ຊາ​ປາ ຈະ​ຈັດ​ຕັ້ງ​ວັນ​ບຸນ​ຫິມະ​ 2021

14:00 | 29/09/2021

ຍ​ສ​ໝ - ວັນ​ບຸນຫິ​ມະ​ ຢູ່ ຫວຽດ​ນາມ ແມ່ນ​ວັນ​ບຸນ​ປະ​ຈຳ​ປີ, ໂດຍ​ສູນ​ຖະ​ແຫຼງ​ຂ່າວ ແລະ ການ​ສົ່ງ​ເສີມການ​ທ່ອງ​ທ່ຽວ​ແຂວງລາງວກາຍ ​ຈັດ​ຕັ້ງ​ແຕ່​ປີ 2015 ມາ​ຮອດ​ປັດ​ຈຸ​ບັນຢູ່​ຖະ​ໜົມ Fansipan, ເທດ​ສະ​ບານ ຊາ​ປາ.

ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາ ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາ
ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ
ຊາ​ປາ ຈະ​ຈັດ​ຕັ້ງ​ວັນ​ບຸນ​ຫິມະ​ 2021
ພາບປະກອບ

ຊາ​ປາ​ມີ​ຄວາມ​ສູງ​ກ່​ວາ 1500 ແມັດ ເມື່ອ​ທຽບ​ໃສ່​ກັບ​ໜ້ານຳ້​ທະ​ເລ, ດ້ວຍ​ຫຼັງຄາ​ເຮືອນ​ຂອງ​ເຂດ​ອິນ​ໂດ​ຈິນ ແມ່ນ ຈອມພູ Fansipan ສູງ 3.143m ໂດຍແມ່ນສະ​ຖານ​ທີ່​ ທີ່​ມີ​ນ້ຳ​ແຂງ ແລະ ຫິ​ມະ​ຕົກ​ເປັນ​ປະ​ຈຳ ໃນ​ລະ​ດູ​ໜາວ, ເຊິ່ງຍິ່ງ​ເປັນການດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເມື່ອ​ລະ​ດູວັນຄຼິດສະມາດວຽນ​ມາ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ, ບັນ​ດາ​ຄູ່​ຮັກ ຫຼື ຜູ້​ຄົນ​ທີ່​ມັກ​ຮັກ​ການ​ຄົ້ນ​ຫາ​ສິ່ງ​ໃໝ່​ອ່ຽມ. ວັນ​ບຸນ​ຫິ​ມະ​ ຊາ​ປາ (Sapa Snow Festival) ໄດ້​ຈັດ​ຕັ້ງ​ຄັ້ງ​ທີ 6. ເດືອນ​ທັນ​ວາ ​ປີ 2021, ວັນ​ບຸນ​ຫິ​ມະ​ຕົກ ຊາ​ປາ ສືບ​ຕໍ່​ໄດ້ຮັບການຈັດຂຶ້ນໂດຍສູນ​ຖະ​ແຫຼງ​ຂ່າວ ແລະ ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແຂ​ວງ ລາວ​ກາຍ ຮ່ວມ​ເດີ​ນ​ທາງ​ກັບ​ອຳ​ນາດ​ການ​ປົກ​ຄອງ ຊາ​ປາ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ລາວ​ກາຍ​, ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ການ​ທ່ອ​ງ​ທ່ຽວ​ທີ່​ດຶງ​ດູດ​ໃຈ, ມີສະ​ເພາະ​ຂອງ​ຊາ​ປາ ແລະ ແມ່ນ​ຈຸດ​ນັດ​ພົບ​ທີ່​ຂາດ​ບໍ່​ໄດ້​ໃນ​ລະ​ດູ​ໜາວ​ຂອງ​ບັນ​ດາ​ແຂກ​ທ່ອ​ງ​ທ່ຽວ​ທີ່​ຮັກ​ຊາ​ປາ.

ໃນ​ບໍ​ລິ​ເວນ​ທີ່​ລຶ້ງ​ເຄີຍ ໂດຍກວ້າງ​ເກືອບ 1 ha ຢູ່​ເຮືອນ​ເລກ​ທີ 02 ຖະ​ໜົນ Fansipan, ເທດ​ສະ​ບານ ຊາ​ປາ ໄດ້​ປະ​ດັບ​ປະ​ດາ​ຢ່າງ​ສວຍ​ງາມ​ດ້ວຍ​ແສງ, ສຽງ, ດອກ​ໄມ້… ສ້າງ​​ເປັນບັນດາຮູບ​ພາບ​ທີ່​ສວຍ​ງາ​ມ​ທີ່​ສຸດ​ໃນ​ຖະ​ໜົນ​ແຫ່ງ​ຫິ​ມະ​ຂອງ​ລະ​ດູ​ໜາວ, ສວນດອກ​ໄມ້​ຫິ​ມະ​ຊາ​ປາ, ປ່າແປກຊາ​ມູ ຫິ​ມະ, ເຮືອນວິນລາຫິ​ມະ, ຖະ​ໜົນຂັ້ນ​ໄດ​ທີ່​ເຕັມ​ໄປ​ດ້ວຍດອກ​ໄມ້​ຫິ​ມະ, ສວນດອກ​ຄາຍ - ດອກໝັ້ນທ່າມ​ກາງ​ຫິ​ມະ ໃນ​ປ່າ​ດອກ​ໄມ້​ສາ​ກຸ​ຣະ ຄື​ຢູ່ ສ​.ເກົາຫຼີ, ຍີ່​ປຸ່ນ.

ໃນຕະຫຼອດ​ໄລ​ຍະ​ວັນ​ບຸນຫິມະ ຊາ​ປາ ​ໃນ​ປີ 2021, ແຂກ​ທ່ອ​ງ​ທ່ຽວ​ຈະ​ມີ​ໂອ​ກາດ​ຊິມອາ​ຫານເຂດ​ພູ​ສູງ​ຊົມ​ຫິ​ມະ, ເຊື່ອມ​ຕົວ​ເຂົ້າ​ບັນ​ຍາ​ກາດ​ວັນ​ບຸນ​ຄຼິດສະ​ມາດ ແລະ ຕ້ອນ​ຮັບ​ປີ​ໃໝ່​ຢ່າງ​ອົບ​ອຸ່ນ ດ້ວຍ​ດົນ​ຕີ​ພື້​ນ​ເມືອງ ແລະ ຖະ​ໜົນ​ທີ່​ຟົດ​ຟື້ນ.

ວັນ​ບຸນ​ຊາ​ປາ ປີ 2021 ໄດ້​ເປີດ​ປະ​ຕູ​ໂດຍ​ບໍ່​ເສຍ​ຄ່າສຳລັບ​ມະ​ຫາ​ຊົນ​ທີ່ມາ​ຢ້ຽມ​ຢາມ ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ທ້າຍ​ເດືອນ ທັນ​ວາ ປີ 2021

ບຸນ​ຄົງ

ເຫດການ
302 Found

Found

The document has moved here.