ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊຸມຊົນ ຢູ່ເມືອງ ກະບາງ ແຂວງ ຢາລາຍ

12:21 | 09/09/2021

ໂດຍແມ່ນທ້ອງຖິ່ນເຕັມໄປດ້ວຍສີສັນວັດທະນະທຳ ມີມູນເຊື້ອປະຕິວັດ ແລະ ມີທິວທັດທຳມະຊາດສວຍງາມຫຼາຍແຫ່ງ, ເມືອງ ກະບາງ ແຂວງ ຢາລາຍ ແມ່ນແຫ່ງທີ່ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວອັນດັບໜຶ່ງ ໃນເຂດທາງທິດຕາເວັນອອກສຽງເໜືອຂອງແຂວງ ຢາລາຍ. ທີ່ຈິງແລ້ວ ໃນໄລຍະທີ່ຜ່ານມາ ທາງທ້ອງຖິ່ນໄດ້ມີບັນດາແຜນການວິທີການແກ້ໄຂພັດທະນາການທ່ອງທ່ຽວ ເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທ່າໄດ້ປຽບ. ໃນນັ້ນ ທ່ອງທ່ຽວຊຸມຊົນ ກໍ່ນຳມາເຊິ່ງປະສິດທິຜົນສູງ ຊ່ວຍໜູນຢ່າງໄດ້ການໄດ້ງານ ເພື່ອໃຫ້ທ້ອງຖິ່ນໂຄສະນາອະນຸລັກຄວາມງາມດ້ານວັດທະນະທຳພື້ນເມືອງຂອງຊາວເຜົ່າ ບານາ ຢູ່ທ້ອງຖິ່ນ

ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ
ວິທີການໂຄສະນາເຜີຍແຜ່ການເລືອກຕັ້ງຢູ່ແຂວງ ຢາລາຍ ວິທີການໂຄສະນາເຜີຍແຜ່ການເລືອກຕັ້ງຢູ່ແຂວງ ຢາລາຍ
ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊຸມຊົນ ຢູ່ເມືອງ ກະບາງ ແຂວງ ຢາລາຍ
ການທ່ອງທ່ຽວຄົ້ນຫາວັດທະນະທຳຄ້ອງຂອງເຜົ່າບານາ

ໃນໄລຍະຍັງບໍ່ທັນເກີດໂລກລະບາດໂຄວິດ -19, ຄອບຄົວນາງ ຫງວຽນທິຮົ່ງແຮັ້ງ ຢູ່ນະຄອນ ໂຮ່ຈີມິນ ໄດ້ເລືອກເອົາເມືອງ ກະບາງ ແຂວງ ຢາລາຍ ເປັນສະຖານທີ່ຄົ້ນຫາ ພັກຜ່ອນບຳລຸງສຸຂະພາບ. ນາງ ແຮັ້ງ ໃຫ້ຮູ້ວ່າ ເພື່ອໄດ້ຄົ້ນຫາວັດທະນະທຳທ້ອງຖິ່ນ, ຄອບຄົວຂອງນາງໄດ້ເລືອກເອົາການພັກເຊົາໃນ ໂຮມສະເຕ ທີ່ບ້ານ ສະຕໍ ຕາແສງ ເຕີຕຸງ. ພາຍຫຼັງຢູ່ທີ່ນີ້ພຽງສອງວັນ, ທັງຄອບຄົວມີຄວາມປະທັບໃຈທີ່ສຸດຕໍ່ບັນດາເຍື່ອງອາຫານພື້ນເມືອງທີ່ແຊບນົວທີ່ສຸດຄື ປີ້ງໄກ່ເຂົ້າຫຼາມຈ້ຳກັບໝາກງາ; ປີ້ງໝູ... ຢູ່ທີ່ນີ້ນາງ ແຮັ້ງ ຍັງໄດ້ຮັບຊົມການສະແດງຄ້ອງ ການຂັບລຳທຳເພງ ການຈັກສານຕ່ຳແຜ່ນແພ. ທັງໝົດເຫຼົ່ານີ້ ພ້ອມກັບຄວາມຮັກແພງແຂກຂອງຊາວທ້ອງຖິ່ນ ໄດ້ເຮັດໃຫ້ນາງ ແຮັ້ງ ເພີ່ມຄວາມຮັກແພງກັບວັດທະນະທຳ ແລະ ຊາວເຕິຍງວຽນ. ນາງ ແຮັ້ງ ໃຫ້ຮູ້ວ່າ:

