Sakal Phoeng - ຜູ້​ມີ​ຄວາມ​ເມົາ​ມົວ​ຢ່າງ​ສຸດ​ຈິດ​ສຸ​ດ​ໃຈ​ກັບ​ອາ​ຊີບ​​ພໍ່​ຄົວ

15:45 | 26/09/2021

“ໄຝ່ຝັນ, ຢຶດໝັ້ນ ແລະ ເມົາມົວ” ແມ່ນສິ່ງທີ່ພໍ່ຄົວ Sakal Phoeung ໄດ້ພັນລະນາຕົນເອງ. ແລະ ນັ້ນແມ່ນບັນດາປັດໄຈທີ່ຊ່ວຍໃຫ້ເຈົ້າຂອງພັດທະຄານສອງແຫ່ງທີ່ມີຊື່ສຽງຢູ່ ໄຊງ່ອນ ຄື Le Corto ແລະ P`ti Saigon ຜ່ານຜ່າຄວາມຊົງຈຳທີ່ໂສກເສົ້າໃນຄາວເຍົາໄວ ແລ້ວບືນຕົວຂຶ້ນຊອກຫາຄວາມສະຫງົບສຸກ ແລະ ປະສົບຜົນສຳເລັດຄືນໃນປັດຈຸບັນ ຫຼືບໍ? ຄຳຕອບຈະໄດ້ເປີດເຜີຍໃນບົດຂອງຫວຽດຮຸ່ງ ດ້ວຍຫົວຂໍ້ “Sakal Phoeng - ຜູ້ມີຄວາມເມົາມົວຢ່າງສຸດຈິດສຸດໃຈກັບອາຊີບພໍ່ຄົວ”.

ດົ່ງ​ນາຍຈ​ະ​ປະ​ຕິ​ບັດ​ການ​ແຍກ​ຕົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຮືອນ​ໃນ​ກໍ​ລະ​ນີທີ່​ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ ດົ່ງ​ນາຍຈ​ະ​ປະ​ຕິ​ບັດ​ການ​ແຍກ​ຕົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ເຮືອນ​ໃນ​ກໍ​ລະ​ນີທີ່​ມີ​ຜູ້​ຕິດ​ເຊື້ອ 50.000 ຄົນ
ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ
Sakal Phoeng - ຜູ້​ມີ​ຄວາມ​ເມົາ​ມົວ​ຢ່າງ​ສຸດ​ຈິດ​ສຸ​ດ​ໃຈ​ກັບ​ອາ​ຊີບ​​ພໍ່​ຄົວ

Sakal Phoeng - ຜູ້​ມີ​ຄວາມ​ເມົາ​ມົວ​ຢ່າງ​ສຸດ​ຈິດ​ສຸ​ດ​ໃຈ​ກັບ​ອາ​ຊີບ​​ພໍ່​ຄົວ. ພາບ: bazaarvietnam.vn

Sakal Phoeung ກຳເນີດ ແລະ ເຕີບໃຫຍ່ຢູ່ ກຳປູເຈຍ. ພໍ່ແມ່ຂອງທ່ານຖືກພວກ ຂະແມແດງ ເຂັ່ນຂ້າເມື່ອປີ 1975, ເມື່ອທ່ານມີອາຍຸຫາກໍ 8 ປີ ແລະ ເຫຼືອແຕ່ສອງເອື້ອຍນ້ອງທ່ານທີ່ເອົາຕົວລອດໄດ້. ຫຼັງຈາກນັ້ນ, ມີຜົວເມຍຊາວ ຝລັ່ງ ຄູ່ໜຶ່ງໄດ້ຮັບເຂົາເຈົ້າມາລ້ຽງ ແລະ ຮັກແພງເຂົາເຈົ້າເໝືອນດັ່ງລູກຄີງຂອງຕົນ. ຢູ່ບ້ານເກີດເມືອງນອນແຫ່ງທີສອງນີ້, ທ່ານໄດ້ຮັບການສຶກສາ ແລະ ພັດທະນາຄວາມເມົາມົວກັບອາຊີບພໍ່ຄົວນີ້. ທ່ານໄດ້ຮຽນຈົບຈາກຂະແໜງວິຊາການສິລະປະການກິນດື່ມ ຂອງມະຫາວິທະຍາໄລ Lenotre - ປະເທດ ຝລັ່ງ. ທ່ານອ່ານໄດ້ຂຽນເປັນທັງສາມພາສາ ຝລັ່ງ, ອັງກິດ ແລະ ຂະແມ. ຍ້ອນເປັນພໍ່ຄົວມີສີມືເກັ່ງ ແລະ ກໍແມ່ນຄົນທີ່ມັກພະຈົນໄພ, ສະນັ້ນ, Sakal ມີໂອກາດໄດ້ໄປເຮັດວຽກຢູ່ຫຼາຍແຫ່ງທີ່ແຕກຕ່າງກັນ, ທ່ານໃຫ້ຮູ້ວ່າ:

