ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

10:38 | 24/08/2021

ຕາມນັ້ນແລ້ວ, ແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.

ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້ ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້
ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຫວຽດນາມ ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຫວຽດນາມ
undefined
ການນຳສະມາຄົມຊາວໜຸ່ມ ຫວຽດນາມ ມອບຂອງຂວັນໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກ (ພາບ: baotintuc.vn)

ສືບຕໍ່ບັນດາການເຄື່ອນໄຫວຂອງໂຄງການ ຫຼ້ານຄາບເຂົ້າ - ຮ່າໂນ້ຍ ແຫ່ງຄວາມເມດຕາ, ເລີ່ມແຕ່ວັນທີ 23 ສິງຫາ ຫາວັນທີ 6 ກັນຍາ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ, ສະມາຄົມຊາວກະສິກອນນະຄອນ ພ້ອມກັບບັນດາສ່ວນບຸກຄົນ, ຈັດຕັ້ງການເຄື່ອນໄຫວກຸສົນ ສືບຕໍ່ຜັນຂະຫຍາຍໄລຍະທີ 3 ໂຄງການ ຫຼ້ານຄາບເຂົ້າ ສົ່ງໄປຍັງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ມີຊື່ວ່າ “ຈິດໃຈຂອງນັກທຸລະກິດໜຸ່ມ ຮ່າໂນ້ຍ”.

ຕາມນັ້ນແລ້ວ, ແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19. ຂອງກິນເຫຼົ່ານັ້ນໂດຍສະມາຄົມລົດກະບະ ຫວຽດນາມ (ໜ່ວຍງານຂຶ້ນກັບ ສະຫະພັນຊາວໜຸ່ມນະຄອນ ຮ່າໂນ້ຍ) ສົ່ງໄປຍັງບັນດາທ້ອງຖິ່ນທີ່ໄດ້ຈົດທະບຽນກ່ອນນັ້ນແລ້ວ, ສົມທົບກັບບັນດາໜ່ວຍຊາວໜຸ່ມສົ່ງໄປຍັງຜູ້ຕ້ອງການ.

ໂຄງການ ລ້ານຄາບເຂົ້າ - ຮ່າໂນ້ຍແຫ່ງຄວາມເມດຕາ ໄດ້ຜັນຂະຫຍາຍແຕ່ວັນທີ 24 ກໍລະກົດ, ໂດຍສົ່ງເຂົ້າກິນໄດ້ເກືອບ 70.000 ກັບ ໄປຍັງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນໄລຍະເວລາ ຮ່າໂນ້ຍ ປະຕິບັດການແຍກຫ່າງໃນສັງຄົມ.

vov.world.vn

ເຫດການ
302 Found

Found

The document has moved here.