ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

16:18 | 15/09/2021

ຍ​ສ​ໝ - ຄະ​ນະ​​ຊາວ​ໜຸ່ມ​​​ພັກ​ກອມມ​ູ​ນິດ​ໂຮ່​ຈີ​ມິນ ນະ​ຄອນ​ຮ່າ​ໂນ້ຍ ຫາ​ກໍ່​ປຸກ​ລະ​ດົມ​ຍຸດ​ທະ​ສາດ​ການ​ສື່​ສານ “ຊາວ​ໜຸ່ມ​ນະ​ຄອນ - 7 ວັນຈຸດ​ສຸມ​ພ້ອມ​ກັບ​ນະ​ຄອນ​ໜູນ​ຊ່ວຍ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19, ນຳຫາ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19”, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນ​ໂດຍ​ໄວ.

ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ”
ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021 ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021
ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: TTXVN

ຕາ​ມ​ນັ້ນ​ແລ້ວ, ມີ​ຜູ້​ອາ​ສາ​ສະ​ໝັກ 3000 ຄົນ ຂັ້ນ​ນະ​ຄອນ​ທີ່​ມີ​ວິ​ຊາ​ການ​ທາງ​ການ​ແພດ, ການ​ຢາ ແລະ ບັນ​ດາ​ນັກ​ສຶກ​ສາ, ຊາວ​ໜຸ່ມທີ່​ນຳ​ໃຊ້​ຄອມ​ພິວ​ເຕີ​ຢ່າງ​ຄ່ອງ​ແຄ້ວ, ໂປ​ແກຼມ​ຈັດເກັບ​ເອ​ກະ​ສານ (100% ຜູ້​ອາ​ສາ​ສະ​ໝັກ ໄດ້​ຮັບ​ການ​ຝຶ​ກ​ອົບຮົມ) ແລະ ມີ​ຜູ້​ອາ​ສາ​ສະ​ໝັກ ເກືອບ 15.000 ຄົນ​ຂັ້ນ​ເມືອງ, ຕາ​ແສງ ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ຈັດ​ຕັ້ງ​ໜູນ​ຊ່ວຍຢູ່​ບັນ​ດາ​ສະ​ຖານ​ທີ່ກວດ​ຫາ​ເຊື້ອ, ສັກ​ວັກ​ຊິນ​ກັນ​ໂຄວິດ - 19.

ໜ້າ​ທີ່​ຂອງ​ບັນ​ດາ​ຜູ້​ອາ​ສາ​ສະ​ໝັ້ກ​ເມື່ອ​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ລວມ​ມີ: ໜູນ​ຊ່ວຍ​ວຽກ​ງານ​ຈັດ​ຕັ້ງ, ເອົາ​ຕົວ​ຢ່າງ​ຫາ​ເຊື້ອ, ເອົາຂໍ້ມູນໃສ່ໃນໂປແກຼມຄອມພິວເຕີ, ແນະ​ນຳ ແລະ ຊ່ວຍ​ປະ​ຊາ​ຊົນ​ອາດ​ຈະ​ເອົາ​ຕົວ​ຢ່າງກວດ​ຫ​າ​ເຊື້ອ​ດ້ວຍ​ຕົນ​ເອງ ຕາມ​ການ​ແນະ​ນຳ​ຂອ​ງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ຮັບ​ປະ​ກັນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ, ຫຼີກ​ລ້ຽງ​ການ​ເຕົ້າ​ໂຮມ​ກັນຫຼາຍ​ຄົນ​ໃນ​ວິ​ວັດ​ການ​ເອົາ​ຕົວ​ຢ່າງກວດ​ຫ​າ​ເຊື້ອ, ພະ​ລາ​ທິ​ການ​ຮັບ​ໃຊ້…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.