ທ່ານປະທານປະເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ການນຳບັນດາປະເທດເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື​ສອງຝ່າຍ

11:49 | 24/09/2021

ຍສໝ - ວັນທີ 22 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບ ທ່ານປະທານາທິບໍດີ ບັນດາປະເທດ: ມົງໂກລີ, ສະວິດ ແລະ ໂອຕາລິດ ແລະ ທ່ານປະທານສະພາເອີລົບ (EU).

ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ
ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ
ທ່ານປະທານປະເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ການນຳບັນດາປະເທດເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື​ສອງຝ່າຍ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບ ທ່ານ ປະທານສະພາເອີລົບ Charles Michel. ພາບ: TTXVN

ທີ່ການພົບປະກັບ ທ່ານປະທານາທິບໍດີ ມົງໂກລີ Ukhnaagin Khurelsukh, ສອງຝ່າຍພ້ອມກັນຢັ້ງຢືນວ່າ ຍາມໃດກໍ່ຖືການພົວພັນມິດຕະພາບຖານອ້າຍນ້ອງລະຫວ່າງສອງປະເທດເປັນສຳຄັນ, ເຫັນດີເປັນເອກະພາບເສີມຂະຫຍາຍບົດບາດຂອງກົນໄກຄະນະກຳມະການລະຫວ່າງລັດຖະບານ, ຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຜ່ານນັ້ນ ກໍ່ສ້າງສະພາບແວດລ້ອມທີ່ສະດວກເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດ.

ທີ່ການຕ້ອນຮັບທ່ານປະທານາທິບໍດີ ສະວິດ Guy Parmelin, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ ODA ຂອງ ສະວິດ ຜ່ານບັນດາໂຄງການພັດທະນາໃຫ້ແກ່ໄລຍະຈະມາເຖິງ ເພື່ອອາດຈະສຳຜັດ ແລະປັບຕົວໃຫ້ແທດເໝາະຢ່າງງ່າຍດາຍກ່ວາໃນສະພາບການໃໝ່ ຫຼັງໂຄວິດ - 19.

ທີ່ການພົບປະກັບປະທານາທິບໍດີໂອຕາລິດ Alexander Van Der Bellen, ສອງຝ່າຍເຫັນດີເປັນເອກະພາບວ່າ ການຮ່ວມມືດ້ານເສດຖະກິດແມ່ນຈຸດສຸມຂອງການຮ່ວມມືລະຫວ່າງສອງປະເທດໃນຫຼາຍປີຜ່ານມາ, ໂອຕາລິດ ຍາມໃດກໍ່ຢືນຢຸ່ໃນທອບ 10 ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມຢູ່ເອີຣົບ.

ທີ່ການຕ້ອນຮັບທ່ານປະທານສະພາເອີລົບ Charles Michel, ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນຫຼາຍດ້ານ, ສອງຝ່າຍເຊື່ອມຕໍ່ການເຄື່ອນໄຫວແລກປ່ຽນຄະນະ ແລະ ພົບປະໃນທຸກຂັ້ນໂດຍໄວ, ເສີມຂະຫຍາຍບັນດາກົນໄກຮ່ວມມື, ການໂອ້ລົມສົນທະນາທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ ແລະມີບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ. ທ່ານປະທານປະເທດ ໄດ້ສະເໜີໃຫ້ EU ຊຸກຍູ້ບັນດາປະເທດສະມາຊິກ EU ປະຕິບັດລະບຽບການໃຫ້ສັດຕະຍາບັນ ສັນຍາ EVIPA ໂດຍໄວ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະການນຳບັນດາປະເທດກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ກ່ຽວກັບຄວາມສຳຄັນຂອງການສ້າງລະບົບຫຼາຍຝ່າຍທີ່ມີຢູ່ແລ້ວ, ຖື ສປຊ ເປັນໃຈກາງ, ປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ ແລະ ການບິນ ຢູ່ບັນດາເຂດທະເລ, ໃນນັ້ນມີ ທະເລຕາເວັນອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.