ປຶ້ມຄົ້ນຄ້ວາກ່ຽວກັບຫວຽດນາມ ເປັນພາສາຕວກກີຫົວທຳອິດ | |
ຍີ່ປຸ່ນເພີ່ມການນຳເຂົ້າໝາກມ່ວງຫິມະພານຈາກຫວຽດນາມ |
![]() |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມ, ສະມາຊິກກຸ່ມປະຕິບັດງານໄດ້ແລກປ່ຽນມາດຕະການຕ່າງໆເພື່ອສືບຕໍ່ຍູ້ແຮງການຂົນຂວາຍວັກຊິນ, ເອົາໃຈໃສ່ເປັນພິເສດເຖິງການພົບປະຂັ້ນສູງ ແລະທຸກຂັ້ນ, ເລັ່ງລັດບໍລິສັດຜະລິດສະໜອງວັກຊິນໃຫ້ໄວທີ່ສຸດ, ຊຸກຍູ້ບັນດາປະເທດທີ່ຍັງບໍ່ມີຄວາມຕ້ອງການວັກຊິນໂອນໃຫ້. ກອງປະຊຸມກໍ່ເຫັນດີເປັນເອກະພາບຕ້ອງມີຂັ້ນຕອນ, ລະບຽບການທີ່ສອດຄ່ອງກັບສະພາບຕົວຈິງຂອງການປ້ອງກັນ, ຕ້ານພະຍາດໂຄວິດ-19, ເພີ່ມທະວີການສົມທົບກັນລະຫວ່າງຂະແໜງການເພື່ອຮັບ ແລະແບ່ງປັນວັດຖຸອຸປະກອນ, ຢຸກຢາປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຮີບດ່ວນຄືໃນປະຈຸບັນໃຫ້ໄວທີ່ສຸດ.
ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າການທູດວັກຊິນທັງແມ່ນໜ້າທີ່ຮີບດ່ວນ, ທັງແມ່ນໜ້າທີ່ຍຸດທະສາດ, ຍາວນານ ແລະແມ່ນ “ແນວຮົບ” ຕັດສິນເຖິງຜົນສໍາເລັດຕໍ່ກັບຍຸດທະສາດວັກຊິນຂອງລັດຖະບານ. ໃນສະຖານະການຫຍຸ້ງຍາກກ່ຽວກັບແຫຼ່ງວັກຊິນ ແລະຄວາມຕ້ອງການຮີບດ່ວນພາຍໃນປະເທດຄືໃນປະຈຸບັນ, ດ້ວຍເປົ້າໝາຍຮັກສາສຸຂະພາບຂອງປະຊາຊົນແມ່ນໜ້າທີ່ຕົ້ນຕໍ ແລະກ່ອນອື່ນໝົດ, ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກຸ່ມປະຕິບັດງານສືບຕໍ່ເສີມຂະຫຍາຍຈິດໃຈຮັບຜິດຊອບ, ຜັນຂະຫຍາຍມາດຕະການຂົນຂວາຍຕ່າງໆໃຫ້ມີປະສິດທິຜົນ, ຄົບຊຸດເພື່ອແນໃສ່ຍົກສູງວຽກງານການທູດວັກຊິນໃຫ້ມີປະສິດທິຜົນກວ່າອີກ; ຄົ້ນຄວ້າ, ສະເໜີມາດຕະການຕ່າງໆຢ່າງທັນການເພື່ອເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນໂຄງການ COVAX; ໜູນຊ່ວຍກຸ່ມບໍລິສັດພາຍໃນປະເທດເຂົ້າເຖິງເຕັກໂນໂລຢີ ເພື່ອສາມາດຜະລິດວັກຊິນ ແລະຢາປິ່ນປົວ; ເພີ່ມທະວີການສົມທົບກັນແກ້ໄຂທຸກຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບລະບຽບການເພື່ອຮັບວັດຖຸອຸປະກອນການແພດໂດຍຄູ່ຮ່ວມມື ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດໜູນຊ່ວຍໃນໄລຍະພະຍາດແຜ່ລະບາດຢ່າງສັບສົນຄືໃນປະຈຸບັນໃຫ້ໄວທີ່ສຸດ, ທັນການທີ່ສຸດ; ຍູ້ໄວການເຂົ້າເຖິງ, ຂົນຂວາຍ ແລະເຈລະຈາການຊື້ຢາປິ່ນປົວຊະນິດຕ່າງໆເພື່ອຮັບໃຊ້ການປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ແລະຫຼຸດຜ່ອນອັດຕາການຕາຍຍ້ອນພະຍາດໂຄວິດ-19.
la.qdnd.vn