ຫ້​ອງວ່າ​ການ​ປະ​ທານປະເທດ ສະ​ຫລຸບ​ການ​ເຄື່ອ​ນ​ໄຫວ​ວຽກ​ງານປະ​ຈຳ​ປີ

00:54 | 14/05/2019

ໃນ​ວັນ​ທີ 31 ມັງ​ກອນ 2019, ຫ້ອງວ່າ​ການ​ປະ​ທານ​ປະ​ເທດໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫລຸບການ​ເຄື່ອນ​ໄຫວ​ວຽກ​ງານ​ປະ​ຈຳ​ປີ 2018.

ຫ້​ອງວ່າ​ການ​ປະ​ທານປະເທດ ສະ​ຫລຸບ​ການ​ເຄື່ອ​ນ​ໄຫວ​ວຽກ​ງານປະ​ຈຳ​ປີ

ທ່ານ ກິ່ງ​ມະ​ໂນ ພົມ​ມະ​ຫາ​ໄຊ ຮອງ​ລັດ​ຖະ​ມົນ​ຕີ, ຮອງ​ຫົວ​​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ໄດ້​ຜ່ານ​ລາຍ​ງານ​ບົດ​ສະ​ຫລຸບ​ປະ​ຈຳ​ປີ 2018

ໃນ​ວັນ​ທີ 31 ມັງ​ກອນ 2019, ຫ້ອງວ່າ​ການ​ປະ​ທານ​ປະ​ເທດໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫລຸບ ການ​ເຄື່ອນ​ໄຫວ​ວຽກ​ງານ​ປະ​ຈຳ​ປີ 2018 ເຊິ່ງມີຜົນສຳເລັດຫລາຍເປັນຕົ້ນໄດ້​ກຽມ​ສະ​ຖານ​ທີ່​ຫໍ​ຄຳ ໃຫ້​ທ່ານ​ປະ​ທານ​ປະ​ເທດ ແລະ ຮອງ​ປະ​ທານ​ປະ​ເທດຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ຄະ​ນະ​ຜູ້​ແທນ​ຕ່າງ​ປະ​ເທດ ຈຳ​ນວນ 19 ຄັ້ງ; ໄດ້​ເຂົ້າ​ຮ່ວມ​ງານ​ຊຸມ​ນຸມ​ມິດ​ຕິງ ແລະ ການ​ສຳ​ມະ​ນາ, ຮ່ວມ​ງານ​ລ້ຽງ​ສະເຫລີມ​ສະ​ຫລອງວັນ​ຊາດ ແລະ ວັນ​ສຳ​ຄັນ​ຕ່າງໆ​ ຕາມ​ການ​ເຊື້ອ​ເຊີນ​ ຂອງ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ອອກ​ແຮງງານ ແລະ ກິ​ລາ​ເນື່ອງ​ໃນ​ໂອ​ກາດ​ວັນ​ສຳ​ຄັນ​ຕ່າງໆ. ໃຫ້ກຽດ​ເປັນ​ປະ​ທານ​ຂອງ​ທ່ານ ຄຳ​ເມິງ ພົງ​ທະ​ດີ ລັດ​ຖະ​ມົນ​ຕີ, ຫົວ​ໜ໊າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ, ມີ​ບັນ​ດາ​ພະ​ນັກ​ງານ-ລັດ​ຖະ​ກອນພາຍ​ໃນ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ແລະ ພ​າກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຫ້​ອງວ່າ​ການ​ປະ​ທານປະເທດ ສະ​ຫລຸບ​ການ​ເຄື່ອ​ນ​ໄຫວ​ວຽກ​ງານປະ​ຈຳ​ປີ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ທ່ານ ກິ່ງ​ມະ​ໂນ ພົມ​ມະ​ຫາ​ໄຊ ຮອງ​ລັດ​ຖະ​ມົນ​ຕີ, ຮອງ​ຫົວ​​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ ໄດ້​ຜ່ານ​ລາຍ​ງານ​ບົດ​ສະ​ຫລຸບ​ປະ​ຈຳ​ປີ 2018 ຂອງ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດໂດຍໃຫ້​ຮູ້​ວ່າ: ໃນ​ໜຶ່ງ​ປີ​ຜ່ານ​ມາ​ໄດ້​ຮັບ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ​ຂອງ​ລັດທັງ​ໝົດ 6 ໂຄງ​ການ ມີ 11 ກິດ​ຈະ​ກຳ ດ້ວຍ​ງົບ​ປະ​ມານ​ລົງ​ທຶນ​ທັງ​ໝົດ 4 ຕື້ກວ່າ​ກີບ. ໃນ​ນັ້ນ, ​ມີ​​ທຶນ​ສົມ​ທົບ​ໂຄງ​ການ​ສ້າງ​ຫໍ​ຮັບ​ແຂກ​ປະ​ມຸກ​ລັດ 2 ໂຄງ​ການ ມີ 5 ກິດ​ຈະ​ກຳ ມູນ​ຄ່າ 2 ຕື້ກວ່າ​ກີບ, ໂຄງ​ການ​ຊຳ​ລະ​ໜີ້ ມີ 2 ໂຄງ​ການໄດ້​ຮັບ​ງົບ​ປະ​ມານ 950 ລ້ານກວ່າ​ກີບ, ໂຄງ​ການ​ສະ​ເໜີ​ໃໝ່​ 2 ໂຄງ​ການ ມີ 4 ກິດ​ຈະ​ກຳໄດ້​ຮັບ​ງົບ​ປະ​ມານ 1 ຕື້​ກວ່າ​ກີບ ແລະ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ໄດ້​ທັງ​ໝົດ 4 ຕື້​ກວ່າ​ກີບເທົ່າກັບ 99,99% ຂອງແຜນການປີ. ທັງເອົາໃຈໃສ່ປະສານງານຕອບ​ສະ​ໜອງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລັດ​ຖະ​ກິດ​ຂອງ​ປະ​ທານ​ປະ​ເທດ, ຮອງ​ປະ​ທານ​ປະ​ເທ​ດໄດ້​ທັນ​ເວ​ລາ. ສຳ​ລັບ​ວຽກ​ງານ​ຄົ້ນ​ຄວ້າ​ສັງ​ລວມໄດ້​ຄົ້ນ​ຄວ້າ​ນຳ​ສະ​ເໜີ​ປະ​ທານ​ປະ​ເທດອອກ​ຖະ​ດຳ​ລັດ​ກ່ຽວ​ກັບ​ການ​ຍ້ອງ​ຍໍ​ຫລຽນ​ໄຊ​ປະ​ເພດ​ຕ່າງໆ​ຈຳ​ນວນ 224 ສະ​ບັບ, ມີ 3.583 ໜ່ວຍ ແລະ ​ປະ​ທັບ​ຂອງ​ປະ​ທານ​ປະ​ເທດ ໃສ່​ໃບ​ຮັບ​ປະ​ກັນ​ຫລຽນ​ໄຊ​ປະ​ເພດ​ຕ່າງໆຈຳ​ນ​ວນ 719 ໃບ ແລະ ໃບ​ຢັ້ງ​ຢືນ​ນາມ​ມະ​ຍົດ​ຈຳ​ນວນ 4 ທ່ານ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