ປະທານສະພາແຫ່ງຊາດ ຂອບໃຈ ລັດເວຍ ມີແຜນຈະມອບໂອນວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ຫວຽດນາມ

14:07 | 25/10/2021

ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ຫາກໍ່ສົ່ງຈົດໝາຍຂອບໃຈທ່ານນາງ Inara Murniece ແລະ ບັນດາສະມາຊິກລັດຖະສະພາ ສະພາແຫ່ງຊາດ ສາທາລະນະລັດ ລັດເວຍ ກ່ຽວກັບປະເທດລັດເວຍ ຄາດວ່າຈະມີການມອບໂອນວັກຊິນ AstraZeneca ຫຼາຍກວ່າ 200,000 ໂດສ ໃຫ້ກັບຫວຽດນາມ.

ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ
Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19 Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19

ໃນຈົດໝາຍຂອບໃຈ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ຊີ້ແຈ້ງວ່າ: ກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ພວມປະຕິບັດບັນດາຂັ້ນຕອນທີ່ຈຳເປັນເພື່ອຊື້ ແລະ ຮັບວັກຊີນກັນພະຍາດ COVID-19 ດັ່ງກ່າວໃນໄລຍະຈະມາເຖິງໂດຍໄວທີ່ສຸດ.

ປະທານສະພາແຫ່ງຊາດ ຂອບໃຈ ລັດເວຍ ມີແຜນຈະມອບໂອນວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ. (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ລັດເວຍ, ລະຫວ່າງສະພາແຫ່ງຊາດຂອງສອງປະເທດ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງດີງາມ ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ຂຽນວ່າ “ການຊຸກຍູ້ຂອງສະພາແຫ່ງຊາດ ລັດເວຍ ເພື່ອໃຫ້ລັດຖະບານຕົກລົງມອບໂອນຈຳນວນວັກຊີນກັນພະຍາດ COVID-19 ດັ່ງກ່າວ ໃຫ້ແກ່ຫວຽດນາມໃນຊ່ວງເວລາທີ່ຫຍຸ້ງຍາກນີ້ ແມ່ນເປັນການສະແດງເຖິງການກະທຳເພື່ອຄວາມຍຸຕິທຳອັນດີງາມ ທີ່ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ລັດເວຍ, ໄດ້ແບ່ງປັນໃຫ້ແກ່ຫວຽດນາມ.

ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີ່ງເຫ້ວ ກໍ່ໄດ້ສົ່ງຈົດໝາຍເຖິງປະທານສະພາແຫ່ງຊາດບັນດາປະເທດ EU ທີ່ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດໂລກຄັ້ງທີ 5 ທີ່ຫາກໍ່ຈັດຂຶ້ນຢູ່ Austria ໃນເດືອນກັນຍາ 2021 ເພື່ອສະໜັບສະໜູນຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມ Covid-19. ຕໍ່ມາ, ສະພາແຫ່ງຊາດ ລັດເວຍ ປະກາດກ່ຽວກັບ ລັດເວຍ ມີແຜນການມອບໂອນວັກຊິນ AstraZeneca ຫຼາຍກວ່າ 200,000 ໂດລາໃຫ້ກັບຫວຽດນາມ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.