ເຜີຍຕົວນາງງາມ 25 ຄົນທີ່ເຂົ້າຮອບຊິງຊະນະເລີດ ງານປະກວດນາງງາມຫວຽດນາມທົ່ວ​ປະ​ເທດ 2018

12:51 | 23/07/2018

ຍ​ສ​ໝ - ຄ່ຳຄືນມື້ວານນີ້ 22 ກໍລະກົດ ກຳມະການປະກວດຮອບສຸດທ້າຍ ນາງງາມພາກເໜືອຫວຽດນາມ 2018 ໄດ້ຄັດເລືອກຕົວແທນ 25 ນ້ອງນາງສາວເຂົ້າຮອບຊີງຊະນິເລີດທົ່ວປະເທດ. ຄືນຄັດເລືອກຮອບສຸດທ້າຍນາງງາມ ພາກເໜືອໄດ້ຮັບຄວາມສົນໃຈຈາກມວນຊົນຢ່າງຫຼວງຫຼາຍ.

ເຜີຍຕົວນາງງາມ 25 ຄົນທີ່ເຂົ້າຮອບຊິງຊະນະເລີດ ງານປະກວດນາງງາມຫວຽດນາມທົ່ວ​ປະ​ເທດ 2018

​ງານ​ຄັດ​ເລືອກ​ນາງ​ງາມ​ພາກ​ເໜືອ ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ກວດ​ນາງ​ງາມ​ຫວຽດ​ນາມ​ທົ່ວ​ປະ​ເທດ 2018.

ການ​ຄັດ​ເລືອກ​ນາງ​ງາມ​ຮອບ​ສຸດ​ທ້າຍ ພາກ​ເ​ໜືອ ​ເພື່ອເຂົ້າ​ຮ່ວມ​ງານ​ ປະ​ກວດ​ນາງ​ງາມ​ຫວຽດ​ນາມ 2018 ຮອບ​ຊີງ​ຊະ​ນະ​ເລີດ, ໄດ້​ດຳ​ເນີນ​ໄປ ຢ່າງ​ຈະຕຸ​ລັດ ບິ່ງ​ມິງ ເມືອງເກື້ອ​ລໍ່, ແຂວງ ເຫງະ​ອານ. ນອກ​ຈາກນ້ອງ​ນາງ​ສາວ​ທີ່​ເຂົ້າ​ປະ​ກວດ​ແລ້ວ ໃນ​ງານ​ປະ​ກວດກໍ່​ຍັງ​ໄດ້​ໂຮມ​ເອົາ​ບັນ​ດາ​ນາງ​ງາມ​ປີ​ທີ່​ຜ່ານ​ມາ, ນາງ​ແບບ ແລະ ນັກ​ຮ້ອງ​ທີ່​ດົ່ງ​ດັງ​ໃນ​ວົງ​ການ​ບັນ​ເທີງ​ຫວຽດ​ນາມ​ເຂົ້າ​ຮ່ວມ​ຢ່າງ​ຄັບ​ຄັ້ງ.

ເຜີຍຕົວນາງງາມ 25 ຄົນທີ່ເຂົ້າຮອບຊິງຊະນະເລີດ ງານປະກວດນາງງາມຫວຽດນາມທົ່ວ​ປະ​ເທດ 2018

ນ້ອງ​ນາງ​ງາມ​ສະ​ແດງ​ສິນ​ລະ​ປະ​ໃນ​ຊຸດ​ເຄື່ອງ​ຍາວ(ອ໋າວ​ຢ່າຍ​ຫວຽດ​ນາມ).

ຢູ່​ໃຈ​ກາງ​ຈຸ​ຕະ​ລັດ ບິ່ງ​ມິງ ອັນ​ກວ້າງ​ຂວາງ ເວ​ທີ​ຕົບ​ແຕ່ງ​ດ້ວຍ​ໂທ​ສີ​ໄມ້​ແບບ​ພື້ນ​ບ້ານ ຢ່າງ​ອະ​ລັງ​ການ​ແຕ່​ເຂົ້າ​ເຖິງ​ທ່ານ​ຜູ້​ຊົມ ກໍ່​ຄື​ຜູ້​ເຂົ້າ​ຮ່ວມ​ງານ​ຫຼາຍ. ເພື່ອ​ສ້າງ​ເວ​ທີ​ອັນ​ອະ​ລັງ​ການນີ້ ຜູ້​ກຳ​ກັບ​ການ​ສະ​ແດງ ຮ​ວ່າງ​ເຍີ້ດ​ນາມ ຕ້ອງ​ໃຊ້​ລະ​ບົບ​ໄຟ led matrix ຍາວ​ກວ່າ 2.000 ແມັດ ເພື່ອ​ຈະ​ສ້າງ​ແສງ​ສີ​ສຽງ​ທີ່​ມີ​ຊີ​ວິດ​ຊາ​ວາ ແລະ ດຶງ​ດູດ​ບັນ​ດາ​ທ່ານ​ຜູ້​ຊົມ.

