ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030

16:15 | 26/07/2021

ຍສໝ - ໃນວັນທີ 23 ກໍລະກົດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງສຶກສາ ແລະ ບຳລຸງສ້າງ, WHO ແລະ GHAI (ອົງການ​ຂົນ​ຂວ​າຍນະໂຍບາຍສາທາລະນະສຸກໂລກ) ໄດ້ຈັດການ​ໂອ້​ລົ​ມ​ເຈ​ລະ​ຈາທາງໄກ ເພື່ອຕອບສະໜອງວັນ​ໂລກປ້ອງກັນ ແລະ ​ຕ້ານການຈົມນໍ້າ ວັນທີ 25 ກໍລະກົດ ດ້ວຍຫົວຂໍ້ "ທຸກຄົນມີຄວາມສ່ຽງທີ່ຈະຈົມນ້ຳ ແຕ່ມັນກໍ່ສາມາດປ້ອງກັນ ແລະ ສະກັດກັ້ນໄດ້". ນີ້ແມ່ນໜຶ່ງໃນຫຼາຍກິດຈະກຳ ເພື່ອຕອບສະໜອງມະຕິສະບັບທຳອິດໃນປະຫວັດສາດ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ​ຕ້ານການຈົມນ້ຳ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ
ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະຟື້ນຟູຢູ່ໃນລະດັບ 6,7% ໃນປີ 2021 ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະຟື້ນຟູຢູ່ໃນລະດັບ 6,7% ໃນປີ 2021

ທ່ານ ປອ Kidong Park, ​ຫົວ​ໜ້າຜູ້ຕາງໜ້າອົງການສາທາລະນະສຸກໂລກ ປະຈຳຫວຽດນາມ ໄດ້ກ່າວວ່າ ການຈົມນ້ຳແມ່ນໜຶ່ງໃນ 10 ສາເຫດຂອງການເສຍຊີວິດຫຼາຍ​ທີ່​ສຸດ ສຳລັບເດັກ​ທີ່ມີອາຍຸ 5-14 ປີ. ການຈົມນໍ້າ ມີຜົນສະທ້ອນທີ່ຮ້າຍແຮງ ແລະ ເລິກເຊິ່ງຕໍ່ຄອບຄົວ ແລະ ຊຸມຊົນ, ແຕ່ບັນຫານີ້ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມຢ່າງເທົ່າທີ່ຄວນ.

ໃນວັນທີ 28 ເມສາ 2021 ທີ່ເປັນຄັ້ງທຳອິດໃນປະຫວັດສາດ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ກ່ຽວກັບການປ້ອງກັນ ແລະ ​ຕ້ານການຈົມນ້ຳ ດ້ວຍຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກ. ຫົວຂໍ້ຂອງປີນີ້ແມ່ນ "ທຸກຄົນມີຄວາມສ່ຽງທີ່ຈະຈົມນ້ຳ ແຕ່ມັນກໍ່ສາມາດປ້ອງກັນ ແລະ ​ຕ້ານໄດ້".

ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030
ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030

ມະຕິດັ່ງກ່າວໄດ້ເລືອກເອົາວັນທີ 25 ເດືອນກໍລະກົດ​ຂອງທຸກໆປີ ເປັນວັນປ້ອງກັນ ແລະ ​ຕ້ານການຈົມນໍ້າ. ນີ້ແມ່ນໂອກາດທີ່ດີ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງການປ້ອງກັນ, ​ຕ້ານການຈົມນ້ຳ ແລະ ຮຽກຮ້ອງໃຫ້ມີການປະສານງານຂອງຫຼາຍຂະແໜງການເພື່ອມີຫຼາຍ​ມາດ​ຕະ​ການແກ້ໄຂບັນຫາກູ້ຊີບຊີວິດ​ອິນ​ຊີຂອງຄົນ.

