ລັດຖະມົນຕີຕ່າງປະເທດຈີນ ຫວັງອີ້ ກະກຽມຢ້ຽມຢາມຫວຽດນາມ

19:07 | 09/09/2021

ວັນທີ 7 ກັນຍາ, ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ, ທ່ານ ຫວັງອີ້ ລັດຖະມົນຕີຕ່າງປະເທດຈີນ ຈະມາຢ້ຽມຢາມຫວຽດນາມ, ກໍາປູເຈຍ, ສິງກະໂປ ແລະສ. ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 10-15 ກັນຍາ ຕາມຄໍາເຊີນຂອງຄູ່ຕໍາແໜ່ງປະເທດເຫຼົ່ານັ້ນ.

ຫວຽດ​ນາມ ແລະ ໂອ​ຕາ​ລິດ ຊຸກ​ຍູ້​ການ​ຄົ້ນ​ຄວ້າ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຮັບ​ໃຊ້​ການມີ​ຊີ​ວິດ ຫວຽດ​ນາມ ແລະ ໂອ​ຕາ​ລິດ ຊຸກ​ຍູ້​ການ​ຄົ້ນ​ຄວ້າ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຮັບ​ໃຊ້​ການມີ​ຊີ​ວິດ
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ
ລັດຖະມົນຕີຕ່າງປະເທດຈີນ ຫວັງອີ້ ກະກຽມຢ້ຽມຢາມຫວຽດນາມ
ທ່ານ ຫວັງອີ້ ລັດຖະມົນຕີຕ່າງປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ຫວັງອີ້ ຈະຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 10-12 ກັນຍາ. ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ, ຢູ່ຫວຽດນາມ, ລັດຖະມົນຕີຕ່າງປະເທດຫວັງອີ້ ຈະເປັນປະທານຮ່ວມວາລະປະຊຸມ ຄັ້ງທີ 13 ຂອງຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຈີນ-ຫວຽດນາມ ພ້ອມກັບທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຫວຽດນາມ.

ກ່ຽວກັບຈຸດປະສົ່ງຂອງການຢ້ຽມຢາມ, ທ່ານໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ 4 ປະເທດເຊິ່ງທ່ານ ຫວັງອີ້ ກະກຽມໄປຢ້ຽມຢາມລ້ວນແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງ, ທັງແມ່ນຄູ່ຮ່ວມມືສໍາຄັນຂອງຈີນ ແລະບັນດາປະເທດນີ້ໄດ້ ແລະກໍາລັງພ້ອມກັບຈີນຢູ່ດ່ານໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນທົ່ວໂລກກໍ່ຄືຟື້ນຟູພາຍຫຼັງພະຍາດ.

ທ່ານໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ການຢ້ຽມຢາມໃກ້ຈະມາເຖິງຂອງທ່ານຫວັງອີ້ ສະແດງໃຫ້ເຫັນວ່າ ບັກກິງ ຖືເປັນສໍາຄັນການເພີ່ມທະວີການຮ່ວມມືກັບບັນດາປະເທດດັ່ງກ່າວ, ດ້ວຍຄວາມຈິງໃຈຂອງຈີນ ເພື່ອແນໃສ່ຊຸກຍູ້ນໍ້າໃຈມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.