ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນ​ດາ​ກຸ່ມ​ອາດ​ຊະ​ຍາ​ກຳ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ, ສັງ​ຄົມ​ຢູ່ ​ໄຮ​ຕີ

20:38 | 06/10/2021

ຍ​ສ​ໝ - ຫວຽດນາມ ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງ, ລັກພາຕົວຂອງບັນດາກຸ່ມອາດຊະຍາກຳ ກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມຢູ່ ໄຮຕີ ແລະ ສະເໜີເພີ່ມທະວີບັນດາມາດຕະການປະຕິບັດກົດໝາຍ, ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.

ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາວ່າ ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ຂອງ ສ​ປ​ຊ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76
ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນ​ດາ​ກຸ່ມ​ອາດ​ຊະ​ຍາ​ກຳ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ, ສັງ​ຄົມ​ຢູ່ ​ໄຮ​ຕີ

ທ່ານ​ນາງ ຫງວຽນ​ເຟືອງ​ຈາ ອຸ​ປະ​ທູດ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະປາ​ຊາດ .(ພາບ: baotintuc.vn)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ໃນ​ວັນ​ທີ 4 ຕຸ​ລາ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ​ໄຮ​ຕີ ແລະ ການ​ເຄື່ອນ​ໄຫວ​ຂອງ​ຫ້ອງ​ການ​ປະ​ສານ​ງານ​ຂອງ ສ​ປ​ຊ ປະ​ຈຳ ໄຮ​ຕີ, ທ່ານ​ນາງ ຫງວຽນ​ເຟືອງ​ຈາ ອຸ​ປະ​ທູດ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະປາ​ຊາດ ຊີ້​ແຈ້ງວ່າ:

ຫວຽດນາມ ໄດ້ຢັ້ງຢືນຂໍ້ຕົກລົງທາງການເມືອງ ລະຫວ່າງ ທ່ານນາຍົກລັດຖະມົນຕີ ໄຮຕີ ແລະ ບັນດາພັກການເມືອງ, ບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ ກ່ຽວກັບການຈັດຕັ້ງການເລືອກຕັ້ງໃນປີ 2022 ແລະ ປາດຖະໜາຢາກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກຳນົດບັນດາຂົງເຂດບຸລິມະສິດ, ໃນນັ້ນ ສຸມໃສ່ເຂົ້າຮູບແບບ ແລະ ຈຸດເວລາການເລືອກຕັ້ງ, ຮັບປະກັນອັດຕາຜູ້ຕາງໜ້າແມ່ນແມ່ຍິງເຂົ້າຮ່ວມການເຄື່ອນໄຫວດ້ານການເມືອງ.

ຫວຽດນາມ ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງ, ລັກພາຕົວຂອງບັນດາກຸ່ມອາດຊະຍາກຳ ກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມຢູ່ ໄຮຕີ ແລະ ສະເໜີເພີ່ມທະວີບັນດາມາດຕະການປະຕິບັດກົດໝາຍ, ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.

ຫວຽດນາມ ກໍ່ຮຽກຮ້ອງໃຫ້ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງຕຳຫຼວດ ໄຮຕີ ຜ່ານການຝຶກແອບ, ບຳລຸງສ້າງ, ປະກອບອຸປະກອນ ແລະ ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ. ພ້ອມທັງ, ຮຽກຮ້ອງໃຫ້ ສປຊ, ບັນດາອົງການຈັດຕັ້ງສາກົນ, ພາກພື້ນ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອ ໄຮຕີ ຜ່ານຜ່າຄວາມຫຍຸ້ງຍາກໃນປັດຈຸບັນ.

ຫວຽດນາມ ຢັ້ງຢືນການສະໜັບສະໜູນ ສຳລັບປະຊາຊົນໄຮຕີ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ ໄຮຕີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.