ເຜີຍຕົວນາງງາມ 25 ຄົນທີ່ເຂົ້າຮອບຊິງຊະນະເລີດ ງານປະກວດນາງງາມຫວຽດນາມທົ່ວ​ປະ​ເທດ 2018

ນ້ອງ​ນາງ​ງາມ​ສະ​ແດງ​ສິນ​ລະ​ປະ​ໃນ​ຊຸດ​ເຄື່ອງ​ຍາວ(ອ໋າວ​ຢ່າຍ​ຫວຽດ​ນາມ).

ນອກນີ້ ຜູ້​ຈັດ ຮ​ວ່າງ​ເຍີ໋ດນາມ ໄດ້​ໃຊ້​ໄຊ​ຈັ​ບ​ປາ​ເຊິ່ງ​ເປັນ ອຸ​ປະ​ກອນ​ຂອງ​ຊາວ​ປະ​ມົງ​ທີ່​ຄຸ້ນ​ເຄີຍ​ຂອງ ພໍ່​ແມ່​ປະ​ຊາ​ຊົນ​ພາກ​ເໜືອ ປະ​ກອບ​ເຂົ້າ​ໃນ​ການ​ຕົກ​ແຕ່ງ​ສາກ ຂອງ​ເວ​ທີ​ປະ​ກວດ​ໃນ​ຄັ້ງນີ້​ດ້ວຍ. ລາວ​ຈັດ​ວາງໄຊ​ຢ່າງ​ມີ​ສິ​ລະ​ປະ ຄື​ກັບ​ດອກ​ບົວ​ກຳ​ລັງ​ຈະ​ບານດອກ​ອອກ​ມາຮັບ​ກັບ​ທ້ອງ​ຟ້າ​ອັນ​ກວ້າງ​ໃຫຍ່ ຂອງ​ຈະ​ຕຸ​ລັດ ບິ່ງ​ມິງ.

ຄືນ​ປະ​ກວດ​ຮອບ​ສຸດ​ທ້າຍດຳ​ເນີນ​ໄປ​ການ​ປະ​ຊັນ​ກັນ​ໃນ​ຊຸດ ເຄື່ອງ​ນຸ່ງຍາວ (ອ໋າວ​ຢ່າຍ​ຫວຽດ​ນາມ), ຊຸດ​ລອຍ​ນ້ຳ ແລະ ຊຸດ​ລາ​ຕີ ເພື່ອ​ຄັດ​ເລືອກ​ເອົາ​ນາງ​ງາມ​ທີ່​ມີ​ຄວາມ​ງາມ​ທີ່​ສຸດ​ຂອງ​ງາມ​ເຂົ້າ​ຮ່ວມ​ໃນ​ການ​ປະ​ກວດ​ນາງ​ງາມ​ຮອບ​ຊິງ​ຊະ​ນະ​ເລີດ​ທົ່ວ​ປະ​ເທດ. ດ້ວຍ​ການ​ເດີນ​ແບບ​ທີ່​ໝັ້ນ​ໃຈ, ລຽບ​ງ່າຍ, ນາງ​ງາມ​ຜູ້​ເຂົ້າ​ປະ​ກວດ​ໄດ້​ເຮັດ​ໃຫ້​ທ່ານ​ຜູ້​ຊົມ​ມີ​ຄວາມ​ພໍ​ໃຈຢ່າງ​ຫຼວງ​ຫຼາຍ​ຕໍ່​ກັບ​ຄວາມ​ງາມ, ອັນ​ສົດ​ໃສ ແລະ ມີ​ສະ​ເໜ່​​ຂອງ​ ​ນ້ອງ​ນາງ​ງາມ.

ພາຍ​ຫຼັງ​ປຶກ​ສາ​ຫາ​ລື​ກັນ​ຫຼາຍ​ຫລົບ​ຫຼາຍ​ຕ່າວ ແລະ ລົງ​ຄະ​ແນນ​ແລ້ວ ຄະ​ນະ​ກຳ​ມະ​ການ​ປະ​ກວດ ໄດ້​ຄັດ​ເລືອກ​ເອົາ ນ້ອງ​ນາງ​ງາມ 25ຄົນ​ເຂົ້າ​ຮອບ​ເພື່ອ​ໄປ​ປະ​ກວດ​ໃນ​ຮອບ​ຊີງ​ຊະ​ນະ​ເລີດ​ທົ່ວ​ປະ​ເທດ​ຕໍ່​ໄປ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.