ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP

09:07 | 09/01/2022

ຍສໝ - ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ ​ໃນ​ພາກ​ພື້ນ (RCEP) ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 1 ມັງກອນ 2022. ນີ້​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ລະຫວ່າງ ອາ​ຊຽນ ກັບ 5 ຄູ່​ຮ່ວມ​ມື​ເສດຖະກິດ​ຄື: ອົດ​ສະ​ຕາ​ລີ, ສ.​ເກົາຫຼີ, ນິວຊີ​ແລນ, ຍີ່ປຸ່ນ ​ແລະ ຈີນ.

ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022 ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022
ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ

ສັນຍາ​ນີ້ ​ຄາດ​ວ່າ​ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື, ​ໂອກາດ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ໃຫ້​ແກ່​ຂະ​ແໜງ​ເສດຖະກິດ​ທີ່​ກວມ 30% GDP ຂອງ​ທົ່ວໂລກ.

An Phat Holdings, ຫວຽດນາມ ພວມກໍ່ສ້າງໂຮງງານຜະລິດຊີວະພາບຂະໜາດໃຫຍ່ທີ່ສຸດ ໃນອາຊຽນ ດ້ວຍສະມັດຕະພາບ 30.000 ໂຕນ, ກະຕຸ້ນວິສາຫະກິດອື່ນໆ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງວັດສະດຸສີຂຽວທົ່ວໂລກ.

ປະ​ຈຸ​ບັນ, ມີຫຼາຍກວ່າ 1/3 ຜະ​ລິດ​ຕະ​ພັນ​ຢາງ ​ທີ່​ຜະ​ລິດ​ໂດຍ​ຫວຽດ​ນາມ ໄດ້​ສົ່ງ​ອອກ​ໄປ​ຈີນ. ພາຍຫຼັງ RCEP ມີ​ຜົນ​ສັກສິດ, ທ່າ​ແຮງ​ການ​ສົ່ງ​ອອກ​ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕື່ມ​ອີກ. ​ໃນ​ເວລາ​ນັ້ນ, ນັກ​ລົງທຶນ​ຈີນ​ຫຼາຍ​ຄົນ ​ຈະ​ກໍ່ສ້າງ​ໂຮງງານ ​ແລະ ​ສ້າງ​ລະບົບ​ສາງ​ ແລະ ​ລະບົບ​ພະລາທິການ​ຢູ່​ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຕ່ອງ​ໂສ້​ມູນ​ຄ່າ​ພາກ​ພື້ນ​ຕື່ມ​ອີກ.

ທ່ານ Xinquan, ສະຖາບັນຄົ້ນຄວ້າ WTO ຂອງຈີນ ກ່າວວ່າ "ສັນຍາດັ່ງກ່າວ ຊ່ວຍເຮັດໃຫ້ເປັນເອກະພາບ ບັນດາມາດຕະຖານຕົ້ນກໍາເນີດ, ລະບຽບການພາສີ, ການກວດກາ ແລະ ການກັກກັນພະຍາດ, ມາດຕະຖານດ້ານວິຊາການ, ສ້າງສະພາບແວດລ້ອມທຸລະກິດທີ່ຫມັ້ນຄົງ, ເສລີ ແລະ ເຊື່ອມຕໍ່ບັນດາວິສາຫະກິດ".

ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP
ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP. (ພາບ: baodautu)

RCEP ຈະ​ຫັນວິວັດການໃຫ້​ງ່າຍ​ຂຶ້ນ, ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ປະ​ຢັດ​ເວ​ລາ ​ແລະ ​ເງິນ, ປັບ​ປຸງ​ກຳລັງແກ່ງແຍ້ງ.

ກ່ຽວ​ກັບ​ການ​ສະໜອງ​ວັດຖຸ​ດິບ, ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດ ສືບ​ຕໍ່​ໄດ້​ຮັບ​ການຫັນມາດຕະຖານ, ​ເຊິ່ງຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ຮັບ​ບຸລິມະສິດ​ດ້ານພາສີອາກອນ.

ຫຼັງ​ຈາກ​ວັນ​ທີ 1 ມັງກອນ​ນີ້, ຫຼາຍກວ່າ 65% ສິນຄ້າທີ່ແລກປ່ຽນການຄ້າ​ລະຫວ່າງ​ຈີນ ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ອົດ​ສະ​ຕາ​ລີ ​ແລະ ​ນິວຊີ​ແລນ ຈະ​ໄດ້ຮັບການຍົກເວັ້ນພາສີອາກອນ​ໃນ​ທັນທີ.

"ຜົນປະໂຫຍດອັນສໍາຄັນທີ່ RCEP ນໍາມາໃຫ້ ແມ່ນຈີນໄດ້ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ ເວົ້າສະເພາະ ແລະ ບັນດາປະເທດອື່ນໆ ເວົ້າລວມ, ແຕ່ລະປະເທດລ້ວນແຕ່ເສີມຂະຫຍາຍຄວາມໄດ້ປຽບຂອງຕົນຢ່າງເຕັມສ່ວນ, ປະກອບສ່ວນເຂົ້າໃນການສ້າງສໍາເລັດຂອງຕ່ອງໂສ້ມູນຄ່າອາຊີ", ຂໍ້ສັງເກດຂອງ ທ່ານ ປອ ໂທຍຟ່າມ ສັງກັດ ມະຫາວິທະຍາໄລທຸລະກິດ ແລະ ເສດຖະກິດສາກົນ ຈີນ.

“ພວກ​ຂ້າພະເຈົ້າ​ຈະ​​ພ້ອມກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ໃນ​ຕົວ​ຈິງ​ພວກ​ເຮົາ​ໄດ້​ລົງທຶນ​ຢູ່​ຫຼາຍ​ບໍລິສັດ​ຂອງ​ອາ​ຊຽນ, ລາຄາ​ຜະລິດ​ຕະພັນ​ຕ່ຳ​ກວ່າ​ຈີນ, ປະຈຸ​ບັນ​ມີ​ໃບສັ່ງຊື້​ຫຼາຍ​ໃບ ​ທີ່​ພວກ​ຂ້າພະເຈົ້າໄດ້ສົ່ງ​​ໃຫ້​ບັນດາ​ໂຮງງານ​ຢູ່​ຫວຽດນາມ”. ການນໍາບໍລິສັດ Bosideng, Jiangsu, ຈີນ, ກ່າວ.

ອາຊີຕາເວັນອອກສ່ຽງໃຕ້ ພວມກາຍເປັນດິນແດນທີ່ອຸດົມສົມບູນໄປດ້ວຍຫຼາຍບໍລິສັດຂອງຈີນ ມາເປີດໂຮງງານຢູ່ນີ້, ເພາະວ່າຕະຫຼາດການບໍລິໂພກນັບມື້ນັບໃຫຍ່ຂຶ້ນ, ກຳລັງການຊົມໃຊ້ກໍ່ເພີ່ມຂຶ້ນ. ໃນຂະນະນັ້ນ ຊັບພະຍາກອນມະນຸດ ມີຄວາມຊໍານິຊໍານານທາງດ້ານວິຊາຊີບ, ລາຄາແມ່ນຖືກກວ່າເມື່ອທຽບກັບຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.