ຍູ້ແຮງວິທະຍາສາດເຕັກໂນໂລຢີທີ່ຮັບໃຊ້ໃຫ້ແກ່ການຕ້ານໂລກລະບາດໂຄວິດ - 19

09:07 | 20/10/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 18 ຕຸ​ລາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວູ​ດຶກ​ດາມ - ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະ​ຊວງວິ​ທະ​ສາ​ຍາດແລະເຕັກ​ໂນ​ໂລ​ຢີກ່ຽວ​ກັບ​ການ​ກຳ​ນົດ​ທິດແລະວິ​ທີ​ການ​ແກ້​ໄຂ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຮັບ​ໃຊ້​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ ຄົ້ນ​ຫາ “ປ້ອມ” ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ດົງ​ແອັງ - ຮ່າ​ໂນ້ຍ
ອາ​ຊຽ​ນ 37: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອ​ງ​ເອົາ​ກອ​ງ​ທຶນ​ຮັບ​ມື ກັບ​ໂລກ​ລະ​ບາດ Covid – 19 ອາ​ຊຽ​ນ 37: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອ​ງ​ເອົາ​ກອ​ງ​ທຶນ​ຮັບ​ມື ກັບ​ໂລກ​ລະ​ບາດ Covid – 19
ຍູ້ແຮງວິທະຍາສາດເຕັກໂນໂລຢີທີ່ຮັບໃຊ້ໃຫ້ແກ່ການຕ້ານໂລກລະບາດໂຄວິດ - 19
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວູ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ (ພາບ: VGP)

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີໃນ​ວຽກ​ງານ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຂະ​ແໜງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ສືບ​ຕໍ່​ຄົ້ນ​ຄ້​ວາວັກ​ຊິນແລະຢາ​ປິ່ນ​ປົວ​ໂຄວິດ - 19, ບັນ​ດາ​ວິ​ທີ​ການ​ວິ​ໄຈ​ຫ​າ​ເຊື້ອ​ໃໝ່ດ້ວຍການກວດ​ນ້ຳ​ລາຍແລະລົມ​ຫາຍ​ໃຈ, ຄົ້ນ​ຄ້​ວາ​ບັນ​ດາ​ອາ​ການ​ຫຼັງ​ຕິດ​ເຊື້ອ​ໂຄວິດ - 19, ຄົ້​ນ​ຄ້​ວາຜະ​ລິດ​ຊຸດກວດ​ຫາ​ເຊື້ອ, ເຄື່ອງ​ຊ່ວຍ​ຫາຍ​ໃຈ.

ທ່ານ​ຮອງ​ສາດ​ສະ​ດາ​ຈານ - ປ.ອ ຫງວຽນ​ເລິນ​ຫ໋ຽວ, ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ມະ​ຫາ​ວິ​ທະ​ຍາໄລແພດ​ສາດຮ່າ​ໂນ້ຍໄດ້​ສະ​ເໜີ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ສະ​ເໜີ​ກະ​ຊວງວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີພ້ອມ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກນຳ​ໃຊ້​ມາດ​ຕະ​ການ​ວິ​ທະ​ຍາ​ສາດສ້າງ​ມາດ​ຕະ​ຖານ​ຄະ​ແນນເພື່ອ​ຕີ​ລາ​ຄາ​ລະ​ດັບ​ຂອງ​ຜູ້​ຕິດ​ເຊື້ອ, ນີ້​ແມ່ນ​ບັນ​ຫາ​ສຳ​ຄັນທີ່​ສຸດເມື່ອ​ສຳ​ຜັດ​ກັບ​ຜູ້​ຕິດ​ເຊື້ອ​ໃນ​ເບື້ອງ​ຕົນແລະຫຼັງ​ຈາກ​​ໝູນ​ໃຊ​້​ເຕັກ​ໂນ​ໂລ​ຢີ, ຖ້າ​ພວກ​ເຮົາ​ບໍ່​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃນ​ການ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອໝາຍ​ຄວາມ​ວ່​າ ຈະ​ບໍ່​ປະສົບຜົນສຳ​ເລັດ. ໄປ​ຄຽງ​ຄູ່​ກັນ​ນັ້​ນ​ແມ່ນ​ການ​ນຳ​ໃຊ້​ລະ​ບົບ​ປັນ​ຍາ​ປະ​ດິດເພື່ອ​ຈຳ​ແຍກ​ການ​ເຊື່ອມ​ຕໍ່​ບັນ​ດາ​ຕຽງ​ນອນ​ວ່າງ, ລົດສຸກ​ເສີນເພື່ອ​ຮັບ​ຄົນ​ເຈັບແລະນຳ​ສົ່ງ​ໄປ​ໂຮງ​ໝ​ໍ.

ປັດ​ຈຸ​ບັນ, ວັກ​ຊິນ Nanocovax ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເຕັກ​ໂນ​ໂລ​ຢີ​ຊີ​ວະ​ສາດການ​ຢາ Nanogen ຄົ້ນ​ຄ້​ວາຜະ​ລິດໄດ້ຮັບການ​ຕີ​ລາ​ຄາ​ວ່າແມ່ນ​ຢູ່​ກາງ​ໄລ​ຍະ​ທີ 3 ແລະພວມ​ລໍ​ຖ້າກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອະ​ນຸ​ຍາດ​ນຳ​ໃຊ້​ໂດຍ​ດ່ວນ. ພ້ອມ​ທັງ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ຊະ​ນິດ​ຕ່າງໆ​ກໍ່​ພວມ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ​ຜະ​ລິດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.