ເປີດຕົວເວທີເຊື່ອມຕໍ່ການຜະລິດ ແລະການຊົມໃຊ້ຜະລິດຕະພັນກະສິກຳ

11:30 | 06/09/2021

ຍສໝ - ສະມາຊິກເວທີປາໄສຈະໄດ້ຮັບການໜູນຊ່ວຍໃນການໂຄສະນາ, ແນະນໍາຂໍ້ມູນ ແລະເຂົ້າຮ່ວມໃນບັນດາລະບົບຕ່ອງໂສ້ການເຊື່ອມຕໍ່ການສະໜອງ - ຄວາມຕ້ອງການຜະລິດຕະພັນກະສິກໍາທີ່ສ້າງຕັ້ງຂຶ້ນໂດຍຄະນະຊີ້ນໍາການພັດທະນາຕະຫຼາດກະສິກໍາ.

COVID-19 ບໍ່ສາມາດກີດຂວາງເສດຖະກິດຫວຽດນາມໄດ້ COVID-19 ບໍ່ສາມາດກີດຂວາງເສດຖະກິດຫວຽດນາມໄດ້
ລາຄາຢາງພາລາສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 30% ລາຄາຢາງພາລາສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 30%
ພາບປະກອບ
ພາບປະກອບ

ຫວ່າງແລ້ວນີ້, ກະຊວງກະສິກຳ ແລະພັດທະນາຊົນນະບົດໄດ້ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ການຜະລິດ ແລະການຊົມໃຊ້ຜະລິດຕະພັນກະສິກຳ” ດ້ວຍການເຂົ້າຮ່ວມທາງອອນລາຍ ຂອງ 63 ແຂວງ/ນະຄອນ, ເກືອບ 200 ວິສາຫະກິດ, ສະມາຄົມຂະແໜງການອື່ນໆ ແລະ ບັນດາສະຫະກອນ, ຮາກຖານຜະລິດ...

ນີ້ແມ່ນເວທີປາໄສໂດຍ ທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມິງຮວານ ຊີ້ນໍາໃນການສ້າງຕັ້ງ, ສືບທອດການເຄື່ອນໄຫວເຊື່ອມຕໍ່ ແລະຊົມໃຊ້ຜະລິດຕະພັນກະສິກຳຂອງໜ່ວຍປະຕິບັດງານ 970. ຈຸດປະສົງແມ່ນເພື່ອສ້າງ ແລະເຊື່ອມຕໍ່ຂັ້ນຕອນການຜະລິດ, ປຸງແຕ່ງ, ເກັບກ່ຽວ, ໝູນວຽນ ແລະຊົມໃຊ້ຜະລິດຕະພັນກະສິກຳ... ຜ່ານນັ້ນ ກໍ່ສ້າງ “ການເຊື່ອມຕໍ່ - ການຮ່ວມມື” ຢ່າງແໜ້ນແຟ້ນ, ຫຼາຍສົ້ນລະຫວ່າງາອົງການຄຸ້ມຄອງກັບວິສາຫະກິດ ແລະຊາວກະສິກອນ.

ສະມາຊິກເວທີປາໄສຈະໄດ້ຮັບການໜູນຊ່ວຍໃນການໂຄສະນາ, ແນະນໍາຂໍ້ມູນ ແລະເຂົ້າຮ່ວມໃນບັນດາລະບົບຕ່ອງໂສ້ການເຊື່ອມຕໍ່ການສະໜອງ - ຄວາມຕ້ອງການຜະລິດຕະພັນກະສິກໍາທີ່ສ້າງຕັ້ງຂຶ້ນໂດຍຄະນະຊີ້ນໍາການພັດທະນາຕະຫຼາດກະສິກໍາ (ກະຊວງກະສິກຳ ແລະພັດທະນາຊົນນະບົດ). ເນື່ອງຈາກການຜັນແປທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ -19, ມີຫຼາຍລະບົບຕ່ອງໂສ້ການຜະລິດ, ການສະໜອງ, ການໝູນວຽນ ແລະຊົມໃຊ້ຜະລິດຕະພັນກະສິກຳຢູ່ໃນບັນແຂວງ ແລະຕົວເມືອງໄດ້ຖືກຂາດວັກຂາດຕອນ, ເວທີປຶກສາຫາລືດັ່ງກ່າວຈະຊ່ວຍແກ້ໄຂ 3 ບັນຫາຄົງຄ້າງຂອງຂະແໜງກະສິກໍາທົ່ວປະເທດ.

ປີ 2020 ຂະແຫນງກະສິກຳຫວຽດນາມ ປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງຈາກໂລກລະບາດໂຄວິດ 19 ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແຕ່ຍັງຄົງຮັກສາການເຕີບໂຕ GDP ປະມານ 2,65% ແລະ ແມ່ນພື້ນຖານສຳຄັນເພື່ອໃຫ້ເສດຖະກິດຫວຽດນາມ ພັດທະນາ, ບັນລຸການເຕີບໂຕເປັນບວກ. ໂດຍຫັນຄວາມຫຍຸ້ງຍາກໃນສະພາບໂລກລະບາດນັ້ນ, ຂະແຫນງກະສິກຳ ພ້ອມກັບຊາວກະສິກອນ ຫວຽດນາມ ຕັ້ງຄວາມຫວັງປີ 2021 ຈະບັນລຸການເຕີບໂຕດີ.

ໃນບັນຍາກາດເມື່ອປະເທດຊາດກ້າວເຂົ້າສູ່ລະດູບານໃຫມ່ຊາວກະສິກອນ ພ້ອມແລ້ວທີ່ຈະສ້າງພື້ນຖານເສດຖະກິດກະສິກຳທັນສະໄຫມ, ຍືນຍົງກວ່າ. ປາດຖະຫນາວ່າ ປີ 2021 ຈະສືບຕໍ່ຜ່ານຜ່າໂລກລະບາດໂຄວິດ 19 ເພື່ອໃຫ້ ບັນລຸການເຕີບໂຕດີ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມໜຳສຳລານສົມບູນພູນສຸກ.

ໄຊພອນ

ເຫດການ
302 Found

Found

The document has moved here.