ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ”

10:30 | 29/12/2021

ຍສໝ - ການ​ນຳ​ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ແຄ໋ງຮ່ວາ ​ໃຫ້​ຮູ້​ວ່າ: ວັນ​ທີ 26 ທັນວາ, ຢູ່​ສະໜາມ​ບິນ​ສາກົນ ກາມແຮ່ງ (ນະຄອນກາມແຮ່ງ, ​ແຂວງ​ແຄ໋ງຮ່ວາ) ໄດ້​ຈັດ​ພິທີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ດ້ວຍ “ໜັງສືຜ່ານ​ແດນ​ວັກຊີນ” ​ເພື່ອ​ມາ​ຢ້ຽມຢາມ ​ແລະ ພັກຜ່ອນ​ພັກຜ່ອນບຳລຸງສຸຂະພາບຢູ່​ທ້ອງ​ຖິ່ນ.

ຊີນຊ໊ວຍໂຮ່ - ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ລາຍເຈົາ ເປັນຈໍານວນຫຼວງຫຼາຍ ຊີນຊ໊ວຍໂຮ່ - ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ລາຍເຈົາ ເປັນຈໍານວນຫຼວງຫຼາຍ
ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ

ຄະນະນັກທ່ອງທ່ຽວ​ລັດ​ເຊຍ ​ໄດ້​ເດີນທາງ​ດ້ວຍ​ຖ້ຽວ​ບິນ ZF743 ຂອງສາຍການບິນ Azur Air, ​ໄດ້​ອອກ​ຈາກ​ສະໜາມ​ບິນ​ສາກົນ Vnukovo (ນະຄອນຫຼວງ​ມົດ​ສະ​ກູ, ລັດ​ເຊຍ) ​ໃນ​ເວລາ 15:30 ​ໂມງ​ຂອງ​ວັນ​ທີ 25 ທັນວາ ​ແລະ ​ມາເຖິງ​ສະໜາມ​ບິນ​ສາກົນກາມແຣ່ງ ​ໃນ​ເວລາ 6:00 ​ໂມງ​ຂອງ​ວັນ​ທີ 26 ທັນວາ.

ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ”

ແຂວງ ແຄ໋ງຮ່ວາ ຕ້ອນຮັບນັກທ່ອງທ່ຽວລັດເຊຍ 8.000 ຄົນດ້ວຍ “ໜັງສືຜ່ານແດນວັກຊີນ”. (ພາບ: tienphong.vn)

ນີ້​ແມ່ນ​ນັກ​ທ່ອງ​ທ່ຽວລັດ​ເຊຍ​ກຸ່ມ​ທຳ​ອິດ ​ທີ່​ມາ​ແຂວງ​ແຄ໋ງຮ່ວາ ​ນັບຕັ້ງ​ແຕ່ເມື່ອຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາກົນ​ ຖືກ​ຢຸດ​ສະ​ງັກ​ຍ້ອນ​ພະຍາດ​ໂຄ​ວິດ-19 ​ໃນ​ທ້າຍ​ເດືອນ​ມີນາ 2020, ນັກ​ທ່ອງ​ທ່ຽວລັດ​ເຊຍ​ແມ່ນ​ຕະຫຼາດ​ທ່ອງ​ທ່ຽວ​ສາກົນ​ໃຫຍ່​ອັນ​ດັບ​ທີສອງ​ຂອງ​ແຂວງ​ແຄ໋ງຮ່ວາ.

ຕາມ​ທ່ານ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ​ແຄ໋ງຮ່ວາແລ້ວ, ​ແຕ່​ວັນ​ທີ 26 ທັນວາ ຫາ​ທ້າຍ​ເດືອນມີນາ 2022, ບໍລິສັດ​ການ​ຄ້າ​ ແລະ​ ​ການ​ທ່ອງ​ທ່ຽວ Anex ຫວຽດນາມ ຈະ​ຈັດ​ຕັ້ງ​ຖ້ຽວ​ບິນ 26 ຖ້ຽວ ​ເພື່ອ​ນຳ​ເອົາ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ 8.000 ກວ່າ​ເທື່ອ​ຄົນ​ ມາ​ຍັງແຂວງ​ແຄ໋ງຮ່ວາ. ບໍລິສັດນີ້ ຈະຈັດ 2 ຖ້ຽວຕໍ່ອາທິດ, ແຕ່ລະຖ້ຽວຈະມີນັກທ່ອງທ່ຽວລັດເຊຍແຕ່ 320 ຫາ 340 ຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.