ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ

11:23 | 31/08/2021

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານ Lukas Musil ອຸປະທູດ ສາທາລະນະລັດເຊັກ ປະຈຳຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຮອດກະຊວງສາທາລະນະສຸກເພື່ອມອບວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ແກ່ຫວຽດນາມ.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ
ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ
ຕາງໜ້າການນຳກະຊວງສາທາລະນະສຸກ, ທ່ານ ປອ. ເຈືອງກວັກເກື່ອງ - ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນກ່າວຮັບ. ພາບ:Vietnam+

ຕອນເຊົ້າວັນທີ 30 ສິງຫາ 2021, ຢູ່ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບຮັບວັກຊີນປ້ອງກັນພະຍາດໂຄວິດ -19 AstraZeneca ແລະ Moderna ຈຳນວນ 250,800 ໂດສ ໂດຍລັດຖະບານເຊັກ ມອບໃຫ້ແກ່ຫວຽດນາມ. ຕາງໜ້າການນຳກະຊວງສາທາລະນະສຸກ, ທ່ານ ປອ. ເຈືອງກວັກເກື່ອງ - ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນກ່າວຮັບ.

ກ່າວຄຳເຫັນທີ່ພິທີ, ທ່ານ Lukas Musil ອຸປະທູດ ສາທາລະນະລັດເຊັກ ປະຈຳຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຮອດກະຊວງສາທາລະນະສຸກເພື່ອມອບວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ແກ່ຫວຽດນາມ.

ທ່ານ Lukas Musil ກ່າວວ່າ: “ຍາມໃດພວກເຮົາ ກໍ່ໄດ້ໃຫ້ການໜູນເຊິ່ງກັນແລະກັນຢ່າງສະໝຳ່ສະເໝີ. ໃນຊ່ວງເວລາຂອງປີ 2020 ເມື່ອສາທາລະນະລັດເຊັກ ພວມມານະພະຍາຍາມຕໍ່ສູ້ຕ້ານກັບການລະບາດຂອງພະຍາດ, ປະຊາຄົມຊາວຫວຽດນາມຢູ່ໃນສາທາລະນະລັດເຊັກໄດ້ມີຫຼາຍກິດຈະກຳ ເພື່ອໜູນຊ່ວຍ ການປ້ອງກັນ ແລະ ຄວບຄຸມການລະບາດ. ຫວຽດນາມເປັນປະເທດທີ່ໄດ້ຮັບນະໂຍບາຍບຸລິມະສິດໃນການໜູນຊ່ວຍ ວັກຊີນຂອງສາທາລະນະລັດເຊັກ. ພວກເຮົາພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ”.

ໂດຍໄດ້ຮູ້ວ່າ ລັດຖະບານຂອງສາທາລະນະລັດເຊັກ ຈະໜູນຊ່ວຍຫວຽດນາມດ້ານອຸປະກອນສໍາລັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ. ສະນັ້ນ, ທີ່ພິທີ, ຜູ້ຕາງໜ້າ ສາທາລະນະລັດເຊັກ ໄດ້ສະເໜີ ໃຫ້ກະຊວງສາທາລະນະສຸກຂອງສອງປະເທດສືບຕໍ່ປຶກສາຫາລືກັນກ່ຽວກັບເລື່ອງສາທາລະນະລັດເຊັກຈະໜູນຊ່ວຍ ດ້ານອຸປະກອນການແພດເພື່ອຕ້ານການລະບາດຂອງພະຍາດຢູ່ຫວຽດນາມ ໃນອະນາຄົດອັນໃກ້ນີ້.

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈືອງກວັກເກື່ອງ ເນັ້ນໜັກວ່າ: ຫວຽດນາມຂໍສະແດງຄວາມຂອບໃຈ ແລະ ຕີລາຄາສູງລັດຖະບານ ແລະ ປະຊາຊົນສາທາລະນະລັດເຊັກທີ່ໄດ້ໜູນຊ່ວຍວັກຊິນ 250,800 ໂດສໃນສະພາບການທີ່ລັດຖະບານ ແລະ ປະຊາຊົນຫວຽດນາມ ພວມມານະພະຍາຍາມຢ່າງສຸດຂີດເພື່ອປ້ອງກັນ ແລະ ຄວບຄຸມການລະບາດ. ການຊ່ວຍເຫຼືອນີ້ ມີຄວາມໝາຍຫຼາຍ ແລະ ເປັນແຫຼ່ງໃຫ້ກຳລັງໃຈແກ່ຫວຽດນາມໃນການປ້ອງກັນພະຍາດ. ທ່ານຮອງລັດຖະມົນຕີ ເຈືອງກວັກເກື່ອງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ UPS ທີ່ໄດ້ຊ່ວຍໃນການຂົນສົ່ງ ແລະ ບັນດາໜ່ວຍງານຕ່າງທີ່ໄດ້ຊ່ວຍຮັບວັກຊີນປ້ອງກັນພະຍາດ COVID-19 ເຫຼົ່ານີ້ໃຫ້ແກ່ຫວຽດນາມໂດຍໄວທີ່ສຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.