ຢູ່ປະເທດຫວຽດນາມ, ເຖິງແມ່ນວ່າຜົນໄດ້ຮັບໃນເບື້ອງຕົ້ນ ແມ່ນໝາກຜົນ​ທີ່ໜ້າລະດົມສົ່ງເສີມດ້ວຍການຫຼຸດຜ່ອນສະເລ່ຍ 100 ກໍລະນີເດັກນ້ອຍຈົມນ້ຳໃນປີ, ແຕ່ການຈົມນ້ຳຍັງຄົງເປັນໜຶ່ງໃນບັນດາສາຍເຫດຕົ້ນໆທີ່ເຮັດໃຫ້ເດັກນ້ອຍເສຍຊີວິດ. ຕາມການ​ຄ​ິດ​ໄລ່ໃນປີ 2020,​ ແຕ່​ລະ​ປີ ມີເດັກນ້ອຍອາຍຸຕໍ່າກວ່າ 16 ປີປະມານ 2000 ຄົນຖືກເສຍຊີວິດຍ້ອນການຈົມນໍ້າ.

ເພື່ອຜ່ານຜ່າສິ່ງທ້າທາຍ, ພ້ອມກັນນັ້ນ ກໍ່​ເສີມ​ຂ​ະ​ຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອ​ປະ​ຕິ​ບັດ​ບັນ​ດາ ມາດຕະການຮັບປະກັນສະພາບແວດລ້ອມການດຳລົງຊີວິດທີ່ປອດໄພ, ປ້ອງກັນອຸບັດຕິເຫດ ແລະ ການບາດເຈັບຂອງເດັກນ້ອຍ, ແລະ ປ້ອງກັນ, ຕ້ານການຈົມນໍ້າຂອງເດັກ. ພ້ອມດຽວກັນນີ້, ກໍ່​ເພີ​່ມ​ທະ​ວີການສຶກສາທັກສະຄວາມປອດໄພໃຫ້ພໍ່ແມ່, ທັກສະຄວາມປອດໄພໃຫ້ເດັກ ໃນສະພາບແວດລ້ອມນ້ຳ. ປະສານສົມທົບກັບໜ່ວຍງານທີ່ມີໜ້າທີ່ ໃນການຈັດຕັ້ງການກວດກາ, ຕິດຕາມ ແລະ ຊີ້ນຳເພື່ອຄົ້ົ້ນພົບ ແລະ ຫລີກລ້ຽງຄວາມສ່ຽງ ເພື່ອຮັບປະກັນຄວາມປອດໄພ ສຳລັບເດັກນ້ອຍ.

ມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານການຈົມນ້ຳ ບໍ່ພຽງແຕ່ເນັ້ນ​ໜັກ​ເຖິງຜົນກະທົບອັນໃຫຍ່ຫຼວງຂອງການຈົມນ້ຳ ຕໍ່ຄວາມປອດໄພ ແລະ ຊີວິດ​ອິນ​ຊີຂອງຄົນ, ແຕ່ຍັງມີຜົນກະທົບອັນໃຫຍ່ຫຼວງ ຕໍ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ​ອີກ​ດ້ວຍ.

ທ່ານນາງ ດ່ວານທູຮ່ວຽນ, ຜູ້ອຳນວຍແຫ່ງ​ຊ​າດ​ຂອງອົງການສົ່ງເສີມນະໂຍບາຍສາທາລະນະສຸກທົ່ວໂລກ, ອາເມລິກາ,ໃຫ້ຮູ້ວ່າ: ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຖ່າຍທອດບັນດາປະສົບການຂອງໂຄງການ ເພື່ອໄປນຳໃຊ້ໃນທົ່ວປະເທດ. ສິ່ງນີ້ຕ້ອງການການລົງທືນຂອງອຳນາດການປົກຄອງທ້ອງຖິ່ນ ແລະ ການຮ່ວມມືຂອງແຕ່ລະຄອບຄົວ ແລະ ຊຸມຊົນ.”

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.