ຍີ່ປຸ່ນເພີ່ມການນຳເຂົ້າໝາກມ່ວງຫິມະພານຈາກຫວຽດນາມ

06:48 | 26/08/2021

ຍສໝ - ອັດຕາສ່ວນກວມຂອງໝາກມ່ວງຫິມະພານຫວຽດນາມໃນລວມຍອດມູນຄ່າການນຳເຂົ້າຂອງຍີ່ປຸ່ນກວມ 38,97% ໃນ 5 ເດືອນຕົ້ນປີ 2021, ສູງກວ່າເມື່ອທຽບໃສ່ 33,09% ໃນ 5 ເດືອນຕົ້ນປີ 2020.

ປຶ້ມຄົ້ນຄ້ວາກ່ຽວກັບຫວຽດນາມ ເປັນພາສາຕວກກີຫົວທຳອິດ ປຶ້ມຄົ້ນຄ້ວາກ່ຽວກັບຫວຽດນາມ ເປັນພາສາຕວກກີຫົວທຳອິດ
ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ
ພາບປະກອບ
ພາບປະກອບ

ຜູ້ບໍລິໂພກຊາວຍີ່ປຸ່ນມີແນວໂນ້ມທີ່ຈະຄ່ອຍໆຫັນມາບໍລິໂພກໝາກມ່ວງຫິມະພານຈາກຫວຽດນາມ. ໃນ 5 ເດືອນຕົ້ນປີ 2021, ວົງເງິນສົ່ງອອກໝາກມ່ວງຫິມະພານຂອງຫວຽດນາມໄປຍັງຍີ່ປຸ່ນເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕາມການສະຖິຕິຂອງສູນການຄ້າສາກົນ (ITC) ແລ້ວ, ໃນ 5 ເດືອນຕົ້ນປີ 2021, ວົງເງິນການນຳເຂົ້າໝາກມ່ວງຫິມະພານຂອງຍີ່ປຸ່ນແມ່ນ 33,17 ລ້ານໂດລາສະຫະລັດ, ຫຼຸດລົງ 11,2% ເມື່ອທຽບກັບໄລຍະດຽວກັນຂອງປີ 2020. ຍີ່ປຸ່ນໄດ້ເພີ່ມການນຳເຂົ້າໝາກມ່ວງຫິມະພານຈາກຫວຽດນາມຂຶ້ນ 4,5%, ບັນລຸ 12,92 ລ້ານໂດລາສະຫະລັດ. ອັດຕາສ່ວນກວມຂອງໝາກມ່ວງຫິມະພານຫວຽດນາມໃນລວມຍອດມູນຄ່າການນຳເຂົ້າຂອງຍີ່ປຸ່ນກວມ 38,97% ໃນ 5 ເດືອນຕົ້ນປີ 2021, ສູງກວ່າເມື່ອທຽບໃສ່ 33,09% ໃນ 5 ເດືອນຕົ້ນປີ 2020. ຍີ່ປຸ່ນມີທ່າອ່ຽງຫຼຸດຜ່ອນການນຳເຂົ້າໝາກມ່ວງຫິມະພານຈາກອິນເດຍ, ລະດັບຫຼຸດລົງ 22,8%, ບັນລຸ 19,14 ລ້ານໂດລາສະຫະລັດ.

ປີ 2020, ຫວຽດນາມໄດ້ສົ່ງອອກໝາກມ່ວງຫິມະພານ 6.517 ໂຕນໄປຍັງຍີ່ປຸ່ນ, ມີມູນຄ່າ 42,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 83% ໃນດ້ານປະລິມານ ແລະ 64,55% ຂອງມູນຄ່າເມື່ອທຽບໃສ່ກັບປີ 2019.

ເລື່ອງຍີ່ປຸ່ນເພີ່ມທະວີການນຳເຂົ້າບັນດາຜະລິດຕະພັນໝາກມ່ວງຫິມະພານຂອງຫວຽດນາມຈະນຳມາເຊິ່ງໂອກາດອັນໃຫຍ່ຫຼວງໃຫ້ແກ່ວິສາຫະກິດສົ່ງອອກຜະລິດຕະພັນກະເສດພາຍໃນປະເທດ. ເຖິງແນວໃດກໍ່ຕາມ, ເພື່ອເອົາຊະນະຕະຫຼາດທີ່ເອົາໃຈຍາກນີ້, ຜູ້ປູກໝາກມ່ວງຫິມະພານ ແລະ ບັນດາວິສາຫະກິດປຸງແຕ່ງໝາກມ່ວງຫິມະພານຕ້ອງເອົາໃຈໃສ່ເປັນພິເສດຕໍ່ຄຸນນະພາບຂອງຜະລິດຕະພັນ.

ໃນສະພາບການ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີຫລາຍສະບັບກັບບັນດາຄູ່ຮ່ວມມືສາກົນ, ການສົ່ງອອກຜັກໝາກໄມ້ໄດ້ຮັບການຕີລາຄາວ່າ ມີຄວາມສະດວກຫລາຍຢ່າງໃນການແຊກຊຶມເຂົ້າບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງໃນປີ 2021. ດ້ານອື່ນ ໄລຍະຜ່ານມາ ມີຜະລິດຕະພັນຜັກໝາກໄມ້ ຫລາຍຊະນີດ ຂອງຫວຽດນາມ ຕອບສະຫນອງມາດຖານເຄັ່ງຄັດທີ່ສຸດຂອງບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງຄື: ອາເມລິກາ, ສະຫະພາບເອີລົບ (ອີຢູ), ຍີ່ປຸ່ນ… ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ຜູ້ບໍລິໂພກໃນໂລກກ່ຽວກັບບັນດາຜະລິດຕະພັນກະເສດຂອງຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.