ນັບ​ແຕ່​ວັນ​ທີ 23 ສິງ​ຫາ, ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ປະ​ຕິ​ບັດ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່ບ່ອນ​ນັ້້ນ” ຢ່າງ​ເຂັ້ມ​ງວດ

13:53 | 22/08/2021

ຍ​ສ​ໝ - ນະ​ຄອນ​ໂຮ່​ຈີ​ມິນໄດ​້​ສະ​ເໜີ​ໃຫ້​ປະ​ຊາ​ຊົນ​ຈົ່ງລະງັບ​ໃຈ​, ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ປະ​ຕິ​ບັດ “5 ປະ​ການ (5K) - ວັກ​ຊິນ - ຢຸກ​ຢາ”, ບໍ່​ເຕົ້າ​ໂຮມ​ກັນ​ຊື້​ເຄື່ອງ​ຂ​ອງ, ສິນ​ຄ້າ, ສະ​ບຽງ​ອາ​ຫານ​ກັກ​ຕຸນ​ໄວ້…

ສື່​ມວນ​ຊົນ ອານ​ເຊ​ຣີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​​ນຳ​ພ​າຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຕໍ່​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ສື່​ມວນ​ຊົນ ອານ​ເຊ​ຣີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​​ນຳ​ພ​າຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຕໍ່​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ
ການ​ທູດ​ວັກ​ຊິນແມ່ນ​ແນວ​ໂຮມ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ວັກ​ຊິນ​ຢ່າງ​ມີ​ໄຊ ການ​ທູດ​ວັກ​ຊິນແມ່ນ​ແນວ​ໂຮມ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ວັກ​ຊິນ​ຢ່າງ​ມີ​ໄຊ
ນັບ​ແຕ່​ວັນ​ທີ 23 ສິງ​ຫາ, ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ປະ​ຕິ​ບັດ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່ບ່ອນ​ນັ້້ນ” ຢ່າງ​ເຂັ້ມ​ງວດ
ພາບ​ປະ​ກອບ: TTXVN

ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ຂໍ້​ກຳ​ນົດ ການ​ແຍກ​ຫ່າງ​ໃນ​ສັງ​ຄົມ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່​ບ່ອນ​ນັ້ນ” ເລີ່ມ​ແຕ່​ວັນ​ທີ 23 ສິງ​ຫາ.

ຂໍ້​ມູນ​ດັ່ງ​ກ່າວ ໂດຍຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ​ຕ້ານ​ໂລ​ກ​ລະ​ບາດ​ນະ​ຄອນໂຮ່​ຈີ​ມິນ ​ເນັ້ນ​ໜັ້ກ​ຢູ່​ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນ​ນະ​ຄອນ.

ເພື່ອ​ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 86/NQ CP ລົງວັນ​ທີ 6 ສິງ​ຫາ 2021 ຂ​ອງ​ລັດ​ຖະ​ບານ, ຄຳ​ສັ່ງ​ເລກ​ທີ 12 - CT/TU ລົງ​ວັນ​ທີ 22 ກໍ​ລະ​ກົດ 2021 ຂອງ​ຄະ​ນະ​ປະ​ຈຳ​ອົງ​ຄະ​ນະ​ພັກ ແລະ ແຜນ​ການ​ເລກ​ທີ 2715/KH ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຄະ​ນະ​ຊີ້​ນຳ​ແຫ່ງ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນະ​ຄອນ​ສືບ​ຕໍ່​ຍົກ​ສູງ​ບັນ​ດາ​ມາດ​ຕະ​ການ​ດ້ວຍ​ທິດ​ນຳ​ທີ່​ວ່າ “ແຕ່​ລະຄຸ້ມ​ບ້ານ, ແຕ່​ລະ​ຖະ​ໜົນ, ບ້ານ, ເມືອງ, ອົງ​ການ, ໂຮງ​ຈັກ, ໂຮງ​ງານ ລ້ວນ​ແຕ່ແມ່ນ​ປ້ອມ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19”.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.