ໂກນດ່າວ ເປີດເຂດຮ່ອງຮອຍປະຫວັດສາດ, ຟື້ນຟູການເຄື່ອນໄຫວທ່ອງທ່ຽວ

16:30 | 01/01/2022

ຍສໝ - ແຕ່ນີ້ຮອດ​ວັນ​ທີ 15 ກຸມພາ 2022, ​ເມືອງ​ໂກນ​ດ່າວ​ ຈະ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ຕ້ອນຮັບ​ນັກທ່ອງທ່ຽວ, ​ແລະ ໃນເບື້ອງຕົ້ນແມ່ນ​ນັກທ່ອງທ່ຽວ​ທີ່ມາໂດຍ​ການເດີນອາກາດ.

ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ທ່ຽວຢູ່ຫວຽດນາມ ​ບໍ່​​ຕ້ອງຈຳກັດບໍລິເວນ ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ທ່ຽວຢູ່ຫວຽດນາມ ​ບໍ່​​ຕ້ອງຈຳກັດບໍລິເວນ
ເປີດໂຕປະຕູຖານຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ໜ້າຕ່າງ App “ທ່ອງທ່ຽວກຸ່ຍເຍີນ-ບິ່ງດິງ” ເປີດໂຕປະຕູຖານຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ໜ້າຕ່າງ App “ທ່ອງທ່ຽວກຸ່ຍເຍີນ-ບິ່ງດິງ”

ທ່ານ ຈິງຫ່າງ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ ບາ​ເຣ້ຍ - ຫວູງເຕົ່າ ​ໃຫ້​ຮູ້​ວ່າ: ທົ່ວ​ແຂວງໄດ້​ເປີດ​ກ້ວາງ​ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເປັນ​ປົກກະຕິ. ​ແຕ່​ຕົ້ນ​ເດືອນ​ທັນວາ​ເປັນ​ຕົ້ນ​ມາ, ກົມ​ທ່ອງ​ທ່ຽວ​ ໄດ້​ອອກ​ເອກະສານ​ຊີ້​ນຳ​ທ້ອງ​ຖິ່ນ ​ແລະ ວິສາຫະກິດ​ການທ່ອງທ່ຽວ​ຈັດ​ຕັ້ງ​ການ​ຕ້ອນຮັບນັກທ່ອງທ່ຽວ​ຢ່າງ​ປອດ​ໄພ.

ໂກນດ່າວ ເປີດເຂດຮ່ອງຮອຍປະຫວັດສາດ, ຟື້ນຟູການເຄື່ອນໄຫວທ່ອງທ່ຽວ
ໂກນດ່າວ ເປີດເຂດຮ່ອງຮອຍປະຫວັດສາດ, ຟື້ນຟູການເຄື່ອນໄຫວທ່ອງທ່ຽວ. (ພາບ: vov)

ຕາມ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ໂກນ​ດ່າວ​ແລ້ວ, ທ້ອງ​ຖິ່ນ​ໄດ້​ຟື້ນ​ຟູ​ທຸກ​ກິດຈະກຳ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ​ໂຮງ​ແຮມ ​ແລະ ຣີສອດ. ນັກທ່ອງທ່ຽວຈາກເຂດ 1 ແລະ 2 ໄດ້ຮັບອະນຸຍາດໃຫ້ເດີນທາງໄປບໍລິເວນດັ່ງກ່າວໂດຍບໍ່ມີຂໍ້ຈໍາກັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນເບື້ອງຕົ້ນ, ​ໂກນ​ດ່າວ ພຽງ​ແຕ່​ຕ້ອນຮັບນັກທ່ອງທ່ຽວ​ທີ່ມາໂດຍ​ການເດີນອາກາດ​ເທົ່າ​ນັ້ນ. ຫຼັງ​ຈາກ​ວັນ​ທີ 15 ກຸມພາ 2022, ໂກນ​ດ່າວ​ ຈະ​ພິຈາລະນາ ​ແລະ ຕີ​ລາຄາ​ເວລາ​ຟື້ນ​ຟູ​ເສັ້ນທາງ​ລົດ​ໄຟຄວາມໄວສູງ​ໄປຍັງ​ໂກນ​ດ່າວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.