88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022

10:41 | 03/08/2022

ຍສໝ-ຮອດ​ວັນ​ທີ 20 ກໍລະກົດ 2022, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃໝ່, ປັບປຸງ ​ແລະ ປະກອບ​ທຶນ​ເພື່ອ​ຊື້​ຫຸ້ນສ່ວນ, ​ຊື້ສ່ວນທີ່ເປັນທຶນເພື່ອປະກອບ (GVMCP) ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ (ນັກ​ລົງທຶນ​ຕ່າງປະ​ເທດ) ບັນລຸກວ່າ 15,41 ຕື້ USD, ​ເທົ່າ​ກັບ 92,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022 ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ
88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022
ພາບປະກອບ

ໃນ​ນັ້ນ, ​ເຖິງ​ວ່າ​ທຶນ​ຈົດ​ທະບຽນ​ໃໝ່​ຍັງ​ບໍ່​ທັນໄດ້​ຟື້ນ​ຟູ​ຢ່າງ​ຄົບ​ຖ້ວນ ​ພາຍຫຼັງ​ການຂາດສະບັ້ນຂອງບັນດາວິທີການ​​ຕ້ານ​ໂລກລະບາດ​ໃນ​ປີ 2021, ​ແຕ່​ທຶນ​ປັບປຸງ ​ແລະ ການປະກອບ​ທຶນ​ເພື່ອ​ຊື້​ຫຸ້ນສ່ວນໄດ້​ເພີ່ມ​ຂຶ້ນ​ຫຼາຍຕາມ​ລຳດັບແມ່ນ 59,3% ​ແລະ 25,7%.

ລະອຽດ, ມີ 927 ໂຄງການໃໝ່ທີ່ໄດ້ຮັບໃບທະບຽນການລົງທຶນ (ຫຼຸດລົງ 7,9% ເມື່ອທຽບໃສ່ໄລຍະດຽວກັນ), ຍອດຈຳນວນທຶນຈົດທະບຽນບັນລຸກວ່າ 5,72 ຕື້ USD (ຫຼຸດລົງ 43,5% ເມື່ອທຽບໃສ່ໄລຍະດຽວກັນ); ມີ 579 ໂຄງການທີ່ໄດ້ຈົດທະບຽນເພື່ອປັບປຸງທຶນລົງທຶນ (ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນ), ຍອດຈຳນວນທຶນຈົດທະບຽນເພີ່ມຂຶ້ນບັນລຸກວ່າ 7,24 ຕື້ USD (ເພີ່ມຂຶ້ນ 59,3% ເມື່ອທຽບໃສ່ໄລຍະດຽວກັນ); ການປະກອບ​ທຶນ​ເພື່ອ​ຊື້​ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດມີ 2.072 ເທື່ອ (ຫຼຸດລົງ 13.8% ເມື່ອທຽບໃສ່ໄລຍະດຽວກັນ), ມູນຄ່າລວມຂອງທຶນທີ່ປະກອບບັນລຸກວ່າ 2.58 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 25.7% ເມື່ອທຽບໃສ່ໄລຍະດຽວກັນ).

ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ເຂົ້າ​ໃນ 18 ຂະແໜງການ​ໃນ​ຈຳນວນທັງໝົດ 21 ຂະ​ແໜງການ​ເສດຖະກິດ​ແຫ່ງຊາດ. ຂະແໜງການອຸດສາຫະກຳການປຸງແຕ່ງ ແລະ ການຜະລິດສືບຕໍ່ນຳໜ້າ ດ້ວຍຍອດຈຳນວນທຶນລົງທຶນກວ່າ 10 ຕື້ USD, ກວມ 64,3% ຂອງຈຳນວນເງິນທຶນຈົດທະບຽນທັງໝົດ. ຂະແໜງການເຮັດທຸລະກິດອະສັງຫາລິມະຊັບຢືນອັນດັບທີ 2 ດ້ວຍຍອດຈຳນວນທຶນລົງທຶນກວ່າ 3,21 ຕື້ USD, ກວມເອົາເກືອບ 20,7% ຂອງຈຳນວນເງິນທຶນຈົດທະບຽນທັງໝົດ. ຕໍ່​ໄປ​ຕາມລໍາດັບແມ່ນບັນດາຂະແໜງການທີ່​​ເຄື່ອນ​ໄຫວວິຊາການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ; ຖະແຫຼງຂ່າວ ດ້ວຍ​ຍອດ​ທຶນ​ຈົດ​ທະ​ບຽນບັນລຸໄດ້ຕາມລໍາດັບແມ່ນ ​ເກືອບ 526,2 ລ້ານ USD ແລະ ເກືອບ 465 ລ້ານ USD.