“ໄປຢ້ຽມຊົມທັດສະນະສຶກສາຢູ່ອ້ອມແອ້ມເມືອງ ກະບາງ ນີ້ ຂ້າພະເຈົ້າໄດ້ເຫັນຄະນະສິລະປະກອນຟ້ອນຄ້ອງເປັນໜ້າຈັບໃຈທີ່ສຸດ. ວັດທະນະທຳ ກະບາງ ໄດ້ສະແດງໃຫ້ເຫັນສິ່ງໃດສິ່ງໜຶ່ງ ທີ່ເປັນພິເສດສະເພາະຢູ່ເຂດແຄວ້ນຂອງຕົນ. ແນ່ນອນວ່າຂ້າພະເຈົ້າຈະກັບຄືນມາຢ້ຽມອີກຫຼາຍຄັ້ງ. ຂ້າພະເຈົ້າມີຄວາມຫວັງວ່າ ເມື່ອໄດ້ກັບຄືນຢາມເທື່ອໜ້າ ກະບາງ ຈະພັດທະນາຍິ່ງກວ່າອີກ ແຕ່ລະວັນຈະມີການພັດທະນາ ແລະ ໃຫຍ່ໂຕໂອໂຖງກວ່າເກົ່າ”.

ລຸງ ດິງກະເຣັງ ຢູ່ບ້ານ ເຕີຕໍ ຕາແສງ ເຕີຕຸງ ໃຫ້ຮູ້ວ່າ: ໃນໄລຍະຍັງບໍ່ທັນເກີດມີໂລກລະບາດໂຄວິດ - 19, ແຕ່ລະວັນເຂດທ່ອງທ່ຽວບ້ານ ສະຕໍ ໄດ້ຕ້ອນຮັບແຂກທ່ອງທ່ຽວ ແຕ່ 20 ຫາ 30 ຄົນທີ່ມາຈາກຫຼາຍແຂວງ ນະຄອນໃນທົ່ວປະເທດ. ເພາະສະນັ້ນດ້ວຍການແນະນຳຂອງພະນັກງານວັດທະນະທຳເມືອງ, ຊາວບ້ານໄດ້ພ້ອມກັນຮັກສາຫຼັກອະນາໄມ ຢູ່ຕາມຖະໜົນຮ່ອມບ້ານ ບໍ່ຖິ້ມຂີ້ເຫຍືີ່ອຊະຊາຍ ພ້ອມທັງປົກປັກຮັກສາຕົ້ນໄມ້ຂຽວ ເພື່ອທັດຊະນີຍະພາບເພີ່ມຄວາມສວຍງາມ. ບັນດາຄອບຄົວເຮັດບໍລິການເຮືອນພັກເຊົາຮັບໃຊ້ແຂກທ່ອງທ່ຽວ ຍັງໄດ້ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບວິທີປຸງແຕ່ງອາຫານ ເພື່ອຮັບປະກັນຫຼັກອະນາໄມ ທັກສະໃນການຕ້ອນຮັບແຂກທ່ອງທ່ຽວ. ກອງຄ້ອງບ້ານ ສະຕໍ ໂດຍລຸງ ດິງກະເຣັງ ແມ່ນສະມາຊິກ ກໍ່ພະຍາຍາມຫຼິ້ນບົດຄ້ອງທີ່ມ່ວນທີ່ສຸດ ເພື່ອແນະນຳໃຫ້ແຂກທ່ອງທ່ຽວຮັບຊາບ ທາງດ້ານສິລະປະທີ່ເປັນເອກະລັກຂອງເຜົ່າຕົນ. ລຸງ ດິງກະເຣັງ ໃຫ້ຮູ້ວ່າ:

“ສິລະປະຄ້ອງຂອງຊາວເຜົ່າ ບານາ ພວກຂ້າພະເຈົ້າແມ່ນມີຫຼາຍຮູບຫຼາຍສີ ແລະ ເປັນເອກະລັກ ເມື່ອມີວັນບຸນໃນແຕ່ລະຄັ້ງຄື ບຸນເຂົ້າໃໝ່, ພິທີເຂົ້າເຮືອນໃໝ່, ແທງຄວາຍ, ງານດອງ... ກໍ່ລ້ວນແຕ່ສະແດງບັນດາບົດຄ້ອງທີ່ແຕກຕ່າງກັນ. ເມື່ອແຂກທ່ອງທ່ຽວມານີ້ ພວກຂ້າພະເຈົ້າຈະສະແດງບົດຄ້ອງ “ຊົມເຊີຍໄຊຊະນະ”. ບົດເພງນີ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊຶ່ນຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ບານາ ໃນປີ 1975 ເມື່ອປະເທດຊາດໄດ້ທ້ອນໂຮມກັນເປັນເອກະພາບ ພໍ່ແມ່ປະຊາຊົນມີເສລີພາບ”.