“ຂ້າພະເຈົ້າເຄີຍເປັນຫົວໜ້າ chef ຢູ່ໂຮງແຮມ Sofitel ກຳປູເຈຍ, ໂຮງແຮມ Sofitel Wanda ປັກກິ່ງ (ຈີນ), ເປັນຮອງຫົວໜ້າ chef ຢູ່ພັດທະຄານ - ໂຮງແຮມ 4 ດາວ Le Chateau de Candie (ຝລັ່ງ). ເມື່ອມາ ຫວຽດນາມ ເທື່ອທີ 2, ຂ້າພະເຈົ້າເຄີຍເປັນຫົວໜ້າ Chef ໂຮງແຮມ Sofitel Plada ໄຊງ່ອນ ໃນຕະຫຼອດໄລຍະ 7 ປີ ກ່ອນທີ່ຂ້າພະເຈົ້າຈະເປີດຮ້ານອາຫານສະເພາະຂອງຕົນ”

ທ່ານ Sakal Phoeung ໄດ້ແບ່ງປັນວ່າ: ບຸນວາດສະໜາທີ່ນຳພາທ່ານມາ ຫວຽດນາມ ແມ່ນຄວາມບັງເອີນ. ປີ 2000, ທ່ານມາ ຫວຽດນາມ ຄັ້ງທຳອິດ ແລະ ເຮັດວຽກຢູ່ທີ່ນີ້ເປັນເວລາ 1 ປີ. ສຳລັບທ່ານແລ້ວ, ນັ້ນແມ່ນໄລຍະເວລາທີ່ຫຍຸ້ງຍາກຫຼາຍ ເພາະວ່າທ່ານປະສົບກັບບັນຫາດ້ານພາສາ ແລະ ຄວາມແຕກຕ່າງກັນທາງດ້ານວັດທະນະທຳ, ພິເສດແມ່ນໃນການເຮັດວຽກ. ມີບາງຄັ້ງບາງຄາວ, ທ່ານມີຄວາມຄິດຢາກອອກຈາກ ຫວຽດນາມ, ແລະ ແລ້ວກໍຍ້ອນມີເຫດບັງເອີນ ທ່ານໄດ້ຕັດສິນໃຈຢູ່ຕໍ່, ແລ້ວໃຊ້ຄວາມເມົາມົວທີ່ແທ້ຈິງ ແລະ ຄວາມຢຶດໝັ້ນອົດທົນຂອງຕົນ ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກນັ້ນ. ປັດຈຸບັນນີ້, ທ່ານມີຄວາມຮູ້ສຶກສະບາຍທີ່ສຸດ ເມື່ອດຳລົງຊີວິດຢູ່ ໄຊງ່ອນ. ທ່ານ Sakal ໃຫ້ຮູ້ວ່າ:

