ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ

08:09 | 12/11/2021

ຍ​ສ​ໝ - ມີ​ວັກ​ຊິນ​ກັນ​ໂຄວິດ - 19 Pfizer/BioNTech 1.557.270 ໂດ​ສ ໄດ້ສົ່ງ​ມາ​ຮອດ​ນະ​ຄອນ​ໂຮ່​ຈີ​ມິນ (ໃນ​ວັນ​ທີ 7 – 8 ພະ​ຈິກ). ໃນ​ວັນ​ທີ 9 ພະ​ຈິກ, ຈະ​ມີ​ວັກ​ຊິນ Moderna ຕື່ມ​ອີກ 1.319.600 ໂດສ​ ສົົ່ງມາ​ຮອດ​ຮ່າ​ໂນ້ຍ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ຕາມ​ແຫຼ່ງ​ຂ່າວ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລ້ວ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 ຜ່ານ​ກົນ​ໄກ Covax.

ໃນ​ລະ​ຫວ່າງວັນ​ທີ 8 – 9 ພະ​ຈິກ ,ມີ​ວັກ​ຊິ​ນັກ​ນ Pfizer, Moderna ​ເກືອບ 3 ລ້ານ​ໂດ​ສ ມາ​ຮອດ​ຫວຽດ​ນາມ. ລະ​ອຽດ​ແມ່ນ ມີ​ວັກ​ຊິນ​ກັນ​ໂຄວິດ - 19 Pfizer/BioNTech 1.557.270 ໂດ​ສ ມາ​ຮອດ​ນະ​ຄອນ​ໂຮ່​ຈີ​ມິນ (ໃນ​ລະ​ຫວ່າງວັນ​ທີ 7 – 8 ພະ​ຈິກ), ໃນ​ວັນ​ທີ 9 ພະ​ຈິກ ມີ​ວັກ​ຊິນ​ກັນ​ໂຄວິດ - 19 ​ຕື່ມ​ອີກ 1.319.600 ໂດສ​ ມາ​ຮອດ​ຮ່າ​ໂນ້ຍ.

ນີ້​ແມ່ນ​ບັ້ນ​ໜູນ​ຊ່ວຍ​ວັກ​ຊິນ Pfizer ຄັ້ງ​ທີ 7 ແລະ 8 ຈາກ ໂຄງ​ການ Covax ທີ່​ຈັດແບ່ງ​ໃຫ້ ຫ​ວຽດ​ນາມ. ວັກ​ຊິນ Moderna ຈຳ​ນວນດັ່ງ​ກ່າວ ໂດຍ​ລັດ​ຖະ​ບານ ອາ​ເມ​ລິ​ກາ ​ໜູນ​ຊ່ວຍໃຫ້ ຫວຽດ​ນາມ ຕາມ​ຂໍ້​ຕົກ​ລົງ​ສັ່ງ​ຊື້ກ່ອນນັ້ນ (APA) ຂອງ Covax ກັບ​ຜູ້​ຜະ​ລິດ.

ກ່ອນ​ໜ້າ​ນັ້ນ ໃນ​ວັນ​ທີ 6 ພະ​ຈິກ, ມີ​ວັກ​ຊິນ Pfizer 1.316.250 ໂດ​ສ ກໍ່​ໄດ້​ມາ​ຮອດ​ຮ່າ​ໂນ້ຍ. ນີ້​ແມ່​ນ​ຈຳ​ນວນ​ວັກ​ຊິນ​ໂດຍ​ລັດ​ຖະ​ບານ ອາ​ເມ​ລິກາ ໜູນ​ຊ່ວຍ​ຊື້ ແລ​ະ ສ​ະ​ໜອງ​ຜ່ານ​ກົນ​ໄກ Covax.

ດ້ວຍ​ຈຳ​ນວນ​ສິນ​ຄ້ານີ້, ໄລ່​ຮອດ​ວັນ​ທີ 9 ພະ​ຈິກ, ຍອດ​ວັກ​ຊິນ ຫວຽດ​ນາມ ​ຮັບໄດ້​ຜ່ານ​ກົນ​ໄກ Covax ແມ່ນ 27.099.730 ໂດສ.

ທ່ານ Kidong Park ຫົວ​ໜ້າຜູ້​ຕາງ​ໜ້າ​ອົງ​ການ WHO ປະ​ຈຳ ຫວຽດ​ນາມ ຖື​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ ໄປ​ຍັງ​ຜູ້​ອຸ​ປະ​ຖຳ​ໝົດ​ທຸກ​ຄົນ ແລະ ຄູ່​ຮ່ວມ​ມື​ຂອງ Covax ທີ່ໄດ້​ຮັບ​ປະ​ກັນ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ວັກ​ຊິນ​ຕື່ມ​ອີກ ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ ຫວຽດ​ນາມ ຈາກ​ໂລກ​ລະ​ບາດ​ໂຄວິດ - 19.”

ໄລ່​ຮອດ​ເວ​ລາ 13 ໂມງ​ຂອງວັນ​ທີ 9 ພະ​ຈິກ, ທົ່ວ​ປະ​ເທດໄດ້ຮັບການສັກ​​ວັກ​ຊິນ​ກ່​ວາ 92,3 ລ້ານ​ໂດ​ສ​.

ຕາມບົດ​ລາຍ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ໃນ​ວັນ​ທີ 8 ພະ​ຈິກ, ຮອດ​ວັນ​ທີ 7 ພະ​ຈິກ, ໄດ້​ແຈກ​ຢາຍວັກ​ຊິນ 79 ຄັ້ງ ດ້ວຍຍອດ​ວັກ​ຊິນ 109,5 ລ້ານ​ໂດ​ສ.

ໃນ​ທົ່ວ​ປະ​ເທດ ອັດ​ຕາ​ໄດ້​ຮັບ​ການ​ສັກ​ວັກ​ຊ​ິນ ຢ່າງ​ໜ້ອຍ​ສຸດ 1 ໂດ​ສ​ແມ່ນ 83,8% ແລະ ອັດ​ຕາ​ສັກວັກຊິນ​ຄົບ​ 2 ເຂັມ​ແມ່ນ 40,6% ຂອງປະ​ຊາ​ຊົນ​ທີ່​ມີ​ອາ​ຍຸແຕ່ 18 ປີ​ຂຶ້ນ​ໄປ. ໄລ່ຕາມ​ເຂດແລ້ວ, ໃນອັດ​ຕາສ່ວນນີ້​ຕາມ​ລຳ​ດັບ​ແມ່ນ ພາກ​ເໜືອ​ແມ່ນ 74,7% ແລະ 34,3%, ພາກ​ກາງ​ແມ່ນ 82,4% ແລະ 26,7%, ໄຕ​ງວຽນ ແມ່ນ 74,0% ແລະ 10,6% ແລະ ພາກ​ໃຕ້ ແມ່ນ 93,2% ແລະ 53,7%.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.