ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ

10:50 | 22/09/2023

ຍສໝ - ການຢ້ຽມຢາມຂອງເຈົ້າຊາຍ ແລະ ເຈົ້າຍິງ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່
ປະທານປະເທດ ຫວໍວັນເຖືອງ ມອບຫຼຽນໄຊໃຫ້ບັນດານັກກິລາ, ຄູຝຶກດີເດັ່ນໃນ SEA Games 32 ປະທານປະເທດ ຫວໍວັນເຖືອງ ມອບຫຼຽນໄຊໃຫ້ບັນດານັກກິລາ, ຄູຝຶກດີເດັ່ນໃນ SEA Games 32

ຕອນເຊົ້າວັນທີ 22 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ໄດ້ໃຫ້ການຕ້ອນຮັບເຈົ້າຊາຍ Akishino ແລະ ເຈົ້າຍິງ ຍີ່ປຸ່ນ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20 – 25 ກັນຍາ.

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ

ທີ່ພິທີຕ້ອນຮັບ(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຂ່ຳນັບຮັບຕ້ອນເຈົ້າຊາຍ Akishino ແລະ ເຈົ້າຍິງ ທີ່ກັບມາຢ້ຽມຢາມ ຫວຽດນາມ ຄືນອີດ ເຊິ່ງກົງກັບໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21 ກັນຍາ 1973 – 21 ກັນຍາ 2023); ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມຂອງເຈົ້າຊາຍ ແລະ ເຈົ້າຍິງ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ, ພິເສດແມ່ນການພົບປະແລກປ່ຽນລະຫວ່າງທ້ອງຖິ່ນ ແລະ ປະຊາຊົນ 2 ປະເທດ. ທ່ານປະທານປະເທດໄດ້ແບ່ງປັນວ່າ, ຫວຽດນາມ ແມ່ນປະເທດທຳອິດໃນໂລກທີ່ນຳພາສາ ຍີ່ປຸ່ນ ເຂົ້າໃນການສອນຢູ່ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ.

ສ່ວນເຈົ້າຊາຍ Akishino ແລະ ເຈົ້າຍິງ ຍີ່ປຸ່ນ ໄດ້ຕີລາຄາສູງບັນດາຜົນງານອັນພົ້ນເດັ່ນທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ເຈົ້າຊາຍ Akishino ຖືວ່າ: ຄວາມຄ້າຍຄືກັນດ້ານວັດທະນະທຳ, ລັກສະນະຊົນຊາດ ພ້ອມກັບການຕິດພັນປະຫວັດສາດທີ່ຍາວນານ ແມ່ນພື້ນຖານສຳຄັນເພື່ອໃຫ້ 2 ປະເທດສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.