​ຖ້າສັງເກດໃນ​ດ້ານ​ຈຳນວນ​ໂຄງການ​ໃໝ່, ການຂາຍສົ່ງ ​ແລະ ຂາຍຍ່ອຍ, ອຸດສາຫະກຳ​ ການປຸງ​ແຕ່ງການ​ຜະລິດ ​ແລະ ການ​​ເຄື່ອນ​ໄຫວວິຊາການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເປັນ​ຂະແໜງການ​ທີ່​ດຶງ​ດູດ​ໄດ້ຫຼາຍໂຄງການ​ທີ່​ສຸດ, ກວມເອົາຕາມລໍາດັບແມ່ນ 30,5%, 26, 6% ​ແລະ 15,7% ຂອງ​ໂຄງການ​ທັງ​ໝົດ.

ໃນ 7 ​ເດືອນ​ຕົ້ນ​ປີ 2022 ມີ 88 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ ລົງທຶນ​ເຂົ້າໃນ​ ຫວຽດນາມ. ໃນ​ນັ້ນ, ສິງກະ​ໂປ ນຳ​ໜ້າ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ​ກວ່າ 4,3 ຕື້ USD, ກວມເອົາ 27,7% ຍອດຈຳນວນເງິນ​ທຶນ​ເຂົ້າໃນ ຫວຽດນາມ, ຫຼຸດ​ລົງ 27,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021. ສ.​ເກົາຫຼີ ຢືນອັນ​ດັບ​ທີ 2 ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນເກືອບ 3,26 ຕື້ USD, ກວມເອົາ​ເກືອບ 21% ຍອດ​ຈຳນວນ​ທຶນ​ລົງທຶນ, ​ເພີ່ມ​ຂຶ້ນ 48,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​. ດ້ວຍຍອດຈຳນວນທຶນລົງທຶນກວ່າ 1,3 ຕື້ USD ຂອງໂຄງການ Lego, ເດນມາກ ສືບຕໍ່ຢືນອັນດັບທີ 3 ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 1,32 ຕື້ USD, ກວມເອົາ 8,55% ຍອດຈຳນວນເງິນທຶນ.

ໂດຍຕາມຈໍານວນໂຄງການ, ສ.ເກົາຫຼີ ຍັງເປັນຄູ່ຮ່ວມມືທີ່ມີນັກລົງທຶນທີ່ມີຄວາມສົນໃຈ ແລະ ຍົກອອກການຕັດສິນໃຈລົງທຶນໃໝ່ ກໍຄືຂະຫຍາຍໂຄງການລົງທຶນ ແລະ ປະກອບ​ທຶນ​ເພື່ອ​ຊື້​ຫຸ້ນສ່ວນ (GVMCP) ຫຼາຍທີ່ສຸດໃນ 7 ເດືອນຂອງປີ 2022 (ກວມເອົາ 22,7% ຈໍານວນໂຄງການໃໝ່, 37% ຂອງການປັບປຸງ ແລະ 35,8% ຂອງການປະກອບ​ທຶນ​ເພື່ອ​ຊື້​ຫຸ້ນສ່ວນ).

ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ເຂົ້າໃນ 51 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໃນ 7 ​ເດືອນ​ຕົ້ນ​ປີ 2022. ບິ່ງ​ເຢືອງ ນຳ​ໜ້າ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 2,6 ຕື້ USD, ກວມເອົາ 16,7% ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ ​ແລະ ​ເພີ່ມ​ຂຶ້ນ 94,9% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021. ນະຄອນ​ ໂຮ່ຈິ​ມິນ ຢືນ​ອັນ​ດັບ 2 ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ​ກວ່າ 2,43 ຕື້ USD, ກວມເອົາ 15,6% ຍອດ​ຈຳນວນ​ທຶນ, ​ເພີ່ມ​ຂຶ້ນ 36,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ. ແຂວງ ບັກນິງ ຢືນອັນດັບທີ 3 ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 1,68 ຕື້ USD, ກວມເອົາ 10,8% ຂອງຍອດຈຳນວນທຶນ ແລະ ເພີ່ມຂຶ້ນກວ່າ 2,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນໃນປີ 2021.

