ປະເທດອາເມລິກາ ໄດ້ຖືຫວຽດນາມ ແມ່ນບຸລິມະສິດໃນການຮ່ວມມື ໃນລະບົບຕ່ອງໂສ້ການສະໜອງ

06:30 | 04/06/2020

ຍສໝ - ເມື່ອບໍ່ດົນມານີ້, ປະເທດອາເມລິກາ ໄດ້ກ່າວວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນບັນດາໂຄງການພາກພື້ນທີ່ຈະມາເຖິງ, ປະກອບມີ ການຜະລິດບັນດາຜະລິດຕະພັນຍຸດທະສາດໃນຕ່ອງໂສ້ການສະໜອງ ຂອງປະເທດອາເມລິກາ.  

ປະເທດອາເມລ ກາ ໄດ ຖ ຫວຽດນາມ ແມ ນບ ລ ມະສ ດໃນການຮ ວມມ ໃນລະບ ບຕ ອງໂສ ການສະໜອງ ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19
ປະເທດອາເມລ ກາ ໄດ ຖ ຫວຽດນາມ ແມ ນບ ລ ມະສ ດໃນການຮ ວມມ ໃນລະບ ບຕ ອງໂສ ການສະໜອງ ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ

ຂໍ້ມູນດັ່ງກ່າວໄດ້ແຈ້ງໃຫ້ຊາບວ່າ ໃນວັນທີ 2 ມິຖຸນາ ໂດຍທ່ານ Adam Boehler - ຜູ້ອຳນວຍການບໍລິຫານ ຂອງອົງການພັດທະນາການເງິນສາກົນ (DFC) ຂອງສະຫະລັດອາເມລິກາ ໃນລະຫວ່າງການພົບປະກັບ ທ່ານ ຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ທີ່ນະຄອນຫຼວງ Washington.

ທ່ານ Boehler ໄດ້ກ່າວວ່າ ອົງການພັດທະນາການເງິນສາກົນ ຍັງມີຄວາມສົນໃຈໃນການສະໜັບສະໜູນໂຄງການພັດທະນາຕ່າງໆ ໃນພາກພື້ນແມ່ນໍ້າຂອງ. ອົງການພັດທະນາການເງິນສາກົນ ກຳລັງຜັນຂະຫຍາຍແຜນການຈຳນວນໜຶ່ງ ເພື່ອສະໜັບສະໜູນໂຄງການລົງທຶນ ໃນບັນດາປະເທດກຳລັງພັດທະນາ, ໂດຍສະເພາະ ແມ່ນໃນຂະແໜງພະລັງງານ, ພື້ນຖານໂຄງລ່າງ ແລະ ເສດຖະກິດດີຈີຕອນ.

ປະເທດອາເມລ ກາ ໄດ ຖ ຫວຽດນາມ ແມ ນບ ລ ມະສ ດໃນການຮ ວມມ ໃນລະບ ບຕ ອງໂສ ການສະໜອງ
ທ່ານ ຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ມອບຜ້າບັງປາກ ໃຫ້ທ່ານ Boehler ເພື່ອປ້ອງກັນພະຍາດ COVID-19 ທີ່ນະຄອນຫຼວງ Washington.ໃນວັນທີ 2/6. (ພາບ: ສະຖານທູດຫວຽດນາມ ປະຈຳອາເມລິກາ)

ທ່ານ ຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ໄດ້ສະເໜີໃຫ້ ອົງການພັດທະນາການເງິນສາກົນ ຂອງສະຫະລັດອາເມລິກາ ທີ່ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກ່ຽວຂ້ອງໃນປີນີ້, ເນື່ອງໃນໂອກາດຫວຽດນາມ ແລະ ອາເມລິກາ ໄດ້ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ບັນດາການເຄື່ອນໄຫວ ປະກອບມີບັນດາກອງປະຊຸມອາຊຽນ - ອາເມລິກາ, ຫວຽດນາມ - ອາເມລິກາ ກ່ຽວກັບການຮ່ວມມືລົງທຶນໃນພາກພື້ນ.

