ຫວຽດ​ນາມ ມອບ​ເສື້ອ​ຊູ​ຊີບ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ

06:25 | 22/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ຕາ​ແສງ ວ້ານ​ຮືງ, ເມືອງ ວ້ານ​ນິງ (ແຂວງ​ແຄ໊ງ​ຮ່​ວາ), ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕິນ​ຊາງ ແລະ ສະ​ພາ​ກາ​ແດງ ຫວຽດ​ນາມ ໄດ້ຈັດ​ການມອບ​ເສື້ອ​ຊູ​ຊີບ 1000 ຜືນ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ.

ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໄປ​ຍັງ Saint Petersburg ໂດຍ​ກົງ ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໄປ​ຍັງ Saint Petersburg ໂດຍ​ກົງ
ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ
ຫວຽດ​ນາມ ມອບ​ເສື້ອ​ຊູ​ຊີບ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ
ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕິນ​ຊາງ ມອບ​ເສື້ອ​ຊູ​ຊີບ 1000 ຜືນ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ (ພາບ: TTXVN)

ແຄ໊ງ​ຮ່​ວາ​ແມ່ນ​ທ້ອ​ງ​ຖິ່ນ​ສຸດ​ທ້າຍ​ໃນ 12 ແຂ​ວງ, ນະ​ຄອນ ເຂດ​ພາກ​ກາງ ທີ່ໄດ້​ຮັບ​ການມອບ​ເສື້ອ​ຊູ​ຊີບ ປີ 2021 ໂດຍ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈືອງ​ເຕິນ​ຊາງ​ ຂົນ​ຂວາຍ​ສະ​ໜັບ​ສະ​ໜູນ, ດ້ວຍຍອດ​ຈຳນວນ​ 15.000 ຜືນ ມີີມູນຄ່າເຖິງ 20 ຕື້​ດົ່ງ.

ບັນ​ດາ​ແຂວງ, ນະ​ຄອນ​ແທັງ​ຮ໊ວາ, ເງະ​ອານ, ຮ່າ​ຕິງ, ກ໋​ວາງ​ບິ່ງ, ກ໋​ວາງ​ຈິ, ເທ​ື່ອ​ທ​ຽນ - ເຫ້ວ, ດ່າ​ນັ້ງ, ກ໋​ວາງ​ນາມ, ແຄ໊ງ​ຮ່​ວາ, ແຕ່​ລະ​ທ້​ອງ​ຖິ່ນ​ໄດ້​ຮັບ​ເສື້ອ​ຊູ​ຊີບ 1.000 ຜືນ, ກ໋​ວາງ​ງາຍ, ຝຸ​ອຽນ ແຕ່​ລະ​ແຂວງ​ໄດ້​ຮັບ 1.600 ຜືນ, ບິ່ງ​ດິ້ງ ໄດ້​ຮັບ 1.800 ຜືນ ແລະ ເມືອງ​ເກາະ​ເຈື່ອງ​ຊາ, ແຄ໊ງ​ຮ່​ວາ ແມ່ນ 1000 ຜືນ. ໂຄງ​ການມອບ​ເສື້ອ​ຊູ​ຊີບ​ໄດ້ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 – 18 ພະ​ຈິກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.