FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

16:30 | 26/09/2021

ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ ເວີນດົ່ນຕ້ອນຮັບຖ້ຽວບິນທົດລອງ "ໜັງສືຜ່ານແດນວັກຊີນ" ຄັ້ງທີ 4
ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງ ພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງ ພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ
ພາບປະກອບ
ພາບປະກອບ

ເຖິງວ່າ ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າ ພວມຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ບັນດາແຂວງທາງພາກໃຕ້ຫວຽດນາມຍັງຄົງສະແດງໃຫ້ເຫັນຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດ, ແຂວງລອງອານ ນຳໜ້າດ້ວຍຍອດທຶນຈົດທະບຽນ 3,6 ຕື້ USD, ກວມເອົາ 16,4% ຍອດຈຳນວນເງິນລົງທຶນຈົດທະບຽນຢູ່ຫວຽດນາມນັບແຕ່ຕົ້ນປີມາຮອດປະຈຸບັນ. ຜ່ານນັ້ນ ກໍໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດຕໍ່ແງ່ຫວັງຍາວນານຂອງເສດຖະກິດຫວຽດນາມ.

ໃນ 9 ເດືອນທີ່ຜ່ານມາ, ມີ94 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າມາລົງທຶນຢູ່ຫວຽດນາມ. ສິງກະໂປ ນຳໜ້າ ດ້ວຍ ຍອດຈຳນວນເງິນລົງທຶນເກືອບ 6,3 ຕຶ້ USD; ສ.ເກົາຫຼີ ລືນກາຍຍີປູ່ນເພື່ອຢັນອັນດັບທີ 2 ດ້ວຍຍອດຈຳນວນເງິນລົງທຶນ 3,9 ຕື້ USD, ຍີປຸ່ນຢືນອັນດັບທີ 3 ດ້ວຍຍອດຈຳນວນເງິນລົງທຶນ 3,3 ຕື້ USD.

vovworld.vn

ເຫດການ
302 Found

Found

The document has moved here.