ຫວຽດນາມເພີ່ມທະວີການເຊື່ອມຕໍ່ ASEAN-IAEA ກ່ຽວກັບບັນຫານິວເຄຼຍທົ່ວໂລກ
ຍສໝ - ໃນລະຫວ່າງການພົບປະກັບທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ທີ່ນະຄອນຫຼວງວຽນນາ (ໂອຕຣິດ), ຫວຽດນາມໄດ້ຢືນຢັນຄຳໝັ້ນສັນຍາທີ່ຈະປະສານງານກອງປະຊຸມທົບທວນຄືນຄັ້ງທີ 11 ຂອງສົນທິສັນຍາວ່າດ້ວຍການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງເປັນກາງ ແລະ ຊຸກຍູ້ການຮ່ວມມືດ້ານນິວເຄຼຍເພື່ອຈຸດປະສົງສັນຕິພາບ.