ເປີດ​ເສັ້ນທາງ​ລົດ​ເມ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ - ລອງ​ອານ - ຕຽນ​ຢາງ

10:35 | 14/08/2022

ຍສໝ - ​ເສັ້ນທາງ​ລົດ​ເມ​ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ-​ລອງ​ອານ-ຕຽນ​ຢາງ ​ມີ​ໄລຍະ​ທາງ​ສະ​ເລ່ຍ 85 ກິ​ໂລ​ແມັດ, ​ເວລາ​ເຄື່ອນໄຫວ​​ແຕ່ 5 ​ໂມງ​ເຊົ້າ​ຫາ 18 ​ໂມງ​ແລງດ້ວຍ 54 ຖ້ຽວ​ຕໍ່​ວັນ.

ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ

ໄປພ້ອມກັບການພັດທະນາຊີວິດ, ສັງຄົມ, ປັດຈຸບັນ, ມາດຕະການເຮືອນຢູ່ອັດສະລິຍະ ພວມນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄອບຄົວ. ດ້ວຍການໝູນໃຊ້ເຕັກໂນໂລຢີທັນສະໄໝ, ເຮືອນຢູ່ອັດສະລິຍະ ບໍ່ພຽງແຕ່ຊ່ວຍໃຫ້ເຮືອນຂອງທ່ານມີຄວາມສະດວກກວ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ທ່ານຍົກລະດັບຊີວິດການເປັນຢູ່ດ້ວຍເຄື່ອງໃຊ້ຢ່າງຄົບຖ້ວນ. ມາດຕະການເຮືອນຢູ່ອັດສະລິຍະ Lumi ແມ່ນໜຶ່ງໃນຈຳນວນນັ້ນ, ເຊິ່ງໄດ້ຮັບການຄົ້ນຄວ້າ ແລະ ສ້າງຕັ້ງຂຶ້ນແຕ່ປີ 2012. Lumi ແມ່ນເຄື່ອງໝາຍການຄ້າທຳອິດກ່ຽວກັບເຮືອນຢູ່ອັດສະລິຍະ ຫວຽດນາມ ໄດ້ຮັບໃບຢັ້ງຢືນ ບັນລຸມາດຕະຖານເອີຣົບ CE ແລະ ໃບຢັ້ງຢືນເປັນຜະລິດຕະພັນທີ່ເໝາະສົມ ແລະ ...

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອວຍ​ພອນ​ທ່ານ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ Hidehisa Otsuji ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ອວຍ​ພອນ​ທ່ານ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ Hidehisa Otsuji

ຍສໝ - ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຊື້ອເຊີນທ່ານ Hidehisa Otsuji ນຳໜ້າຄະນະຜູ້ແທນສະພາສູງ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນເວລາທີ່ເໝາະສົມ.

ຕອນເຊົ້າວັນທີ 10 ສິງຫາ, ພະແນກຄົມມະນາຄົມຂົນສົ່ງນະຄອນ ໂຮ່ຈີມິນ ແລະ ບໍລິສັດຫຸ້ນສ່ວນລົດເມ ເຟືອງຈາງ (FUTA Bus Lines) ໄດ້ຈັດຕັ້ງ ພິທີເປີດເສັ້ນທາງລົດເມລະຫວ່າງແຂວງ ​ເລີ່​ມປະຕິບັດ​ງານ​ແຕ່​ວັນ​ທີ 11 ສິງຫາ​.

FUTA Bus Lines ຈະ​ນໍາລົດ​ເມເຂົ້າ​ເຄື່ອນ​ໄຫວ​ ​ລະຫວ່າງແຂວງ 63-1 ​ໂດຍ​​ມີ​ໄລຍະ​ທາງ​ສະ​ເລ່ຍ 85 ກິ​ໂລ​ແມັດ, ​ເວລາ​ເຄື່ອນໄຫວ​​ແຕ່ 5 ​ໂມງ​ເຊົ້າ​ຫາ 18 ​ໂມງ​ແລງ ​ມີ 54 ຖ້ຽວ​ຕໍ່​ວັນ. ເວລາເດີນທາງແມ່ນ 150 ນາທີ; ໃນຊ່ວງເວລາຮີບເຮັ່ງ, ມີລົດເມ 10-15 ນາທີຕໍ່/ຖ້ຽວ.

ເປີດ​ເສັ້ນທາງ​ລົດ​ເມ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ - ລອງ​ອານ - ຕຽນ​ຢາງ
ເປີດ​ເສັ້ນທາງ​ລົດ​ເມ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ - ລອງ​ອານ - ຕຽນ​ຢາງ. ພາບ: nld.com.vn

ຄ່າໂດຍສານແມ່ນຄິດໄລ່ຕາມໄລຍະທາງທີ່ຜູ້ໂດຍສານເດີນທາງ. ສະ​ເພາະ​ໄລຍະ​ທາງ​ສັ້ນສຸດ ຫຼື ​ເທົ່າ​ກັບ 1/4 ຂອງ​ໄລຍະ​ທາງ​ແມ່ນ 12.000 ດົ່ງ; ຈາກ 1/4 ຂອງໄລຍະ 1/2 ຂອງໄລຍະທາງເສັ້ນທາງແມ່ນ 30.000 ດົ່ງ; ຈາກ 1/4 ຂອງໄລຍະທາງເສັ້ນທາງໄປຫາ 3/4 ຂອງໄລຍະທາງເສັ້ນທາງແມ່ນ 40.000 ດົ່ງ; ຈາກ 3/4 ຂອງໄລຍະທາງເສັ້ນທາງ ຫຼືຫຼາຍກວ່ານັ້ນແມ່ນ 70,000 ດົ່ງ.

​ລາຄາ​ປີ້​ສຳລັບ​ນັກຮຽນ, ນັກ​ສຶກສາ​ເຄື່ອນ​ໄຫວ​ຢູ່​ແຂວງ ຕຽນ​ຢາງ, ລອງ​ອານ, ນະຄອນ​ໂຮ່ຈິີມິນ 7.000 ດົ່ງ.

ການ​ນຳ​ໃຊ້ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ເສັ້ນທາງ​ລົດ​ເມ​ລະຫວ່າງແຂວງ​ບໍ່​ໄດ້​ຮັບ​ບ້ວງ​ຈາກ​ສະຖານີ​ລົດ​ເມ ເຕິນຝູ - ຕຽນຢາງ ​ເພື່ອ​ແນ​ໃສ່ສົ່ງເສີມການ​ຊົມ​ໃຊ້​ລົດ​ໂດຍສານ​ສາທາລະນະຂອງປະຊາຊົນ, ຈຳກັດ​ພາຫະນະ​ສ່ວນ​ຕົວ, ຍົກສູງອັດຕາ​ສ່ວນ​ຜູ້​ໂດຍສານ​ໃນ​ການ​ຂົນ​ສົ່ງ​ສາທາລະນະ.

ບູນມີ

ເຫດການ
302 Found

Found

The document has moved here.