ຖະແຫຼງການຂັ້ນລັດຖະມົນຕີກ່ຽວກັບການພັດທະນາແບບຍືນຍົ ຢູ່ທະເລອາຊີຕາເວັນອອກ

07:57 | 08/12/2021

ຍສໝ - ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພວມຈັດຕັ້ງປະຕິບັດການສ້າງແຜນຜັງພື້ນທີ່ທາງທະເລແຫ່ງຊາດ ແລະ ແຜນຜັງສັງລວມການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທະເລແບບຍືນຍົງ ອີງຕາມວິທີການສຳຜັດລະບົບນິເວດ; ສ້າງ​ຍຸດ​ທະ​ສາດ​ການ​ຂຸດ​ຄົ້ນ​, ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດແບບ​ຍືນ​ຍົງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ.

ພັດທະນາເສດຖະກິດທະເລຂອງຫວຽດນາມ ແບບຍືນຍົງໃນສະພາບການປ່ຽນແປງຂອງດິນຟ້າອາກາດ ພັດທະນາເສດຖະກິດທະເລຂອງຫວຽດນາມ ແບບຍືນຍົງໃນສະພາບການປ່ຽນແປງຂອງດິນຟ້າອາກາດ
ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ເລມີງເງິນ ​ໄດ້​ແບ່ງປັນ​ຂໍ້​ມູນ​ດັ່ງກ່າວ ​ທີ່​ເວທີ​ປາ​ໄສ​ລັດຖະມົນຕີ​ ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ເຂດ​ທະ​ເລ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 (EASC) ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 2 ທັນວາ. ເວທີ​ປາ​ໄສ​ ໄດ້ຈັດຕັ້ງດ້ວຍຮູບການອອນໄລ ໂດຍການເປັນ​ປະທານຂອງ ທ່ານ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ກຳປູ​ເຈຍ Say Samal ​. ທີ່​ເວທີ​ປາ​ໄສ, 11 ປະ​ເທດ​ສະມາຊິກ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼ​ງການ​​ຂັ້ນ​ລັດຖະມົນຕີ​ Preah Sihanouk.

​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລັດຖະບານ ​ທີ່​ມາ​ຈາກ 11 ປະ​ເທດ​ສະມາຊິກ, ຄະນະກຳມະການ​ບໍລິຫານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ເຂດ​ທະ​ເລ​ອາຊີ​ຕາ​ເວັນ​ອອກ, ບັນດາ​ຄູ່​ຮ່ວມ​ມືທີ່ບໍ່ຂຶ້ນກັບອົງການແຫ່ງຊາດ ​ແລະ ອື່ນໆ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ເລມີງເງິນ ເປັນຫົວໜ້າຄະນະ.

ຖະແຫຼງການຂັ້ນລັດຖະມົນຕີກ່ຽວກັບການພັດທະນາແບບຍືນຍົ ຢູ່ທະເລອາຊີຕາເວັນອອກ
ທັດສະນີຍະພາບການສົນທະນາ. (ພາບ: https://monre.gov.vn)

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ: ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ສາກົນ, ພິ​ເສດ​ແມ່ນ PEMSEA, ຫວຽດນາມ ​ໄດ້​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ ​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງສຳເລັດຜົນ. ລະອຽດ​ແມ່ນ​ການທະວີຄູນ​ ການ​ຄຸ້ມ​ຄອງ​​ລວມເຂດຊາຍຝັ່ງ ຢູ່​ບັນດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ; ປະກາດ​ໃຊ້ ​ແລະ ປະຕິບັດ​ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງລວມເຂດຊາຍຝັ່ງ ຮອດ​ປີ 2020, ​ວິ​ໄສ​ທັດ​ຮອດ​ປີ 2030; ປະກາດໃຊ້ກົດໝາຍວ່າດ້ວຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທະເລ, ໝູ່ເກາະ; ສ້າງ ​ແລະ ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ ​ກ່ຽວ​ກັບ​ສະພາບ​ການ​ໃນ​ປະຈຸ​ບັນ​ຂອງ​​ທະ​ເລ ​ແລະ ​ເຂດຊາຍຝັ່ງ; ມຸ່ງໄປເຖິງພື້ນຖານເສດຖະກິດທະເລສີຟ້າ 2018; ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ທະ​ເລ ແລະ ໝູ່ເກາະ​ຂອງ​ປະ​ເທດ, ​ໄລຍະ 2016-2020; ສ້າງ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ປະເທດ ​ແລະ ທ້ອງ​ຖິ່ນ.

