AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ

14:50 | 20/08/2021

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ Pascal Soriot ເອົາໃຈໃສ່ຊີ້ນຳຍູ້ແຮງຄວາມຄືບໜ້າການສົ່ງວັກຊິນໃຫ້ແກ່ຫວຽດນາມ, ໃນຕໍ່ໜ້າແມ່ນປະຕິບັດສຳເລັດການມອບວັກຊິນ 8 ລ້ານໂດສ ໃນເດືອນ ສິງຫາ.

ວັກຊິນ AstraZeneca ກວ່າ 592.000 ໂດສໄດ້ສົ່ງມາຮອດນະຄອນໂຮ່ຈີມິນ ຕື່ມອີກ ວັກຊິນ AstraZeneca ກວ່າ 592.000 ໂດສໄດ້ສົ່ງມາຮອດນະຄອນໂຮ່ຈີມິນ ຕື່ມອີກ
ວັກຊິນກັນໂຄວິດ-19 ຂອງ AstraZeneca ຕື່ມອີກ 1,2 ລ້ານໂດສ ໄດ້ມາຮອດຫວຽດນາມ ວັກຊິນກັນໂຄວິດ-19 ຂອງ AstraZeneca ຕື່ມອີກ 1,2 ລ້ານໂດສ ໄດ້ມາຮອດຫວຽດນາມ
AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ.(ພາບ: TTXVN)

ຫວຽດນາມ ຟ້າມມິນຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ AstraZeneca Pascal Soriot. ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງ AstraZeneca ໃນການຕ້ານໂລກລະບາດໂຄວິດ-19 ໃນທົ່ວໂລກ ກໍຄືໃນວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ຫວຽດນາມ.

ໃນສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ Pascal Soriot ເອົາໃຈໃສ່ຊີ້ນຳຍູ້ແຮງຄວາມຄືບໜ້າການສົ່ງວັກຊິນໃຫ້ແກ່ຫວຽດນາມ, ໃນຕໍ່ໜ້າແມ່ນປະຕິບັດສຳເລັດການມອບວັກຊິນ 8 ລ້ານໂດສ ໃນເດືອນ ສິງຫາ, ພ້ອມທັງເພີ່ມທະວີ ແລະ ມານະພະຍາຍາມປະຕິບັດສຳເລັດສັນຍາສະໜອງວັກຊິນໃຫ້ແກ່ ຫວຽດນາມ ໃນເດືອນ ກັນຍາ ແລະ ແຜນການຮອດທ້າຍປີ 2021. ທ່ານນາຍົກລັດຖະມົນຕີສະເໜີ ແລະ ປາດຖະໜາວ່າ AstraZeneca ພິຈາລະນາ, ແລກປ່ຽນກັບບັນດາປະເທດອື່ນເພື່ອຢືມ, ຊ່ວຍເຫຼືອວັກຊິນທີ່ຍັງບໍ່ທັນມີຄວາມຕ້ອງການນຳໃຊ້; ພ້ອມທັງສົ່ງເສີມບັນດາສັນຍາວັກຊິນສະຫງວນໃຫ້ແກ່ເດັກ ແລະ ຜູ້ອາຍຸຕ່ຳກວ່າ 18 ປີ, ບັນດາຜູ້ມມີຄວາມສ່ຽງສູງກວ່າເພີ່ນ, ຜູ້ມີພະຍາດຕິດຕົວ.

ທ່ານຜູ້ອຳນວຍການໃຫຍ່ Pascal Soriot ໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງວັກຊິນຖືກຕ້ອງຕາມແຜນການ ແລະ ຈະມານະພະຍາຍາມຮູ້ແຮງຈຳນວນວັກຊິນຫຼາຍກວ່າຄຳໝັ້ນສັນຍາຜ່ານກົນໄກ COVAX, ແຫຼ່ງຮັບວັກຊິນຈາກກຸ່ມບໍລິສັດ ແລະ ບັນດາແຫຼ່ງອື່ນໆໂດຍກົງ. ໃນໄລຍະຈະມາເຖິງ, AstraZeneca ຈະມານະພະຍາຍາມເປັນຢ່າງສູງສຸດ, ຕັ້ງໜ້າຕອບສະໜອງບັນດາຂໍ້ສະເໜີຂອງຫວຽດນາມ.

vov.world.vn

ເຫດການ
302 Found

Found

The document has moved here.