ການນຳພັກລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ

06:25 | 16/11/2021

ຕອນເຊົ້າວັນທີ 15 ພະຈິກ, ຢູ່ຕາແສງ ເຕີນເຮີບ, ເມືອງ ວັນອຽນ, ແຂວງ ອຽນບາຍ ໄດ້ຈັດພິທີຕ້ອນຮັບໃບຢັ້ງຢືນຕາແສງບັນລຸມາດຖານຊົນນະບົດໃໝ່ ແລະ ວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດ ປີ 2021.

ສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳມະນາປະຈຳປີ ກ່ຽວກັບ “ຕຳຫຼວດສະຫະປະຊາຊາດ” ສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳມະນາປະຈຳປີ ກ່ຽວກັບ “ຕຳຫຼວດສະຫະປະຊາຊາດ”
45 ໂຄງການໄດ້ຮັບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຢີ ຫວຽດນາມ ປີ 2020 45 ໂຄງການໄດ້ຮັບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຢີ ຫວຽດນາມ ປີ 2020
ການນຳພັກລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ກວານແທັງ, ເມືອງ ບາດິ່ງ (ພາບ: quochoi.vn)

ເນື່ອງໃນໂອກາດນີ້, ທ່ານ ຫວໍວັນເຖືອງ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍດີເດັ່ນໃນບໍລິເວນ. ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳແຂວງ ອຽນບາຍ ໄດ້ມອບຂອງຂວັນໃຫ້ບ້ານ ແລະ ຄວບຄົວດີເດັ່ນໃນຂະບວນການມະຫາສາມັກຄີທົ່ວປວງຊົນທັງຊາດ; ບັນດາຄອບຄົວດີເດັ່ນບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄອບຄົວທຸກຍາເປັນພິເສດໃນບໍລິເວນແຂວງ.

ວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຊຸມຊົນບ້ານປາກບໍ, ນ້ຳລິນ, ນ່າແລ້ງ, ຕາແສງເຈື່ອງຮ່າ, ເມືອງຮ່າກວາງ, ແຂວງກາວບັງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນ 19 ປີຜ່ານມາ, ເລື່ອງຈັດຕັ້ງ ວັນບຸນມະຫາສາມັກຄີທົ່ງປວງຊົນທັງຊາດ ໄດ້ກາຍເປັນມູນເຊື້ອອັນດີງາມຢູ່ເຂດຊຸມຊົນເກືອບທັງໝົດ, ໃນນັ້ນມີ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ. ທ່ານປາດຖະໜາວ່າ ປຊຊ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ສີສັນວັດທະນະທຳຂອງຊາດ, ນ້ຳໃຈສາມັກຄີເປັນຈິດໜຶ່ງໃຈດຽວ, ຕັດສິນໃຈສ້າງສາບ້ານເກີດເມືອງນອນ ໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ.

ທ່ານ ຫວໍວັນເຖືອງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດຢູ່ເມືອງ ວັນອຽນ
ທ່ານ ຫວໍວັນເຖືອງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດຢູ່ເມືອງ ວັນອຽນ. ພາບ: VOV

ກ່ອນໜ້ານັ້ນ, ວັນທີ 14 ພະຈິກ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ເຂົ້າຮ່ວມວັນບຸນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ ປີ 2021 ຢູ່ຕາແສງ ຝີຢື, ເມືອງ ດ້ຽນບຽນດົງ, ແຂວງ ດ້ຽນບຽນ. ກ່າວຄຳເຫັນທີ່ວັນບຸນ, ທ່ານລັດຖະມົນຕີ ໂຕເລິມ ມີຄວາມປາດຖະໜາຢາກໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ດ້ຽນບຽນ ສືບຕໍ່ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບກຳລັງຕຳຫຼວດ ໃນວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽນຮຽບຮ້ອຍ ເວົ້າລວມ ແລະ ການສ້ອມແປງ, ກໍ່ສ້າງເຮືອນຢູ່ ເພື່ອໃຫ້ພໍ່ແມ່ປະຊາຊົນມີບ່ອນພັກພາອາໄສທີ່ເປັນປົກກະຕິໂດຍໄວ. ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ໃນບໍລິເວນແຂວງ ດ້ຽນບຽນ, ບັນດາອົງການຈັດຕັ້ງມະຫາຊົນ ສືບຕໍ່ ລະດົມກຳລັງໃຈແກ່ ພໍ່ແມ່ປະຊາຊົນ ເພີ່ມທະວີກຳລັງແຮງ ກຸ່ມກ້ອນມະຫາສາມັກຄີ, ປະຕິບັດ ບັນດາໜ້າທີ່ການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມຂອງ ທ້ອງຖິ່ນ ໃຫ້ປະສົບຜົນສຳເລັດ, ຈັດຕັ້ງບັນດາຂະບວນການແຂ່ງຂັນຮັກຊາດ ໃຫ້ເປັນຢ່າງດີ, ລະດົມໃຈແກ່ບັນດາແບບຢ່າງທີ່ກ້າວໜ້າ, ບັນດາໝູ່ຄະນະ ແລະສ່ວນບຸກຄົນດີເດັ່ນ ສ້າງທ່າແຂ່ງຂັນໃໝ່.

ຕອນຄ່ຳວັນທີ 13 ພະຈິກ, ຢູ່ ຕາແສງ ກວານແທັງ, ເມືອງ ບາດິ່ງ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ເນັ້ນໜັກວ່າ, ປີ 2021 ແມ່ນປີມີສິ່ງທົດສອບ, ຄວາມຫຍຸ້ງຍາກຫຼາຍຢ່າງສຳລັບ ຫວຽດນາມ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຊີ້ນຳນຳພາຂອງສະພາແຫ່ງຊາດ, ການບໍລິຫານຂອງລັດຖະບານ ແລະ ການຮ່ວມແຮງຮ່ວມໃຈ, ສຸມກຳລັງແຮງຂອງປະຊາຊົນທຸກຊັ້ນວັນນະ, ສະພາບເສດຖະກິດ-ສັງຄົມໃນໄລຍະ 10 ເດືອນຜ່ານມາໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ໄພເງິນເຟີ້ສືບຕໍ່ໄດ້ຮັກສາໄວຢູ່ໃນລະດັບຕ່ຳ. ຊີວິດສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັບປະກັນ; ວຽກງານການຕ່າງປະເທດໄດ້ຮັບການເພີ່ມທະວີ.

ໄຊພອນ

ເຫດການ
302 Found

Found

The document has moved here.