ປ່າໄມ້ຊອດຢູ່ເມືອງ Mu Cang Chai

14:33 | 30/08/2021

ຍສໝ - ປ່າໄມ້ຊອດທີ່ມີອາຍຸ 60 ປີຢູ່ຕາແສງ Pung Luong, ມີພື້ນທີ່ສີຂຽວທີ່ມີຕົ້ນໄມ້ຫຼາຍຮ້ອຍພັນຕົ້ນ, ເຮັດໃຫ້ນັກທ່ອງທ່ຽວຄິດເຖິງຮູບເງົາອັດສະວິນ.

ຊາປາ ແມ່ນສະຖານທີ່ທີ່ມີຊື່ສຽງດຶງດູດນັກທ່ອງທ່ຽວ ຊາປາ ແມ່ນສະຖານທີ່ທີ່ມີຊື່ສຽງດຶງດູດນັກທ່ອງທ່ຽວ
ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ ຫວຽດນາມ ຕັ້ງເປົ້າໝາຍຈະຢູ່ໃນ top 50 ສະຖານທີ່ທ່ອງທ່ຽວຂອງໂລກ

ເມືອງ Mu Cang Chai ແຂວງອ່ຽນບ້າຍ ໄດ້ຮັບຂະໜານນາມແມ່ນ ສະຫວັນຂອງນາຂັ້ນໄດ, ເປັນແຫຼ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວ ໃນລະດູເຂົ້າສຸກເຫຼືອງເຕັມຮວງ. ນັບແຕ່ປີ 2020, ສະຖານທີ່ແຫ່ງນີ້ ໄດ້ມີປ່າໄມ້ຊອດຊື່ທັດຢູ່ໃນຕາແສງ Pung Luong ຕື່ມອີກ, ຫ່າງຈາກເທດສະບານເມືອງ Mu Cang Chai ປະມານ 20 ກິໂລແມັດ. ຫຼາຍຄົນທີ່ມາທີ່ນີ້ ໄດ້ປຽບສະຖານທີ່ນີ້ດັ່ງກັບພາບຢູ່ຮູບເງົາອັດສະວິນໃນຊີວິດຈິງ.

ປ່າໄມ້ຊອດຢູ່ເມືອງ Mu Cang Chai
ປ່າໄມ້ຊອດຢູ່ເມືອງ Mu Cang Chai.

ປ່າໄມ້ຊອດທີ່ຕັ້ງຢູ່ໃນບ້ານ Nả Háng Tủa Chử ທີ່ມີມາກ່ອນນີ້ຫຼາຍກວ່າ 60 ປີ, ມີເນື້ອທີ່ຫຼາຍກວ່າ 1 ເຮັກຕາ, ຍັງຮັກສາລັກສະນະປະຖົມປະຖານ, ປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ຊອດທີ່ຊື່ທັດຫຼາຍແສນຕົ້ນ. ໃນສະໄໝກ່ອນ, ປ່າໄມ້ເປັນສະຖານທີ່ສະໜອງໜໍ່ໄມ້, ເປັນອາຫານເອກະລັກຂອງເຂດ ແລະ ຄົນໃນທ້ອງຖິ່ນຍັງໄດ້ນຳໄມ້ຊອດໃຊ້ເຮັດຮົ້ວເໝືອງ, ຮົ້ວນາ.

ນັບແຕ່ເດືອນກໍລະກົດ 2020, ດ້ວຍຄວາມປາຖະໜາ ທີ່ຈະແນະນຳຄວາມງາມຂອງທ້ອງຖິ່ນ ແລະ ສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ, ສະຖານທີ່ນີ້ ໄດ້ກາຍເປັນສະຖານທີ່ທັດສະນະທ່ອງທ່ຽວ. ຈາກບັນດາຮູບພາບທີ່ໂພສໃນເຄືອຂ່າຍອິນເຕີເນັດ, ສື່ສັງຄົມ, ປ່າໄມ້ຊອດ ໄດ້ກາຍເປັນຈຸດເຊັກອິນທີ່ມີຊື່ສຽງຂອງໄວໜຸ່ມ ເມື່ອມາທ່ຽວຢູ່ Mu Cang Chai.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.