ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ເວເນຊູເອລາ

12:23 | 20/12/2021

ຍສໝ -ວັນທີ 14 ທັນວາ, ສະຖານທູດ ແລະຫ້ອງການທີ່ປຶກສາທູດປ້ອງກັນຊາດ ຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ສົມທົບກັບກະຊວງປ້ອງກັນປະເທດເວເນຊູເອລາ.

ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021 ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021
ມີແຂກກວ່າ 1.000 ຄົນມາຢ້ຽມຊົມເຮືອນມິດຕະພາບກອງທັບປະຊາຊົນຫວຽດນາມ ມີແຂກກວ່າ 1.000 ຄົນມາຢ້ຽມຊົມເຮືອນມິດຕະພາບກອງທັບປະຊາຊົນຫວຽດນາມ

ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ແລະ 32 ປີແຫ່ງວັນທົ່ວປວງຊົນປ້ອງກັນ ຊາດຢູ່ມະຫາວິທະຍາໄລສັບພະວິຊາ ສັງກັດກໍາລັງປະກອບອາວຸດ ເວເນຊູເອລາ (UNEFA).

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ເວເນຊູເອລາ
ທ່ານພົນໂທ Pascualino Angiolillo Fernández ອະທິການບໍດີມະຫາວິທະຍາໄລ UNEFA ກ່າວຄໍາເຫັນທີ່ພິທີ ພາບ: baoquocte.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ຫວູເທ໊ຈູງ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາເວເນຊູເອລາ ເນັ້ນໜັກວ່າ ໃນໄລຍະປະຕິວັດໃໝ່ຂອງປະເທດ, ກອງທັບປະຊາຊົນຫວຽດນາມ ໄດ້ມີການປະກອບສ່ວນເຂົ້າໃນຜົນງານ ລວມຂອງປະເທດຊາດໃນ 35 ປີແຫ່ງການປ່ຽນແປງໃໝ່.

ສ່ວນທ່ານພົນໂທ Pascualino Angiolillo Fernández ອະທິການບໍດີມະຫາວິທະຍາໄລ UNEFA ຢືນຢັນວ່າ ຜ່ານໄລຍະທາງປະຫວັດສາດ 77 ປີ ໂດຍພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະກາຍເປັນກໍາລັງການເມືອງທີ່ໄວ້ເນື້ອເຊື່ອໃຈ, ແມ່ນກໍາລັງຕໍ່ສູ້ ທີ່ຈົງຮັກພັກດີຂອງພັກ, ລັດ ແລະປະຊາຊົນ, ປະກອບສ່ວນເຂົ້າໃນພາລະ ກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ ຢ່າງໝັ້ນຄົງ.

ບູນມີ

ເຫດການ
302 Found

Found

The document has moved here.