ເມື່ອພະຍາດ Covid-19 ເກີດຂື້ນໃນປະເທດຈີນ ແລະ ແຜ່ຂະຫຍາຍໄປທົ່ວໂລກໃນຕົ້ນປີນີ້, ຕ່ອງໂສ້ການສະໜອງທົ່ວໂລກ ໄດ້ຮັບຜົນກະທົບຢ່າງໜັກ ຍ້ອນວ່າບັນດາປະເທດທີ່ນຳໃຊ້ມາດຕະການທີ່ຈຳກັດ ເພື່ອປ້ອງກັນ ແລະ ຕ້ານການລະບາດ. ວິສາຫະກິດຂອງຫຼາຍປະເທດ ໄດ້ພິຈາລະນາທີ່ຈະໂອນການລົງທືນອອກຈາກປະເທດຈີນ ເພື່ອເຮັດໃຫ້ການສະໜອງສິນຄ້າມີຄວາມຫຼາຍຮູບຫຼາຍແບບ ແລະ ຫຼຸດຜ່ອນຄວາມສ່ຽງ.

ຕັ້ງແຕ່ເດືອນມີນາ, ບໍລິສັດ Apple ສະຫະລັດອາເມລິກາ ໄດ້ເລີ່ມຫັນປ່ຽນການຜະລິດອອກຈາກປະເທດຈີນ ໄປສູ່ຫວຽດນາມ ແລະ ເພີ່ມຂຶ້ນປະລິມານຜະລິດຕະພັນ. Google ແລະ Microsoft ກໍ່ ກຳລັງຍ້າຍບາງສາຍການຜະລິດອອກຈາກປະເທດຈີນ ໄປສູ່ຫວຽດນາມ. ບັນດາວິສາຫະກິດຂະໜາດໃຫຍ່, ເຊັ່ນ Amazon ແລະ Home Depot ໄດ້ເລີ່ມຮັບສະໝັກ ແລະ ຄົ້ນຫາຕ່ອງໂສ້ການສະໜອງ, ຖືຫວຽດນາມເປັນໜຶ່ງໃນຈຸດໝາຍໃໝ່, ນອກຈາກບັນດາປະເທດໃນພາກພື້ນອື່ນໆ, ເຊັ່ນ: ອິນໂດເນເຊຍ, ໄທ ຫລື ມາເລເຊຍ.

ປະເທດອາເມລ ກາ ໄດ ຖ ຫວຽດນາມ ແມ ນບ ລ ມະສ ດໃນການຮ ວມມ ໃນລະບ ບຕ ອງໂສ ການສະໜອງ ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານໃໝ່​ຫຼ້​າ​ສຸດກ່ຽວ​ກັບ​ສະ​ພາບ​ການ​ຕະຫຼ​າ​ດ​ເກີບ​ອາ​ເມ​ລິ​ກາ, ຕີ​ລາ​ຄາ​ການ​ກະ​ທົບ​ຂອງ Covid – 19 ທີ່​ມີ​ຕໍ່​ຕະຫຼາດ ແລະ ຄວາມ​ເປັນ​ໄປ​ໄດ້, ທ່າ​ອ່ຽງພັດ​ທະ​ນາ​ຂອງ​ຕະຫຼາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ,

ປະເທດອາເມລ ກາ ໄດ ຖ ຫວຽດນາມ ແມ ນບ ລ ມະສ ດໃນການຮ ວມມ ໃນລະບ ບຕ ອງໂສ ການສະໜອງ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 340 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ.

ຍສໝ - ຫຼັງຈາກຈອດລົງດິນຢູ່ສະໜາມບິນ ໂນຍບາຍq, ຜູ້ໂດຍສານ ແລະ ພະນັກງານປະຈຳຖ້ຽວບິນທຸກຄົນ ໄດ້ຕິດຕາມກວດກາດ້ານການແພດ ແລະ ແຍກອອກຫ່າງຕາມລະບຽບການ.

ປະເທດອາເມລ ກາ ໄດ ຖ ຫວຽດນາມ ແມ ນບ ລ ມະສ ດໃນການຮ ວມມ ໃນລະບ ບຕ ອງໂສ ການສະໜອງ ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

ຍສໝ - ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະເມີນວ່າ ຫວຽດນາມ ເປັນແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19, ແລະ ສອງຝ່າຍສາມາດແບ່ງປັນປະສົບການຫຼາຍຢ່າງ ໃນການຕ້ານການລະບາດ ແລະ ການຟື້ນຕົວຂອງເສດຖະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.