ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ

08:07 | 10/12/2021

ຍສໝ - ເວັບ​ໄຊ​ຂ່າວ Le reporter ຂອງ Morocco ຕີ​ລາຄາ​ວ່າ ຫວຽດນາມ ຍັງ​ແມ່ນ​ຈຸດໝາຍ​ປາຍທາງດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ ​ເຖິງ​ວ່າ​ຈະ​ເກີດ​ພະຍາດ​ລະບາດ​ກໍ່ຕາມ.

ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ພາບປະກອບ:
ພາບປະກອບ: baodauthau.vn

ພາຍຫຼັງໄລຍະເກືອບ 2 ເດືອນແຫ່ງການປະຕິບັດມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ມີຫຼາຍອົງການສາກົນ, ວິສາຫະກິດຕ່າງປະເທດ ແລະ ໜັງສືພິມຫຼາຍສະບັບຂອງສາກົນ ໄດ້ມີຂໍ້ສັງເກດຕັ້ງໜ້າ ກໍຄືການຄາດຄະເນທີ່ເປັນໜ້າປະເອີບໃຈກ່ຽວກັບລະດັບການຟື້ນຟູ ແລະ ການເຕີບໂຕເສດຖະກິດຂອງພື້ນຖານເສດຖະກິດ ຫວຽດນາມ.

ໝາກຜົນການສຳຫຼວດຫວ່າງມໍ່ໆມານີ້ຂອງຫ້ອງການການຄ້າ ອາເມລິກາ ປະຈຳ ຫວຽດນາມ ສະແດງໃຫ້ເຫັນວ່າ ມີເກືອບ 80% ໃນຈຳນວນ 2.550 ວິສາຫະກິດ ແລະ ນັກລົງທຶນຕ່າງປະເທດທີ່ຖືກຖາມ ໄດ້ຕີລາຄາຢ່າງຕັ້ງໜ້າ ຫຼື ມີຄວາມຕັ້ງໜ້າກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງວິສາຫະກິດຢູ່ ຫວຽດນາມ.

ທະນາຄານ Standard Chartered ຄາດ​ຄະ​ເນ​ວ່າ ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ​ຂອງ​ຫວຽດນາມ ອາດ​ຈະ​ເຕີບ​ໂຕ​ສະ​ເລ່ຍ​ແຕ່ລະ​ປີ​ກ່ວາ 7% ​ແລະ ບັນລຸ​ກວ່າ 535 ຕື້ USD ​ໃນ​ປີ 2030. ທ່ານນາງ Michele Wee, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ຫວຽດນາມ, ຖືວ່າ ຜູ້ອອກແຮງງານທີ່ມີຄຸນນະພາບສູງແມ່ນມີຢູ່ແລ້ວ, ນະໂຍບາຍທີ່ເປັນມິດກັບການລົງທຶນໂດຍກົງຈາກຕ່າງປະເທດ ແລະ ເລື່ອງເພີ່ມທະວີການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ຜ່ານສັນຍາການຄ້າເສລີຫຼາຍສະບັບທີ່ແຕກຕ່າງກັນ ແມ່ນບັນດາປັດໄຈຊ່ວຍໃຫ້ ຫວຽດນາມ ຍູ້ແຮງການສົ່ງອອກ, ເພີ່ມທະວີລະບົບມູນຄ່າເພີ່ມໃນທຸກຂົງເຂດ.

ເວັບໄຊ Le reporter ຂອງ Marocco ກໍ່ໄດ້ຄັດສະເໜີຕົວເລກໃນໄລຍະ 11 ເດືອນ ຜ່ານມາວ່າ ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ກວ່າ 26 ຕື້ USD ແລະ ຕີລາຄາວ່າ ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ ໂດຍບໍ່ຫົວຊາຕໍ່ໂລກລະບສດ.

ຕາມເວັບໄຊນີ້ແລ້ວ, ບັນດາບ້ວງການລົງທຶນເຂົ້າໃນ 18 ຂົງເຂດ, ສະເພາະການຜະລິດໄດ້ກວມກວ່າ 14 ຕື້ USD, ເຊິ່ງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ຈະກາຍເປັນສູນກາງຜະລິດແຖວໜ້າໂລກໃນອະນາຄົດ.

ໄຊພອນ

ເຫດການ
302 Found

Found

The document has moved here.