“ນັກ​ສິ​ລະ​ປິນເຮັດ​ເກີບ​ທີ່​ມີ​ອາ​ຍຸ 90 ປີ” ຄ້​ວາ​ໄດ້ຫຼຽນ​ເງິນ​ຢູ່​ການ​ສອບ​ເສັງ​ພາບ​ຖ່າຍ​ສາ​ກົນ

20:07 | 28/09/2021

ຍ​ສ​ໝ - ພາບ​ຖ່າຍ​ສິ​ລະ​ປິນ​ ຈິງງອກ ທີ່​ມີ​ອາ​ຍຸ 90 ປີ, ຜູ້​ທີ່​ເຄີຍ​ເຮັດເກີບ​ໃຫ້​ແກ່​ພະບໍລົມວົງສານຸວົງກຳ​ປູ​ເຈຍ​ຂອງ​ນັກ​ຖ່າຍ​ຮູຍ ວຽດ​ວັນ ຄ້​ວາ​ໄດ້ຫຼຽນ​ເງິນ​ໃນ​ການ​ສອບ​ເສັງ​ພາບ​ຖ່າຍ “ສື່ມວນຊົນ/ການ​ທ່ອງ​ທ່ຽວ” ໃນ​ການ​ສອບ​ເສັງ​ພາບ​ຖ່າຍ​ສາກົນ PX3 (ປາ​ຣີ, ຝ​ລັ່ງ) ປີ 2021.

ພາບ​ຖ່າຍ​​ບັນທຶກຊ່ວງເວລາຢູ່ແຄມຝັ່ງທະເລ ​ຕາມ​ຢາງ ຄ້​ວາໄດ້​ລາງວັນ​ທີ 1 ສາ​ກົນ ພາບ​ຖ່າຍ​​ບັນທຶກຊ່ວງເວລາຢູ່ແຄມຝັ່ງທະເລ ​ຕາມ​ຢາງ ຄ້​ວາໄດ້​ລາງວັນ​ທີ 1 ສາ​ກົນ
“Vietnam Stories”  ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ “Vietnam Stories” ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຊ່ວຍ​ໃຫ້ ຊາວ​ເຊັກ​ໂກ ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ຮີດຄອງປະ​ເພ​ນີ ຂອງ ຊາວ​ຫວຽດ​ນາມ
“ນັກ​ສິ​ລະ​ປິນເຮັດ​ເກີບ​ທີ່​ມີ​ອາ​ຍຸ 90 ປີ” ຄ້​ວາ​ໄດ້ຫຼຽນ​ເງິນ​ຢູ່​ການ​ສອບ​ເສັງ​ພາບ​ຖ່າຍ​ສາ​ກົນ
ພາບ​ຖ່າ​ຍ “ນັກ​ສິ​ລະ​ປິນເຮັດ​ເກີບ​ທີ່​ມີ​ອາ​ຍຸ 90 ປີ” (ພາບ: baoyenbai.com.vn)

ນັກ​ສິ​ລ​ະ​​ປິນ ຈິງ​ງອກ ປັດ​ຈຸ​ບັນ ພວມ​ດຳ​ລົງ​ຊີ​ວິດ​ຢູ່ນ​ະ​ຄອນ​ໂຮ່​ຈີ​ມິນ. ໃນໄວ​ອາ​ຍຸ 90 ປີ, ທ່ານ​ຍັງດຸໝັ່ນ​ຂະ​ຫຍັນ​ພຽງ​ດ້ວຍ​ການເຮັດ​ເກີບ​ດ້ວຍ​ມື​ຢູ່​ຮ້ານ​ເກີບ​ນ້ອຍໆ​ຢູ່​ຖະ​ໜົນ ລີ​ຈິງ​ທັ້ງ, ເມືອງ 3, ນະ​ຄອນ​ໂຮ່​ຈີ​ມິນ.