ຖ້າສັງເກດໃນດ້ານຈຳນວນໂຄງການໃໝ່, ບັນດານັກລົງທຶນຕ່າງປະເທດຍັງສຸມໃສ່ລົງທຶນຢູ່ບັນດານະຄອນໃຫຍ່ທີ່ມີພື້ນຖານໂຄງລ່າງສະດວກຄື ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ. ​ໃນ​ນັ້ນ, ນະຄອນ​ ໂຮ່ຈິ​ມິນ ນຳ​ໜ້າ​ໃນ​ດ້ານຈຳນວນ​ໂຄງການ​ໃໝ່ (40,2%), ຈຳນວນການປະກອບທຶນ​ເພື່ອ​ຊື້​ຫຸ້ນສ່ວນ (67,8%) ​ແລະ ຢືນອັນດັບທີ 2 ​ໃນດ້ານ​ຈຳນວນ​ໂຄງການ​ປັບປຸງ​ທຶນ (14,7% ຖັດຈາກ​ຮ່າ​ໂນ້ຍ ແມ່ນ 17,8%).

ທຶນເພື່ອປະຕິບັດຂອງ​ໂຄງການ​ລົງທຶນ​ຕ່າງປະ​ເທດ​ ຄາດວ່າບັນລຸໄດ້​ເກືອບ 11,57 ຕື້ USD, ​ເພີ່ມ​ຂຶ້ນ 10,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

ວົງ​ເງິນ​ສົ່ງ​ອອກ​ຂອງຂົງ​ເຂດທີ່ໄດ້ຮັບການລົງທຶນຕ່າງປະເທດ ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ 7 ເດືອນ​ຕົ້ນ​ປີ 2022 ດ້ວຍ​ລະດັບ​ເພີ່ມ​ຂຶ້ນສູງ​ກວ່າ 6 ເດືອນ. ການສົ່ງອອກ (ລວມທັງນໍ້າມັນດິບ) ຄາດວ່າບັນລຸໄດ້ກວ່າ 160,36 ຕື້ USD, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ໄລຍະດຽວກັນ, ກວມເອົາ 73,7% ວົງເງິນສົ່ງອອກ. ການ​ສົ່ງ​ອອກ​ບໍ່​ລວມ​ນ້ຳມັນ​ດິບ​ ຄາດວ່າບັນລຸ​ເກືອບ 158,9 ຕື້​ USD, ​ເພີ່ມ​ຂຶ້ນ 16,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ, ກວມ​ເອົາ 73% ​ວົງເງິນ​ສົ່ງ​ອອກ​ຂອງ​ທົ່ວປະ​ເທດ.

ການ​ນໍາເຂົ້າຂອງຂົງເຂດທີ່ໄດ້ຮັບການລົງທຶນຕ່າງປະເທດ ​ຄາດວ່າບັນລຸ​ເກືອບ 140,73 ຕື້​ USD, ​ເພີ່ມ​ຂຶ້ນ 14,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ ແລະ ກວມ​ເອົາ 64,7% ​ວົງເງິນ​ສົ່ງ​ອອກ​ຂອງທົ່ວ​ປະ​ເທດ.

ໂດຍນັບທັງ 7 ເດືອນຕົ້ນປີ 2022, ຂົງເຂດທີ່ໄດ້ຮັບການລົງທຶນຕ່າງປະເທດ ໄດ້ເກີນດຸນເກືອບ 19,64 ຕື້ USD ລວມທັງນ້ຳມັນດິບ ແລະ ເກີນດຸນກວ່າ 18,17 ຕື້ USD ບໍ່ລວມນ້ຳມັນດິບ. ​ໃນ​ຂະນະ​ນັ້ນ, ຂົງເຂດທຸລະ​ກິດ​ພາຍ​ໃນ​ປະ​ເທດຂາດ​ດຸນ​ການ​ຄ້າ​ເກືອບ 19,4 ຕື້ USD.

ຫອມມາລາ

ເຫດການ
302 Found

Found

The document has moved here.