າສູ່ການປຸງແຕ່ງ. (ພາບ: TTXVN)

ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ເຈີ່ນແທ່ງນາມ ຊີ້​ແຈ້ງວ່າ: ປະຈຸ​ບັນ ຫວຽດນາມ ພວມ​ສຸມ​ໃສ່​ສົ່ງ​ອອກ​ຜະລິດ​ຕະພັນ​ສົດ, ​ແຕ່​ຍັງ​ບໍ່​ທັນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ຕ່ອງ​ໂສ້​ການ​ສະໜອງການ​ນຳ​ບັນດາ​ຜະລິດ​ຕະພັນ​ເຂົ້າ​ສູ່​ບັນດາ​ໂຮງງານ​ປຸງ​ແຕ່ງ ​ເພື່ອ​ຂະຫຍາຍ​ຊ່ອງ​ທາງ​ການ​ບໍລິ​ໂພ​ກ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ປະກາດ​ໃຊ້​ຫຼາຍ​ນະ​ໂຍບາຍ​ກໍ່ສ້າງ​ບັນດາ​ຂົງ​ເຂດ​ແຫຼ່ງວັດຖຸ​ດິບ ​ທີ່​ມີ​ຄຸນ​ນະພາ​ບ​ເພື່ອ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ. ​ໃນ​ປີ 2021, ກະຊວງ​ໄດ້​ທົດ​ລອງ​ກໍ່ສ້າງ​ຢູ່ 11 ​ແຂວງພື້ນທີ່ວັດຖຸດິບ ​ຄື: ໝາກ​ໄມ້, ກາ​ເຟ, ໄມ້, ​ສິນໃນນ້ຳ... ​ເພື່ອ​ເປັນ​ພື້ນຖານ​ໃຫ້ທະວີຄູນໄປ​​ທົ່ວ​ປະ​ເທດ​ ໃນ​ອະນາຄົດ​ອັນ​ໃກ້​ນີ້ ​ຕາມ​ທິດ​ກໍ່ສ້າງ​ເຂດ​ວັດຖຸ​ດິບ​ຂະໜາດ​ໃຫຍ່.

ບົນ​ພື້ນຖານ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ ​ເຈີ່ນແທ່ງນາມ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ສ້າງ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ, ອະນຸລັກ​ຮັກສາ ​ແລະ ປຸງ​ແຕ່ງ​ຜະລິດ​ຕະພັນ​ຢ່າງ​ໝັ້ນຄົງ, ຕ້ອງ​ມີ​ການ​ຮ່ວມແຮງຮ່ວມໃຈຂອງ​ທຸກ​ພາກສ່ວນ​ ຈາກ​ບັນດາ​ວິ​ສາ​ຫະກິດ, ສະຫະກອນ... ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ຕ່ອງ​ໂສ້​ການ​ສົ່ງ​ອອກ​ແລ້ວ, ບັນດາ​ທ້ອງ​ຖິ່ນ ​ແລະ ​ເຂດ​ວັດ​ຖຸ​ດິບ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ການ​ເຊື່ອມ​ໂຍງ​ເພື່ອ​ນຳ​ຜະລິດ​ຕະພັນ​ເຂົ້າ​ສູ່​ໂຮງງານ​ປຸງ​ແຕ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.