ຫວຽດນາມ ແມ່ນເສົາຄ້ຳສຳຄັນ ຂອງນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ

15:07 | 18/12/2021

ຍສໝ - ທ່ານ​ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla ໄດ້ຢືນ​ຢັນ​ສິ່ງ​ນີ້ ​ເມື່ອ​ໃຫ້​ສຳ​ພາດ​ນັກ​ຂ່າວ​ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ສອງປະ​ເທດ​ຫວຽດ​ນາມ - ອິນ​ເດຍ ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 15 – 19 ທັນວາ ຂອງທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ.

ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022 ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ

ທ່ານ​ປະທານ​ສະພາ​ຕ່ຳ ອິນ​ເດຍ Om Birla ​ໃຫ້​ຮູ້​ວ່າ: ການ​ພົວພັນ​ອິນ​ເດຍ - ຫວຽດນາມ ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ແໜ້ນແກ່ນ, ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ເວືອງດິ່ງເຫ້ວ ຈະສືບຕໍ່​ເພີ່ມ​ກຳ​ລັງ​ແຮງໃຫ້ມູນເຊື້ອ​ການ​ຮັກ​ສາ​ການ​ຮ່ວມ​ມື​ ລະ​ຫວ່າງ​ລັດຖະສະ​ພາຂອງສອງປະ​ເທດ​ຫວຽດ​ນາມ - ອິນ​ເດຍຢ່າງແໜ້ນແຟ້ນ.

ຫວຽດນາມ ແມ່ນເສົາຄ້ຳສຳຄັນ ຂອງນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ
ຫວຽດນາມ ແມ່ນເສົາຄ້ຳສຳຄັນ ຂອງນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ. (ພາບ: TTXVN)

ຕາມ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla, ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຂອງ ອິນ​ເດຍ ກັບ ອາ​ຊຽນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບົນ​ຈິດ​ໃຈ “ນະ​ໂຍບາຍ​ການກະທຳມຸ່ງໄປສູ່ທິດ​ຕາ​ເວັນ​ອອກ”, ອິນ​ເດຍ ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ພົວພັນແບບໂດຍກົງ​ ແລະ ທາງ​ອອນ​ລາຍ​ກັບ​ຫວຽດນາມ​. ສອງ​ປະ​ເທດ ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ລະຫວ່າງ​ສອງ​ຝ່າຍ ​ໂດຍ​ຜ່ານ​ກອບ​ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ​ອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.