ແງ່ຫວັງການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ຮົ່ງກົງພາຍຫຼັງໂລກລະບາດ

19:00 | 21/09/2021

ຍສໝ - ວັນທີ 20 ກັນຍາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ພ້ອມກັບກົມພັດທະນາເສດຖະກິດ ແລະການຄ້າຂອງອໍານາດການປົກຄອງເຂດບໍລິຫານພິເສດຮົ່ງກົງ (ຈີນ) ໄດ້ຮ່ວມກັນຈັດກອງປະຊຸມ “ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ: ການພົວພັນຮ່ວມມືຫວຽດນາມ-ຮົ່ງກົງ” ດ້ວຍຮູບການອອນລາຍ.

ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ
ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ ລ່າວກາຍໄດ້ຮັບອຸປະກອນການແພດຈາກກຸ່ມບໍລິສັດ Sunwah ຮົ່ງກົງ ແລະແຂວງ ຢຸນນານ, ຈີນ
ພາບປະກອບ
ພາບປະກອບ

ໃນໂອກາດນີ້, ທ່ານ Anthony Lam, ຮອງປະທານສະຫະພັນບັນດາຂະແໜງການອຸດສາຫະກໍາຮົ່ງກົງ (Federation of Hong Kong Industries - FHKI), ຜູ້ອໍານວຍການຝ່າຍບໍລິຫານ ແລະຮອງປະທານກຸ່ມບໍລິສັດ Golden Resources Development ໄດ້ຕອບສໍາພາດກ່ຽວກັບຂົງເຂດອຸດສາຫະກໍາທີ່ມີຄວາມສາມາດບົ່ມຊ້ອນ ກໍ່ຄືແງ່ຫວັງຂອງການຮ່ວມມືລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ຮົ່ງກົງພາຍຫຼັງໂລກລະບາດ.

ທ່ານ Lam ກ່າວວ່າ ໃນໄລຍະເວລາທີ່ຜ່ານມາ ນັກຜະລິດຮົ່ງກົງຫຼາຍແຫ່ງໄດ້ເປີດກວ້າງການຜະລິດຢູ່ຕ່າງປະເທດ ແລະອາຊຽນເປັນໜຶ່ງໃນຈຸດໝາຍປາຍທາງ, ໃນນັ້ນ ມີຫວຽດນາມ. ມາຮອດປັດຈຸບັນ, ຮົ່ງກົງໄດ້ພັດທະນາບັນດາຂະແໜງການເຊັ່ນ: ເອເລັກໂທຣນິກ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕ່ຳແຜ່ນຕັດຫຍິບ, ພາດສະຕິກ, ເຄື່ອງປະດັບ ແລະຫີນປະເສີດມີຄ່າ... ເຖິງຢ່າງໃດກໍ່ຕາມ, ປະຈຸບັນຮົ່ງກົງພວມສຸມໃສ່ແຫຼ່ງຊັບພະຍາກອນຫຼາຍຢ່າງເພື່ອພັດທະນາບັນດາຂະແໜງການສາທາລະນະສຸກ ການຢາ ແລະນີ້ແມ່ນບັນດາຂະແໜງການທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຮົງກົງສາມາດລົງທຶນຢູ່ຫວຽດນາມ...

ກຸ່ມ ບໍລິສັດ Golden Resource ໄດ້ລົງທຶນດຳເນີນທຸລະກິດຢູ່ຫວຽດນາມເປັນເວລາເກືອບ 30 ປີ, ເປັນໜຶ່ງ ໃນບໍລິສັດຈັດຊື້ເຂົ້າສານແຫ່ງທຳອິດໃນເຂດທົ່ງພຽງແມ່ນ້ຳຂອງ ເພື່ອສົ່ງອອກໄປຮົ່ງກົງ ແລະພາກພື້ນອື່ນໆ. ທ່ານ Anthony Lam ກ່າວວ່າ ທ່າແຮງຂອງຫວຽດນາມແມ່ນຄົນຮຸ່ນໜຸ່ມທີ່ເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນພຽນ, ມີລະດັບການສຶກສາສູງ ແລະມີຄວາມພ້ອມທີ່ຈະຮຽນຮູ້. ນີ້ແມ່ນທ່າໄດ້ປຽບຂອງຜູ້ອອກແຮງງານຢູ່ຫວຽດນາມກໍ່ຄືກັບປະເທດອື່ນໆໃນອາຊຽນ.

ທາງດ້ານພູມສາດ, ເມື່ອປຽບທຽບກັບປະເທດອື່ນໃນອາຊຽນ, ຫວຽດນາມມີຄວາມໄດ້ປຽບແມ່ນມີການເຊື່ອມຕໍ່ທາງບົກກັບຈີນ, ບັນດາຜູ້ຜະລິດສາມາດຍ້າຍໂຮງງານຈາກກວາງຕຸ້ງ, ກວາງຊີໄປຫວຽດນາມໄດ້ຢ່າງງ່າຍດາຍ ແລະຜະລິດແລ້ວສົ່ງອອກໄປເອີຣົບ, ອາເມລິກາ, ອົດສະຕາລີ. ປະຈຸບັນ, ການຂົນສົ່ງສິນຄ້າໄປທະວີບເອີຣົບ ແລະທະວີບອາເມລິກາຈາກຫວຽດນາມ ຍັງຕ້ອງໄດ້ສົ່ງຜ່ານສິງກະໂປ. ຖ້າຫວຽດນາມລົງທຶນກໍ່ສ້າງບັນດາທ່າເຮືອ ທີ່ສາມາດຂົນສົ່ງສິນຄ້າໄດ້ໂດຍກົງຈາກຫວຽດນາມໄປທະວີບເອີຣົບ ແລະທະວີບມະຫາສະໝຸດ ກໍ່ຈະດຶງດູດນັກລົງທຶນເວົ້າລວມ ແລະນັກລົງທຶນຮົ່ງກົງເວົ້າສະເພາະ ໄດ້ຫຼາຍກວ່າອີກ.

ຕາມທ່ານ Anthony Lam ແລ້ວ, FHKI ມີແຜນການຫຼັງຈາກການລະບາດຂອງພະຍາດ COVID-19 ຈະມີການນໍາຄະນະວິສາຫະກິດຈາກຮົ່ງກົງໄປຢ້ຽມຢາມ ແລະຊອກຮູ້ໂອກາດການຮ່ວມມືກັບຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.