ອ້າຍ ດິງເໝິຍ ພະນັກງານຂະແໜງວັດທະນະທຳ ຖະແຫຼງຂ່າວເມືອງ ກະບາງ ຮັບຜິດຊອບປູຊະນີຍະສະຖານ ບ້ານ ສະຕໍ ຕາແສງ ເຕີຕຸງ ໃຫ້ຮູ້ຕື່ມອີກວ່າ:

“ເມື່ອແຂກທ່ອງທ່ຽວມາຢາມບ້ານ ສະຕໍ ຈະໄດ້ຮັບຊົມການສະແດງສິລະປະຄ້ອງ, ບັນດາເຄື່ອງດົນຕີພື້ນເມືອງ, ບັນດາບົດເພງພື້ນເມືອງຂອງເຜົ່າ ບານາ. ທັງໝົດເຫຼົ່ານີ້ ກໍ່ລ້ວນແຕ່ໂດຍແມ່ນຊາວບ້ານຮັບໃຊ້. ຍ້ອນມີການທ່ອງທ່ຽວຊຸມຊົນນັ້ນ, ຊາວທ້ອງຖິ່ນຈຶ່ງມີລາຍຮັບ ແລະ ວຽກງານອະນຸລັກຮັກສາວັດທະນະທຳພື້ນເມືອງເຜົ່າ ບານາ ກໍ່ບັນລຸປະສິດທິຜົນສູງກວ່າ”.

ທ່ານ ຫງວຽນດິງຈີ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວເມືອງ ກະບາງ ໃຫ້ຮູ້ວ່າ: ນັບແຕ່ປີ 2017 ມານີ້, ທາງເມືອງໄດ້ປະກາດໃຊ້ສອງແຜນການກ່ຽວກັບການພັດທະນາທ່ອງທ່ຽວຊຸມຊົນຢູ່ທ້ອງຖິ່ນ. ຕາມນັ້ນແລ້ວ ນັບແຕ່ນີ້ເຖິງປີ 2025 ທາງເມືອງກຳນົດຈະສ້າງ 7 ໝູ່ບ້ານທ່ອງທ່ຽວຊຸມຊົນ ເພື່ອຕອບສະໜອງຄວາມຕ້ອງການທ່ອງທ່ຽວ ຂອງແຂກທ່ອງທ່ຽວກວ່າ 20.000 ຄົນໃນແຕ່ລະປີ. ຕາມນັ້ນແລ້ວ ບັນດາທ້ອງຖິ່ນພວມປະຕິບັດວຽກງານຟື້ນຟູບັນດາອາຊີບຫັດຖະກຳ ແລະ ທາງເມືອງກໍ່ພວມຮັກສາບັນດາກອງສິລະປະຄ້ອງ ເພື່ອແນໃສ່ອະນຸລັກວັດທະນະທຳຄ້ອງ. ທ່ານ ຫງວຽນດິງຈີ ໃຫ້ຮູ້ຕື່ມອີກວ່າ:

“ຮູບແບບທ່ອງທ່ຽວຊຸມຊົນ, ທາງເມືອງໄດ້ກຳນົດ ແຕ່ປີ 2019 ຫາ 2020, ກຳນົດທິດເຖິງປີ 2025 ຕາມທິດຖືເອົາທ່ອງທ່ຽວຊຸມຊົນ ແມ່ນພື້ນຖານໃຫ້ແກ່ການອະນຸລັກວັດທະນະທຳ, ຖືເອົາການອະນຸລັກວັດທະນະທຳ ເພື່ອເຮັດທ່ອງທ່ຽວຊຸມຊົນ. ພວກຂ້າພະເຈົ້າຍັງຮັກສາບັນດາງານມະໂຫລານຄ້ອງ, ຟື້ນຟູບັນດາງານບຸນອາຊີບຫັດຖະກຳຂອງບັນດາເຜົ່າ, ລົງທຶນບຳລຸງຖັນແຖວນັກສິລະປະການ ສິລະປິນ”.

ຮູບແບບທ່ອງທ່ຽວຊຸມຊົນຢູ່ເມືອງ ກະບາງ ທີ່ດຶງດູດແຂກທ່ອງທ່ຽວຫຼາຍຄົນພວມແມ່ນທິດພັດທະນາເສດຖະກິດແບບຍືນຍົງ ຊ່ວຍທ້ອງຖິ່ນຂຸດຄົ້ນທ່າໄດ້ປຽບທາງດ້ານປະຫວັດສາດ ແລະ ອະນຸລັກວັດທະນະທຳພື້ນເມືອງເຜົ່າ ບານາ ຢ່າງມີປະສິດທິຜົນ ແລະ ແທດຈິງກວ່າເກົ່າ.

vovworld.vn

ເຫດການ
302 Found

Found

The document has moved here.