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພວມຈັດຕັ້ງປະຕິບັດການສ້າງແຜນຜັງທາງທະເລແຫ່ງຊາດ ແລະ ແຜນແມ່ບົດການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທະເລແບບຍືນຍົງ ອີງຕາມລະບົບນິເວດ; ສ້າງ​ຍຸດ​ທະ​ສາດ​ການ​ຂຸດ​ຄົ້ນ​ແບບ​ຍືນ​ຍົງ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ.

ທ່ານ​ຮອງ​ລັດຖະມົນຕີ ເລມີງເງິນ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສະໄໝສາມັນເທື່ອທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 12 ​ໄດ້​ອອກ​ມະຕິ​ເລກທີ 36-NQ/TW ລົງ​ວັນ​ທີ 22 ຕຸລາ 2018 ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ທະ​ເລ​ຫວຽດນາມ ​ແບບ​ຍືນ​ຍົງ​ ຮອດ​ປີ 2030, ວິໄສທັດ​ເຖິງ​ປີ 2045, ​ແມ່ນສິ່ງພິສູດສະແດງໃຫ້ເຫັນຄຳໝັ້ນສັນຍາ​ຂອງ​ຫວຽດນາມ ​ກ່ຽວກັບການພັດທະນາ​ແບບ​ຍືນ​ຍົງ. ​ລະອຽດແມ່ນ​ການ​ບັນລຸ​ໄດ້ເປົ້າ​ໝາຍ​ຂອງ​ໂຄງການດຳເນີນງານ 2030 ກ່ຽວກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ຂອງ​ສະຫະ​ປະຊາ​ຊາດ 2030 (SDGs) ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ອື່ນໆ ​ເຊັ່ນ: ສົນທິສັນຍາແມ່ຂອງ​ສະຫະ​ປະຊາ​ຊາດ ວ່າດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (UNFCCC), ຂອບ​ເຂດນາໆ​ຊີວະ​ພາບ​ທົ່ວໂລກ​ຫຼັງ​ປີ 2020 ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ພາກ​ພື້ນ​ອື່ນໆ.

ຖະແຫຼງການຂັ້ນລັດຖະມົນຕີກ່ຽວກັບການພັດທະນາແບບຍືນຍົ ຢູ່ທະເລອາຊີຕາເວັນອອກ
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ຮັບ​ຮອງ​ຖະ​ແຫຼງ​ການ​ຮ່ວມ​ຂັ້ນລັດຖະມົນຕີ. (ພາບ: https://monre.gov.vn)

“ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອ​ພ້ອມ​ກັນ​ປະຕິບັດ, ​ແບ່ງປັນ​ປະສົບ​ການ ​ແລະ ພຶດຕິກຳ​ທີ່​ດີ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ລວມ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ທະ​ເລ​ອາຊີຕາ​ເວັນ​ອອກ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະໜັບສະໜູນ ​ແລະ ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ ​ຢູ່​ທະ​ເລ​ອາຊີຕາ​ເວັນ​ອອກ ​ຢູ່ຫວຽດນາມ”, ທ່ານ​ຮອງ​ລັດຖະມົນຕີ ​ເນັ້ນ​ໜັກ​.

ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ 11 ປະ​ເທດ​ສະມາຊິກ​ ໄດ້​ລົງ​ນາມ​ຖະ​ແຫຼ​ງການ​ຮ່ວມ​​ຂັ້ນ​ລັດຖະມົນຕີ​ Preah Sihanouk ມຸ່ງໄປສູ່ພື້ນຖານການ​ຄຸ້ມ​ຄອງ​ມະຫາ​ສະໝຸດ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ​ເຂັ້ມ​ແຂງ​ບົນ​ພື້ນຖານຫຼັກການພັດທະນາແບບຍືນຍັງ ແລະ ພຶ້ນຖານ​ເສດຖະກິດ​ຂຽວ.

ຖະ​ແຫຼງການ​ໄດ້​ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາຢ່າງຈະແຈ້ງ ​ຄື: ຢືນຢັນ ​ແລະ ສ້າງ​​ຄືນ​ໃໝ່ໂດຍອີງໃສ່ບັນດາ​ຖະ​ແຫຼ​ງການ​ ຫຼື ບັນດາ​ຄຳ​ໝັ້ນ​ສັນຍາ​ຂັ້ນ​ລັດຖະມົນຕີກ່ອນ​ໜ້າ​ນີ້ ​ຂອງ​ພາກ​ພື້ນ ​ເພື່ອ​ສະໜັບສະໜູນ​ການ​ປະຕິບັດ SDS-SEA ​ແລະ ບັນດາຂໍ້ຕົກລົງ​ສາກົນ​ທີ່​ສຳຄັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.