ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19: ສັກ​ວັກ​ຊິນ​ກັນ​​ໂຄວິດ-19 ໄວ​ທີ່​ສຸດ​ເທົ່າທີ່​ສາ​ມາດ​ເຮັດ​ໄດ້

06:30 | 04/11/2021

ວັກຊິນກັນພະຍາດໂຄວິດ-19 ກຳລັງຈະສົ່ງມາຮອດຫວຽດນາມດ້ວຍຈຳນວນຫຼາຍ, ແຕ່ມີຫຼາຍຊະນິດ. ສະນັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ຕ້ອງຈັດແບ່ງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ ເພື່ອຮັບປະກັນຄວາມຄືບໜ້າໃນການສັກວັກຊີນໃຫ້ໄວທີ່ສຸດເທົ່າທີ່ສາມາດເຮັດໄດ້, ໂດຍສະເພາະແມ່ນຢູ່ບັນດາແຂວງທາງພາກຕາເວັນຕົກ ແລະ ເຂດ ໄຕ່ງວຽນ, ເຊີ່ງແມ່ນເຂດທີພະຍາດກຳລັງຜັນແປຢ່າງສັບສົນ.

ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ
ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 (ພາບ: moh.gov.vn)
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 (ພາບ: moh.gov.vn)

ວັກຊິນກັນພະຍາດໂຄວິດ-19 ກຳລັງຈະສົ່ງມາຮອດຫວຽດນາມດ້ວຍຈຳນວນຫຼາຍ, ແຕ່ມີຫຼາຍຊະນິດ. ສະນັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ຕ້ອງຈັດແບ່ງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ ເພື່ອຮັບປະກັນຄວາມຄືບໜ້າໃນການສັກວັກຊີນໃຫ້ໄວທີ່ສຸດເທົ່າທີ່ສາມາດເຮັດໄດ້, ໂດຍສະເພາະແມ່ນຢູ່ບັນດາແຂວງທາງພາກຕາເວັນຕົກ ແລະ ເຂດ ໄຕ່ງວຽນ, ເຊີ່ງແມ່ນເຂດທີພະຍາດກຳລັງຜັນແປຢ່າງສັບສົນ. ນີ້ແມ່ນໜຶ່ງໃນ ບັນດາບັນຫາຈຸດສຸມທີ່ ຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19ໄດ້ເນັ້ນໜັກໃນກອງປະຊຸມທີ່ຈັດຂຶ້ນໃນຕອນເຊົ້າວັນທີ 03 ພະຈິກ ເມື່ອປຶກສາຫາລືກ່ຽວກັບຍຸດທະສາດສັງລວມໃນການຮັບມືກັບໂລກລະບາດໂຄວິດ-19ຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳ ໄດ້ເປັນປະທານກອງປະຊຸມ.

ຕາມທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມແລ້ວ, ຍຸດທະສາດສັງລວມໃນການຮັບມືກັບໂລກລະບາດໂຄວິດ-19ຢ່າງມີປະສິດທິຜົນ ດ້ວຍມາດຕະການໃໝ່ຈະໄດ້ປະຕິບັດໃນໄລຍະທີ່ຈະມາເຖິງ, ໃນຂະນະທີ່ອັດຕາຜູ້ໄດ້ສັກວັກຊິນສູງຂຶ້ນ. ສ່ວນໃນໄລຍະປັດຈຸບັນຍັງຕ້ອງປະຕິບັດບັນດາມາດຕະການສະກັດກັ້ນ, ຈຳກັດບໍລິເວນ, ຢ່າງນີ້ມນວມ, ມີໄຫວພິບ… ກ່ຽວກັບວຽກງານຈັດຕັ້ງໃຫ້ນັກຮຽນກັບມາຮຽນປົກກະຕິ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມໄດ້ຊີ້ແຈ້ງວ່າ:

"ຄວາມຕ້ອງການໄປຮຽນຂອງນັກຮຽນກຳລັງເປັນບັນຫາ ຍ້ອນວ່າ ນັກຮຽນໄດ້ຮຽນທາງໄກໃນໄລຍະເວລາຍາວຈະມີຜົນສະທ້ອນຕໍ່ການພັດທະນາ. ກ່ຽວກັບຫຼັກການ, ຢູ່ເຂດຂຽວແມ່ນໄດ້ໄປຮຽນ. ບັນດາທ້ອງຖິ່ນພະຍາຍາມຈັດຕັ້ງໃຫ້ນັກຮຽນໄດ້ໄປຮຽນໃນເງື່ອນໄຂທີ່ສາມາດເຮັດໄດ້."

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.