ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ລະ​ດົມ​ໄດ້​ເງິນ​ເປັນ​ຈຳ​ນວນກ່​ວາ 8.808 ຕື້​ດົ່ງ.

07:07 | 18/01/2022

ຍ​ສ​ໝ - ໄລ່​ຮອດ​ຈຸດ​ເວ​ລານີ້, ຄະ​ນະ​ຄຸ້ມ​ຄອງກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຈ່າຍ​ເງິນ​ເປັນ​ຈຳ​ນວນ 7.671,5 ຕື້​ດົ່ງ ຈາ​ກ​ກອ​ງ​ທຶນ ໃນ​ນັ້ນ​ຊື້​ວັກ​ຊິນ 7.666,9 ຕື້​ດົ່ງ, ຈ່າຍ​ເງິນ​ຄົ້ນ​ຄ້​ວາ, ທົດ​ລອງວັກ​ຊິນ 4,6 ຕື້​ດົ່ງ ແລະ ຍັງ​ເຫຼືອ 1.137,45 ຕື້​ດົ່ງ.

ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ
ໂຄງ​ການ ລະ​ດູ​ບານ​ໃໝ່​​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໄດ້​ຮັບ​ເງິນ​ກ່​ວາ 104 ຕື້​ດົ່ງ ໂຄງ​ການ ລະ​ດູ​ບານ​ໃໝ່​​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໄດ້​ຮັບ​ເງິນ​ກ່​ວາ 104 ຕື້​ດົ່ງ
ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ລະ​ດົມ​ໄດ້​ເງິນ​ເປັນ​ຈຳ​ນວນກ່​ວາ 8.808 ຕື້​ດົ່ງ.
ພາບ​ປະ​ກອບ: TTXVN

ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ເງິນ​ສະ​ໜັບ​ສະ​ໜູນ​ຈາກກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19, ກະ​ຊວງ​ການ​ເງິນ ໄດ້​ປະ​ກາດ​ເອ​ກະ​ສານ​ເລກ​ທີ 41 ໂດຍ​ໄວ ​ກ່ຽວ​ກັບ​ແນະ​ນຳ​ກ່ຽວ​ກັບ​ການ​ຈັດ​ຕັ້ງ, ເຄື່ອ​ນ​ໄຫວ, ຄຸ້ມ​ຄອງ, ນຳ​ໃຊ້ ແລະ ບັນ​ຊີ, ຊຳ​ລະ, ປະ​ກາດ​ການ​ເງິນກອງ​ທຶນ, ຮັບ​ປະ​ກັນ​ການ​ເປີດ​ເຜີຍ​ຢ່າງ​ໂປ່ງ​ໃສ, ມີ​ປະ​ສິ​ດທິ​ຜົນ.

ເພື່​ອ​ຄຸ້ມ​ຄອງ​ເງິນ​ສະ​ໜັບ​ສະ​ໜູນ​ຢ່າງ​ເຂັ້ມງວດ, ມີ​ປະ​ສິດ​ທິ​ຜົນ, ເງິນ​ຍັງ​ເຫຼືອ​ຈະ​ສົ່ງ​ເຂົ້າ​ບັນ​ຊີ​ກອງ​ທຶນ​ຢູ່​ບັນ​ດາ​ທະ​ຫານ​ການ​ຄ້າ ເມື່ອ​ໝົດ​ວັນຈະ​ສົ່ງ​ໄປ​ຍັງ​ພະ​ແນກ​ພົວ​ພັນ​ຂອງ​ຄັງ​ເງິນ​ແຫ່ງ​ລັດ ແລະ ສົ່ງ​ຕໍ່​ໄປ​ຍັງ​ທະ​ນາ​ຄານ​ແຫ່ງ​ລັດ.

ປັດ​ຈຸ​ບັນ, ຄະ​ນະ​ຄຸ້ມ​ຄອງກອງ​ທຶນ​ວັກ​ຊິ​ນ​ກັນ​ໂຄວິດ - 9 ໄດ້​ເປີດ​ບັນ​ຊີ 22 ບັນຊີເພື່ອ​ຮັບ​ເງິນ 3 ສະ​ກຸນ​ແມ່ນ VND, USD, EUR ຢູ່​ພະ​ແນກ​ພົວ​ພັນ​ຂອງ​ຄັງ​ເງິນ​ແຫ່ງ​ລັດ ແລະ 7 ທະ​ນາ​ຄານ​ການ​ຄ້າ ລວມ​ມີ: gồm BIDV, Vietcombank, VietinBank, HDBank, MB, Agribank ແລະ TPBank.

ການ​ຄຸ້ມ​ຄອງ, ນຳ​ໃຊ້​ກອງ​ທຶນ, ເປີດ​ບັນ​ຊີ​ເງິນ​ສົ່ງ​ໄປ​ຍັງ​ຄັງ​ເງິນ​ແຫ່ງ​ລັດ ໄດ້​ເປີດ​ເຜີຍ ຢູ່​ບັນ​ດາ​ພາ​ຫະ​ນະ​ຊື່ມວນ​ຊົນ​ມະ​ຫາ​ຊົນ, ຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນ ໂດຍຄັງ​ເງິນ​ແຫ່ງ​ລັດ ລວ​ບລວມ ແລະ ປະ​ກາດ​ເປັນວົງ​ກ້​ວາງ​ໃນ​ທຸກວັນ.

ທ່ານ ໂຮ່​ດຶກ​ເຟີກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໄດ້​ຢັ້ງ​ຢື​ວ່າ ດ້ວຍ​ຈຳ​ນວນ​ເງິນ 14.500 ຕື້​ດົ່ງ ທະ​ນາ​ຄານ​ສູນ​ກາງ ໄດ້​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ​ສະ​ໜັບ​ສະ​ໜູນກອງ​ທຶ​ນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ. ກະ​ຊວງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ນຳ​ໃຊ້​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.