ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021

19:14 | 04/08/2021

ຍສໝ - ຫວຽດນາມມີນັກຮຽນ 37 ຄົນເຂົ້າຮ່ວມການແຂ່ງຂັນ ແລະຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021, ດ້ວຍຫຼຽນຄຳ 12 ຫຼຽນ, ຫຼຽນເງິນ 13 ຫຼຽນ, ຫຼຽນທອງ 10 ຫຼຽນ ແລະໃບຍ້ອງຍໍ 2 ໃບ.

ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021 ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021
ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ​ໃນ 6 ເດືອນ​ຕົ້ນ​ປີ 2021 ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ​ໃນ 6 ເດືອນ​ຕົ້ນ​ປີ 2021
 TTXVN
ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021. ພາບ: TTXVN

ວັນທີ 2 ສິງຫາ, ກົມຄຸ້ມຄອງຄຸນນະພາບ, ກະຊວງສຶກສາທິການ ແລະບໍາລຸງສ້າງ ໃຫ້ຮູ້ວ່າ ຜູ້ເຂົ້າຮ່ວມການແຂ່ງຂັນທັງ​ໝົດ 4 ຄົນ ລ້ວນແຕ່ຍາດໄດ້ຫຼຽນ, ໃນນັ້ນມີ 3 ຫຼຽນຄໍາ, 1 ຫຼຽນເງິນ. ຫຼຽນຄໍາແມ່ນຂອງນ້ອງ ຫງວຽນຢຸຍແອງ ແລະນ້ອງ ຫງວຽນເລທາວແອງ (ນັກຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ - Amsterdam, ຮ່າໂນ້ຍ); ນ້ອງ ຟ້າມດຶກນາມເຟືອງ (ນັກຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນຈ້າຍ, ແຂວງຫາຍເຢືອງ).

Olympic ເຄມີສາກົນປີ 2021 (IChO2021) ໂດຍຍີ່ປຸ່ນ ເປັນເຈົ້າພາບຈັດຕັ້ງຜ່ານລະບົບທາງໄກ ໃນລະຫວ່າງວັນທີ 25 ກໍລະກົດ - 2 ສິງຫາ ດ້ວຍການເຂົ້າຮ່ວມຂອງ 79 ປະເທດ ແລະເຂດແຄວ້ນ.

ທີ່​ການ​ແຂ່ງ​ຂັນ Olympic 2021, ຫວຽດນາມ ມີນັກຮຽນ 37 ຄົນເຂົ້າຮ່ວມ. ນັກຮຽນທັງໝົດ 37 ຄົນລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນມີ 12 ຫຼຽນຄໍາ, 13 ຫຼຽນເງິນ, 10 ຫຼຽນທອງ ແລະໃບຍ້ອງຍໍ 2 ໃບ.

ໄຊພອນ

ເຫດການ
302 Found

Found

The document has moved here.