ຫວຽດນາມ ປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດການຢາ, ວັກຊິນຕ່າງປະເທດ

09:07 | 10/12/2021

ຍສໝ - ທ່ານ Gareth Ward, ເອກ​ອັກຄະ​ລັດຖະທູດ​ອັງກິດ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຝ່າຍ​ອັງກິດ ປາດ​ຖະໜາ​ຢາກ​ແບ່ງປັນ​ກັບ ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດການສັກ​ວັກ​ຊີນ​ຕ້ານ COVID-19 ​ໃຫ້​ແກ່​ເດັກນ້ອຍ.

ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ ມີຢູ່ສັບພະສິນຄ້າຂອງຝຣັ່ງເປັນເທື່ອທຳອິດ ໝາກລິ້ນຈີ່ກະປ໋ອງຂອງຫວຽດນາມ ມີຢູ່ສັບພະສິນຄ້າຂອງຝຣັ່ງເປັນເທື່ອທຳອິດ
ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5% ຄາດ​ວ່າການ​ສົ່ງ​ອອກຂອງຂະແໜງ​ຫນັງ​​ເກີບ​ຈະ​ເຕີບໂຕ 5%
ຫວຽດນາມ ປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດການຢາ, ວັກຊິນຕ່າງປະເທດ
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ. ພາບ:suckhoedoisong.vn

ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ໄດ້ມີການເຮັດວຽກກັບ ທ່ານ Paul Jansen ເອກອັກຄະລັດຖະທູດ ລາຊະອານາຈັກແບນຊິກ ປະຈຳ ຫວຽດນາມ, ທ່ານ Gennady Bezdetko ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳ ຫວຽດນາມ.

ບັນດາການ​ເຮັດ​ວຽກ​ມີ​ເນື້ອ​ໃນ​ກ່ຽວ​ຂ້ອງເຖິງ​ການ​ຮ່ວມ​ມື​ດ້ານ​ການ​ແພດ ​ແລະ​ ກິດ​ຈະ​ກໍາ​ການ​ປ້ອງ​ກັນ ​ແລະ​ ຄວບ​ຄຸມ COVID-19; ໂດຍ​ສະ​ເພາະ​ແມ່ນບັນດາ​ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ, ການມອບໂອນ​ເຕັກ​ໂນ​ໂລ​ຊີ​ວັກ​ຊີ​ນຕ້ານ​ໂຄ​ວິດ-19, ຢາ​ປິ່ນ​ປົວ...

ບັນດາ​ເອກ​ອັກຄະ​ລັດຖະທູດ​ໄດ້​ຕີ​ລາຄາ​ສູງຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ​ແລະ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ໝາກຜົນ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັ້ນຮົບສັກວັກຊີນ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

​ໂດຍເຮັດ​ວຽກ​ກັບ ​ທ່ານ​ເອກ​ອັກຄະ​ລັດຖະທູດ ແບນ​ຊິກ ປະຈຳຫວຽດນາມ Paul Jansen, ທ່ານ​ລັດຖະມົນຕີ ຫງວຽນ​ແທ່ງ​ລອງ ​ໃຫ້​ຮູ້​ວ່າ ກະຊວງ​ສາທາລະນະ​ສຸກ ພວມ​ ກວດຄືນ ​ແລະ ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ, ສະ​ນັ້ນ ກະຊວງ​ສາທາລະນະ​ສຸກ ປາດ​ຖະໜາ​ຢາກ​ແລກປ່ຽນ ​ແລະ ຮ່ວມ​ມື​ກັບ​ສະຫະພາບ ​ເອີ​ລົບ ​ແລະ ​ແບນ​ຊິກ ​ເພື່ອ​ໃຫ້​ບັນຫາ​ຄຸ້ມ​ຄອງການ​ຢາ​ຂອງ ຫວຽດນາມ​ໄດ້ເຂົ້າເຖິງກັບ​ມາດ​ຖານ​ຂອງ​ໂລກ, ຜ່ານນັ້ນກໍ່ຮັບປະກັນ​ຢາ ​ແລະ ວັກ​ຊີນ ໃຫ້ຕາມຄວາມຕ້ອງການ​ປິ່ນປົວ, ​ເບິ່ງແຍງ​ສຸຂະພາບ​ຂອງ​ປະຊາຊົນ​ຫວຽດນາມ.

ເມື່ອແລກປ່ຽນກັບທ່ານລັດຖະມົນຕີ ຫງວຽນແທງລອງ, ທ່ານເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Gennady Bezdetko ໃຫ້ຮູ້ວ່າ: ນອກຈາກການຮ່ວມມືດ້ານສາທາລະນະສຸກທີ່ພວມຜັນຂະຫຍາຍແລ້ວ, ບັນດາວິສາຫະກິດຂອງ ລັດເຊຍ ກໍພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ວິທະຍາສາດ, ການຢາ.

ສ່ວນທ່ານ Gareth Ward, ເອກອັກຄະລັດຖະທູດລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ, ກໍ່ສະແດງຄວາມເຫັນວ່າ ຝ່າຍອັງກິດ ພ້ອມແລ້ວທີ່ຈະແບ່ງປັນກັບ ຫວຽດນາມ ກ່ຽວກັບການປະຕິບັດການສັກວັກຊິນກັນໂຄວິດ-19 ໃຫ້ແກ່ເດັກນ້ອຍ; ອັງກິດ ກໍ່ຢາກຮ່ວມມືກັບ ຫວຽດນາມ ໃນການຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19, ຢາປິ່ນປົວໂຄວິດ-19.

ໄຊພອນ

ເຫດການ