ທ່ານ​ເຄີຍເຮັດ​ເກີບ​ຖະຫວາຍ​ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ Norodom Sihanouk, ລາຊະກຸມມານ, ມົງກຸດລາຊະກຸມມານ, ລາຊະທິດາ ແລະ ບັນດາສົມເ​ດັດ​ເຈົ້າ. ຢູ່ ຫວຽດ​ນາມ, ແມ່ນ​ບັນ​ດາ​ນັກ​ສິ​ລິ​ປິນທີ່​ມີ​ຊື່​ສຽງ​ຄື: ກວາງ​ລິງ​, ຮຸ່ງ​ເກື່ອງ, ທ໊າຍ​ເຈົາ​, ດ່າມ​ວິງ​ຮຶງ… ກໍ່​ມາ​ຫາ​ເພິ່ນ​ເພື່ອ​ເຮັດ​ເກີບ​ທີ່​ຕົນ​ເອງ​ມັກ.

ໃນ​ກາ​ນ​ໂອ້​ລົມ​ກັບ​ນັກ​ຖ່າຍ​ຮູບ​ ວຽດ​ວັນ, ທ່ານ​ແບ່ງ​ປັນ​ວ່າ: “ເຮົາ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ທຸກ​ຄົນ ເຮົາ​ຈະ​ຮູ້​ສຶກ​ມ່ວນຊື່ນ​ທົບ​ສອງ​ເທົ່​າ. ທຸ​ກຄົນ​ລ້ວນ​ແຕ່​ສ້າງ​ຄວາມ​ມ່ວນ​ຊື່​ໃຫ້​ກັນ ໂລກ​ຈະ​ບໍ່​ມີ​ສົງ​ຄາມ”.

ຊຸດ​ພາບ​ຖ່າຍ​ກ່ຽວ​ກັ​ບ ​ທ່ານ ຈິງງອກ ໂດຍ​ນັກ​ຖ່າຍ​ຮູບ ວຽດ​ວັນ ປະ​ຕິ​ບັດ​ເຄີຍ​ຄ້​ວາ​ໄດ້​ລາງວັນ​ທີ 1 ຢູ່​ການ​ສອບ​ເສັງຄັ້ງ​ທີ XVII Concurso International De Fotografia Alicante (ແອັ​ດ​ສະ​ປາຍ), ສຳ​ນັກ​ພິມ​ຈຳ​ໜ່າຍ ໃນ​ເວັບ​ໄຊ Private Photo Review (ຝ​ລັ່ງ).

ການ​ແຂ່ງ​ຂັນ PX 3 ໄດ້​ຮັບ​ພາບ​ຖ່າຍ​ນັບ​ພັນ​ພາບ​ທີ່​ມາ​ຈາກຫຼາຍ​ນັກ​ຖ່າຍ​ຮູບ​ໃນ​ກ່ວາ 100 ປະ​ເທດ​ເຂົ້າ​ຮ່ວມ.

ຄະ​ນະ​ກຳ​ມະ​ການ​ລວມ​ມີ ບັນ​ດາ​ນັກ​ຊ່ຽວ​ຊານ, ຜູ້​ອຳ​ນວຍ​ການ​ສິ​ລ​ະ​ປະ, ຜູ້​ອຳ​ນວຍ​ການ​ປະ​ດິດ​ຄິດ​ສ້າງ​ຈາກ​ບັນ​ດາ gallery, ກຸ່ມ​ບໍ​ລິ​ສັດ​ສື່ມວນ​ຊົນ​ແຖວ​ໜ້າ​ຂອງ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ນັກ​ຖ່າຍ​ຮູບ​ຈາກ National Geographic, Truth, American Photography (ອາ​ເມ​ລິກາ), Paris Match (ຝ​ລັ່ງ), Yangon Photo Festival (ຝ​ລັ່ງ)… ແລະ ພິ​ເສດ​ແມ່ນ​ນັກ​ຖ່າຍ​ຮູບແຫ່ງຄວາມລຶກລັບ Steve Mc Curry (ອາ​ເມ​ລິ​ກາ).

ການ​ສອບ​ເສັງ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ຜູ້​ທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຖ່າຍ​ຮູບ ກັບ​ປະ​ຊາ​ຄົ​ມ​ນັກ​ສະ​ປະ​ປິນ​ຢູ່ ປາ​ຣີ (ປະ​ເທດ ຝ​ລັ່ງ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.