ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນອະນາຄົດຂອງ ອາຊີ

00:00 | 22/05/2023

ຍສໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນລືວກວາງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອະ​ນາ​ຄົດ​ອາ​ຊີ​ຄັ້ງ​ທີ 28 ແລະ ຢ້ຽມ​ຢາມ ຍີ່​ປຸ່ນ ແຕ່​ວັນ​ທີ 24-26 ພຶດສະພາ.

ແນະນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​​ຝຸ​ອຽນ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຍີ່ປຸ່ນ ແນະນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ຂອງ​​ຝຸ​ອຽນ ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຍີ່ປຸ່ນ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ຈະເຂົ້າຮ່ວມກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 28 ພ້ອມທັງ ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ ແຕ່ວັນທີ 25 – 26 ພຶດສະພາ.

​ເນື່ອງ​ໃນ​ໂອກາດ​ນີ້, ສຳນັກຂ່າວສານຫວຽດນາມ ຢູ່ ​ໂຕ​ກຽວ ມີ​ບົດ​ສຳພາດ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກ່ວາງຮ້ຽວ ກ່ຽວ​ກັບ​ຂ່າວສານ​ຫວຽດນາມ ປາດ​ຖະໜາ​ຢາກ​ສົ່ງ​ເຖິງ​ປະຊາ​ຄົມ​ໂລກ.

ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນອະນາຄົດຂອງ ອາຊີ
ທ່ານ ຟ້າມກ່ວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ

ຕາມທ່ານ ຟ້າມກ່ວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລ້ວ, ກອງປະຊຸມອະນາຄົດຂອງ ອາຊີ ແມ່ນກອງປະຊຸມສາກົນປະຈຳປີ ມີອິດທິພົນຊື່ສຽງແຖວໜ້າຢູ່ ອາຊີ ຍ້ອນກຸ່ມບໍລິສັດ Nikkei (ຍີ່ປຸ່ນ) ຈັດຕັ້ງແຕ່ປີ 1995. ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”. ເລື່ອງ ຫວຽດນາມ ສົ່ງຄະນະຜູ້ແທນໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ນຳໜ້າເຂົ້າຮ່ວມກອງປະຊຸມບໍ່ພຽງແຕ່ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ຂອງ ຫວຽດນາມ ຕໍ່ກອງປະຊຸມຄັ້ງນີ້ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມສຳຄັນຂອງເວທີປາໄສອະນາຄົດ ອາຊີ ເວົ້າລວມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງ ອາຊີ, ຫວຽດນາມ ປາດຖະໜາຢາກປະກອບສ່ວນເຂົ້າໃນອະນາຄົດຂອງ ອາຊີ, ທີ່ພວມເປັນຮູບປະທຳຢ່າງຈະແຈ້ງໃນລະບົບການເມືອງທົ່ວໂລກຫຼາຍກ່ວາອີກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.