“ຂ້າພະເຈົ້າມາ ໄຊງ່ອນ ນັບແຕ່ປີ 2000, ຮອດປີ 2007 ຂ້າພະເຈົ້າອອກຈາກນະຄອນ ໄຊງ່ອນ, ແລ້ວຫຼັງຈາກນັ້ນປະມານ 6 ປີ ຈຶ່ງກັບຄືນມາ ເພາະວ່າ ຂ້າພະເຈົ້າຮູ້ສຶກໄດ້ວ່າ ຂ້າພະເຈົ້າມີຄວາມຮັກຕໍ່ ໄຊງ່ອນ, ຂ້າພະເຈົ້າຮັກວິຖີເຮັດວຽກຂອງປະຊາຊົນຢູ່ແຫ່ງນີ້. ເພາະສະນັ້ນ, ເມື່ອມີໂອກາດ ຂ້າພະເຈົ້າກໍຍາດແຍ່ງ ແລະ ຕັດສິນໃຈກັບມາ ຫວຽດນາມ. ຂ້າພະເຈົ້າຢາກໄດ້ເຮັດວຽກກັບຄົນລຸ້ນໜຸ່ມຂອງ ຫວຽດນາມ.”

ກໍຄືກັນກັບພໍ່ຄົວອື່ນໆ, ທ່ານ Sakal ກໍມີຄວາມປາດຖະໜາ ຢາກເປັນເຈົ້າຂອງພັດທະຄານສະເພາະຂອງຕົນ. ເທື່ອທີ 2 ທີ່ກັບມາ ຫວຽດນາມ ກໍແມ່ນຈຸດເວລາທີ່ທ່ານສະສົມປະສົບການໄດ້ຢ່າງພຽບພ້ອມ ແລ້ວຕັດສິນໃຈເປີດພັດທະຄານ Le Corte ຂຶ້ນເມື່ອປີ 2016 ແລະ ຮອດປີ 2019 ສືບຕໍ່ເປີດສະຫຼອງພັດທະຄານ P`ti Saigon. ເຖິງວ່າເປັນເຈົ້າຂອງພັດທະຄານແລ້ວກໍຕາມ, ແຕ່ທ່ານ Sakal ຍັງຢາກສືບຕໍ່ເຮັດສິ່ງທີ່ຕົນມີຄວາມຮັກມັກເມົາມົວ ໃນຖານະເປັນຫົວໜ້າ Chef ຢູ່ພັດທະຄານ P`ti Saigon.

ປັດຈຸບັນ, ທ່ານ Sakal ຍັງເປັນປະທານສະຫະສະມາຄົມ Escoffier Vietnam (Les Disciples d’ Escoffier – Vietnam Chapter) ນັບແຕ່ປີ 2015 ເປັນຕົ້ນມາ. Escoffier Vietnam ມີຢູ່ສອງເປົ້າໝາຍຕົ້ນຕໍ ນັ້ນແມ່ນ ທີໜຶ່ງ, ເປັນບ່ອນເຕົ້າໂຮມບັນດາພໍ່ຄົວແມ່ຄົວ ແລະ ຜູ້ທີ່ຮັກມັກດ້ານສະບຽງອາຫານ ເພື່ອແບ່ງປັນຄວາມຮັກເຫຼົ່ານັ້ນ. ທີສອງແມ່ນຖ່າຍທອດຄວາມຮູ້ ແລະ ເຄັດລັບໃນການແຕ່ງກິນໃຫ້ແກ່ລຸ້ນພໍ່ຄົວແມ່ຄົວໜຸ່ມຂອງຫວຽດນາມ. ເມື່ອແບ່ງປັນກ່ຽວກັບເຫດຜົນທີ່ເຮັດໃຫ້ຕົນເອງມີຄວາມຜູກພັນ ແລະ ຢາກບຳລຸງສ້າງໃຫ້ແກ່ຄົນລຸ້ນໜຸ່ມ ຫວຽດນາມ ນັ້ນ, ທ່ານ Sakal ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າ ຄົວແມ່ຄົວຫວຽດນາມ ມີຄວາມມຸ່ງມາດປາດຖະໜາຢາກຮຽນຮູ້ຈາກພໍ່ຄົວແມ່ຄົວຜູ້ອື່ນໆ ແລະເຂົາເຈົ້າໄດ້ສຸມຈິສຸດໃຈກັບສິ່ງທີ່ໃໝ່ອ່ຽມນີ້. ສຳລັບພໍ່ຄົວແມ່ຄົວຄົນໜຶ່ງແລ້ວນັ້ນແມ່ນກຳລັງໜູນເພື່ອຊ່ວຍໃຫ້ບຸກຄົນທີ່ຢາກຮຽນຮູ້ອາຊີບນີ້ແລະນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າຢາກຖ່ອຍທອດຄວາມຮູ້ເຊິ່ຕົນໄດ້ສະສົມມາ. ຂ້າພະເຈົ້າສອນເຂົາເຈົ້າ ນັບແຕ່ບັນດາທັກສະທີ່ງ່າຍໆທີ່ສຸດຄືວິທີຈັບມີດແນວໃດ, ປຸງແຕ່ງແນວໃດ ຫຼືວ່າເລົ່າບັນດາເລື່ອງລາວທີ່ມີຄວາມໝາກ່ຽວກັບວັດຖຸດິບຊະນິດຕ່າງໆ. ຂ້າພະເຈົ້າຢາກຖ່າຍທອດທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າໄດ້ຮຽນມາ”.

