ຫວຽດນາມ ໃຫ້ຄຳໝັ້ນສັນຍາບັນດາໂຄງການກະທຳດ້ານໂພຊະນາການເພື່ອພັດທະນາ

11:52 | 10/12/2021

ຍສໝ - ໂພຊະນາການ ແມ່ນໜຶ່ງໃນບັນຫາບຸລິມະສິດດ້ານສຸຂະພາບ ແລະ ກາຍເປັນຄາດໝາຍທີ່ສຳຄັນ ໃນແຜນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ແຕ່ລະທ້ອງຖິ່ນ.

ຫວຽດນາມ ປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດການຢາ, ວັກຊິນຕ່າງປະເທດ ຫວຽດນາມ ປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດການຢາ, ວັກຊິນຕ່າງປະເທດ
ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ

ໃນໄລຍະ 2 ວັນ (ວັນທີ 7-8 ທັນວາ), ຫຼາຍກວ່າ 100 ປະເທດ ແລະ ອົງການຈັດຕັ້ງໃນທົ່ວໂລກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດໂພຊະນາການເພື່ອການພັດທະນາ ເຊິ່ງຈັດຂຶ້ນທາງອອນໄລນ ຈາກສະຖານທີ່ເຊື່ອມຕໍ່ຖ່າຍທອດສົດ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ໂດຍແບ່ງປັນ​ກ່ຽວ​ກັບ​ບັນດາ​ສານ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ເຈຶອງເຊີນ ​ເນັ້ນ​ໜັກ​ວ່າ: ໂພຊະນາ​ການ ​ຍາມໃດກໍແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ບຸລິມະສິດ​ດ້ານ​ສຸຂະພາບ ແລະ ກາຍເປັນຄາດໝາຍທີ່ສຳຄັນ ໃນແຜນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ແຕ່ລະທ້ອງຖິ່ນ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາບັນດາໂຄງການກະທຳດ້ານໂພຊະນາການເພື່ອພັດທະນາ
ຫວຽດນາມ ໃຫ້ຄຳໝັ້ນສັນຍາບັນດາໂຄງການກະທຳດ້ານໂພຊະນາການເພື່ອພັດທະນາ. (ພາບ: baodantoc)

ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ຫວຽດນາມ ​ໄດ້​ວາງ​ເນື້ອ​ໃນ​ປັບປຸງ​ດ້ານ​ໂພ​ຊະນາ​ການ​ຂອງ​ເດັກ​ ໃນ​ບັນດາ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ ​ແລະ ມາຮອດປັດຈຸບັນ​ນີ້​ ແມ່ນ​ຍຸດ​ທະ​ສາດແຫ່ງ​ຊາດ​ດ້ານ​ໂພຊະນາ​ການ​ ​ໄລຍະ 2021 – 2030.

ຜ່ານ​ນັ້ນ, ຫວຽດນາມ ​ຈະ​ປະຕິບັດ 2 ຄຳ​ໝັ້ນ​ສັນ​ຍາ​ທີ່​ກອງ​ປະຊຸມ​ສຸດ​ຍອດ ​ກ່ຽວ​ກັບ​ການ​ພັດທະນາ​ໂພ​ຊະ​ນາ​ການ​ຄັ້ງ​ນີ້, ​ໃນ​ນັ້ນ​ມີ: ປັບປຸງສະພາບການຂາດໂພຊະນາການ ​ຮ່າງກາຍຈ່ອຍ ແລະ ບໍ່ສູງ ໃນ​ເດັກ​ອາຍຸ​ຕ່ຳ​ກວ່າ 5 ປີ, ​ໂດຍ​ສະ​ເພາະ​ ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ, ​ແລະ ຄວບ​ຄຸມສະພາບການ​ນ້ຳໜັກ​ເກີນ ​ແລະ ​ໂລກຕຸ້ຍ ໃນ​ເດັກ​ອາຍຸ 0-18 ປີ.

ບົນ​ພື້ນຖານ​ນັ້ນ, ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ທີ່​ກ່າວ​ມາ​ນີ້, ຫວຽດນາມ ໄດ ແລະ ພວມສ້າງບັນດາ​ໂຄງການ​ກະທຳຕິດພັນກັບບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ນະ​ໂຍບາຍ, ງົບປະມານ​ໃນ​ການ​ປະຕິບັດ, ຜັນຂະຫຍາຍ ​ແລະ ຕິດຕາມ​ກວດກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.