ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ

11:48 | 30/06/2021

ໂດຍຕັ້ງຢູ່ເຂດໄຕງວຽນ, ແຂວງ ຢາລາຍ ປະຈຸບັນ ມີ 44 ຊົນເຜົ່າສ່ວນຫນ້ອຍດຳລົງຊີວິດຮ່ວມກັນ, ໃນນັ້ນ ມີ 43 ຊົນເຜົ່າສ່ວນຫນ້ອຍ ດ້ວຍພົນລະເມືອງປະມານ 700.000 ຄົນ, ກວມເອົາເກືອບເຄິ່ງຫນຶ່ງພົນລະເມືອງຂອງທົ່ວແຂວງ. ໃນຊຸມປີຜ່ານມາ, ຍ້ອນມີການປະກອບສ່ວນຂອງຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ, ແຂວງ ຢາລາຍ ສາມາດບັນລຸໄດ້ບັນດາຜົນງານເປັນຫນ້າຊື່ນຊົມໃນທຸກຂົງເຂດ.

ວິທີການໂຄສະນາເຜີຍແຜ່ການເລືອກຕັ້ງຢູ່ແຂວງ ຢາລາຍ ວິທີການໂຄສະນາເຜີຍແຜ່ການເລືອກຕັ້ງຢູ່ແຂວງ ຢາລາຍ
ໂບດຂອງຄະນະຂ່າວປະເສີດ  ປໄລ ເມີ ໜູ (ຢາລາຍ):   ແມ່ນເຂດເຕົ້າໂຮມສາສະນິກະຊົນ ໃນວັນອາທິດ ໂບດຂອງຄະນະຂ່າວປະເສີດ ປໄລ ເມີ ໜູ (ຢາລາຍ): ແມ່ນເຂດເຕົ້າໂຮມສາສະນິກະຊົນ ໃນວັນອາທິດ
ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ
ຕຳຫລວດ ລົງພົບປະກັບນາຍບ້ານ ຜູ້ມີອິດທິພົນຊື່ສຽງຢູ່ ໝູ່ບ້ານ ບແຣງ 3 ຕາແສງ ອີອາເດ ເມືອງ ອີອາ ກຣາຍ

ໄລ່ຮອດປະຈຸບັນ, ແຂວງ ຢາລາຍ ມີປະມານ 1000 ຄົນແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ, ໃນນັ້ນ ມີກວ່າ 770 ຄົນແມ່ນ ກຳມະການ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ອາຍຸການ 2019 – 2024. ໄລຍະ 2018 – 2020, ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ກວ່າ 100 ບຸກຄົນ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ແກ່ 100 ບຸກຄົນ ຊື່ງແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ.

ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍແຂວງ ຢາລາຍ ເປັນແບບຢ່າງໃນການປະຕິບັດ ແລະ ໂຄສະນາ, ຂົນຂວາຍປະຊາຊົນຕອບສະຫນອງ, ເຂົ້າຮ່ວມບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ. ທ່ານນາງ ຫງວຽນທິແທງລິກ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ຢືນຢັນວ່າ:

ປະຈຸບັນ ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນນ້ອຍ, ພິເສດແມ່ນບົດບາດຂອງເຈົ້າກົກເຈົ້າເຫລົ່າ, ນາຍບ້ານໃນລະບົບການເມືອງຢູ່ຂັ້ນຮາກຖານແມ່ນມີຄວາມສຳຄັນແລະປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດ, ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງແຂວງກໍ່ຄືການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບແລະສະຖຽນລະພາບດ້ານການເມືອງ. ພວກຂ້າພະເຈົ້ານູນຊ່ວຍ, ສົ່ງເສີມການພັດທະນາບັນດາຮູບແບບນີ້ແລະນັບມື້ນັບເສີມຂະຍາຍບົດບາດຂອງ ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດເພື່ອເຂົ້າຮ່ວມບໍ່ພຽງແຕ່ໃນການປ້ອງກັນຄວາມສະຫງົບ, ສະຖຽນລະພາບດ້ານການເມືອງເທົ່ານັ້ນ ຫາກໃນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມອີກດ້ວຍ.”