ພາຍໃຕ້ການຊັກຈູງດ້ວຍຄວາມສຸດຈິດສຸດໃຈຂອງທ່ານ Sakal ມີຫຼາຍຄົນໄດ້ປະສົບຜົນສຳເລັດໃນຂະແໜງອາຊີບນີ້ ແລະ ຢັ້ງຢືນໄດ້ທີ່ຕັ້ງບົດບາດຂອງຕົນ. ເມື່ອແບ່ງປັນກ່ຽວກັບ “ອາຈານ Sakal”, ພໍ່ຄົວ ຫວໍ້ຕວນມິງ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນໄດ້ຈິດໃຈທີ່ຕັ້ງໜ້າແລະກໍ່ຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງຈາກໍ່ຄົວ Sakal. Sakal ແມ່ນຜູ້ທີ່ໄປກ່ອນ, ເພິ່ນມີຄວາມເຂົ້າໃຈກ່ຽວກັບຄົນລຸ້ໜຸ່ມເປັນຢ່າງດີ, ເພິ່ນເຫັນໄດ້ຈຸດໃດທີ່ຂ້ພະເຈົ້າເຮັດຍັງບໍ່ທັນໄດ້ດີແລະປັບໃຫ້ຂ້າພະເຈົ້າ. ເຖິງວ່າຂ້າພະເຈົ້າເປັນຄົນທີ່ມີທັງປະສົບການ, ມີທັງຄວາມເມົມົວ ແຕ່ເມື່ອໄດ້ພົບກັບພໍ່ຄົວ Sakal, ຂ້າພະເຈົ້າເຫັນວ່າຕົນເອງຍັງຕ້ອງຮຽນຮູ້ຫຼາຍຢ່າງຈາກເພິ່ນ. ພໍ່ຄົວ Sakal ໄດ້ສົ່ງແຫຼ່ງບັນດານໃຈໃຫ້ແກ່ຂ້າພະເຈົ້າກໍຄືອ້າຍນ້ອງທຸກຄົນ”.

ດ້ວຍຄວາມເມົາມົວ, ຄວາມຮັບຜິດຊອບ, ກ້າຄິດກ້າທຳຂອງຕົນ, ທ່ານ Sakal ມີຄວາມປາດຖະໜາວ່າ ຈະຊ່ວຍໃຫ້ອາຊີບພໍ່ຄົວແມ່ຄົວພັດທະນາກວ່າອີກ ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງນຳຄວາມສຸດໃຈສຸດໃຈນີ້ ໄປແຜ່ກະຈາຍຢູ່ປະເທດ ກຳປູເຈຍ - ເຊິ່ງເປັນບ່ອນຕັດສາຍແຮ່ແຜ່ສາຍບື້ຂອງທ່ານ. ທ່ານກໍ່ມີແຜນຈະ+ກັບບ້ານເກີດເມືອງນອນຂອງຕົນ ເພື່ອຖ່າຍທອດຄວາມຮູ້ ແລະ ເຄັດລັບໃນການແຕ່ງກິນທີ່ເປັນປະໂຫຍດຂອງຕົນ ໃຫ້ແກ່ພໍ່ຄົວແມ່ຄົວລຸ້ນໜຸ່ມຢູ່ ກຳປູເຈຍ./.

vovworld.vn

ເຫດການ
302 Found

Found

The document has moved here.