ຢູ່ບັນດາທ້ອງຖິ່ນ ຄື: ນະຄອນ ປໄລກູ (Pleiku) , ເທດສະບານ ອາຢູນປາ (Ayun Pa), ເທດສະບານ ອານເຄ ແລະ ບັນດາເມືອງ ອີອາ ກຣາຍ, ຈືປະຣົງ, ຟູທ້ຽນ, ກບາງ, ດັກເປີ.. ໄດ້ມີນັບຮ້ອຍໆຄອບຄົວຊາວກະສິກອນແມ່ນຊາວຊົນເຜົ່າສ່ວນຫນ້ອຍ ທຳການຜະລິດ, ດຳເນີນທຸລະກິດເກັ່ງ, ລາຍຮັບສະເລ່ຍແຕ່ລະປີບັນລຸນັບຮ້ອຍໆລ້ານດົ່ງ. ມີເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ແມ່ນບ່ອນອີງສຳຄັນຂອງອຳນາດການປົກຄອງທ້ອງຖິ່ນໃນການໂຄສະນາ, ຂົນຂວາຍຊາວຊົນເຜົ່າ ບືນຕົວຂຶ້ນພັດທະນາເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ. ເຈົ້າກົກເຈົ້າເຫລົ່າ Djơnh ອະດີດຫົວຫນ້າສະມາຄົມຊາວກະສິກອນ ບ້ານ ປເລີຍເມີນູ ຕາແສງ ຈືອາ ນະຄອນ ປໄລກູ ໃຫ້ຮູ້ວ່າ:

“ກ່ອນນີ້ ຂ້າພະເຈົ້າເຂົ້າຮ່ວມສະມາຄົມຊາວກະສິກອນ ຕາແສງ ຈືອາ. ຂ້າພະເຈົ້າເຄີຍຝືກອົບຮົມໃຫ້ພໍ່ແມ່ປະຊາຊົນກ່ຽວກັບເຕັກນິກການປູກເຂົ້າ, ກາເຟ, ໝາກພິກໄທ. ລັດ ສ້າງເງື່ອນໄຂສະດວກ ຊ່ວຍພໍ່ແມ່ປະຊາຊົນພັດທະນາຊີວິດການເປັນຢູ່. ປະຈຸບັນ ບ້ານ ປະເລີຍເມີນູ ມີຊີວິດທີ່ດີຂຶ້ນແລ້ວ. ແຕ່ລະຄອບຄົວສ້າງລາຍຮັບໄດ້ 150 ລ້ານດົ່ງ/ປີ.”

ແຕ່ລະປີ ແນວໂຮມປະເທດຊາດ ທຸກຂັ້ນຂອງແຂວງ ຢາລາຍ ລ້ວນແຕ່ມີການພົບປະກັບເຈົ້າກົກເຈົ້າເຫລົ່າ ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວເຜົ່າສ່ວນຫນ້ອຍ ເພື່ອແຈ້ງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມຂອງທ້ອງຖິ່ນ ພ້ອມທັງ ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະຫນາຂອງເຂົາເຈົ້າກ່ຽວກັບການພັດທະນາເສດຖະກິດສັງຄົມ, ກໍ່ສ້າງພື້ນຖານໂຄງລ່າງ, ການເຄື່ອນໄຫວການເຫລື້ອມໃສສາສະຫນາ.

ໃນວຽກງານຂະຫຍາຍພັກ, ອາຍຸການ 2015 – 2020, ຢູ່ແຂວງ ຢາລາຍ ມີກວ່າ 12.000 ຄົນໄດ້ຮັບເຂົ້າເປັນສະມາຊິກພັກ, ໃນນັ້ນ ມີສະມາຊິກພັກຫລາຍຄົນ ແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ

ຊຸມປີຜ່ານມາ, ຖັນແຖວຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ ແຂວງ ຢາລາຍ ໄດ້ເສີມຂະຫຍາຍບົດບາດ, ຜົນສະທ້ອນຂອງຕົນໃນວົງຄະນາຍາດ ກາຍເປັນຜູ້ສ້າງຄວາມສາມັກຄີ ແມ່ນຂົວຕໍ່ລະຫວ່າງ ພັກກັບປະຊາຊົນ. ນີ້ກໍ່ແມ່ນກຳລັງຫລັກແຫລ່ງເຂົ້າຮ່ວມຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າສ່ວນຫນ້ອຍຢູ່ເຂດ ໄຕງວຽນ, ປະກອບສ່ວນຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ແຂວງ ຢາລາຍ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.